loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ເລຂາທິການສະພາປະຊາຊົນແຂວງ ຖະແຫຼ່ງຜົນສໍາເລັດການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II

ກ.ພ. 13, 2023 | ເຂດ 2 ຜົ້ງສາລີ

ຕອນແລງ ວັນທີ 10 ກຸມພາ 2023 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ທ່ານ ນາງ ພອນສະຫວັນ ສັກຕິຄຸນ ເລຂາທິການສະພາປະຊາຊົນແຂວງ ຖະແຫຼ່ງຜົນສໍາເລັດການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ທ່ານໄດ້ກ່າວ່າ:

ບັນດາທ່ານທີນັບຖື ແລະ ຮັກແພງ!

ຂ້າພະເຈົ້າຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງ ມີຄວາມຍີນດີ ແລະ ຖືເປັນກຽດ ແຈ້ງມາຍັງບັນດາທ່ານ ຮັບຊາບ!

ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງຜົ້ງສາລີ ຊຸດທີ II ໄດ້ດໍາເນີນຢ່າງເປັນທາງທາງການ ໃນວັນທີ 9-10 ກຸມພາ 2023 ໃນເວລາ 2 ວັນ. ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຜົ້ງສາລີ ໂດຍການນໍາພາ ແລະ ເປັນປະທານກອງປະຊຸມຂອງທ່ານ ສົມຈິດ ຫັບລະກອນ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ; ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄໍາຜ່ອຍ ວັນນະສານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ-ແຂວງຜົ້ງສາລີ; ມີຮອງເຈົ້າແຂວງ, ບັນດາທ່ານສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງ 2 ແຂວງຜົ້ງສາລີ; ສະມາຊິກສະພາປະຊາຊົນແຂວງ, ອາດິດປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ; ສະມາຊິກອົງການປົກຄອງແຂວງ, ປະທານແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ອົງການຈັດພັກ-ລັດ, ຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນເຂົ້າຮ່ວມ ຈໍານວນ 110 ທ່ານ, ຍີງ 11 ທ່ານ.

ກອງປະຊຸມສະໄໝສາມັນໄດ້ໄດ້ດໍາເນີນດ້ວຍບັນຍາກາດ ແຫ່ງການເສີມຂະຫຍາຍ ສິດປະຊາທິປະໄຕ ຂອງບັນດາສະມາຊິກສະພາປະຊາຊົນແຂວງ ໃນການພິຈາລະນາ ແລະ ຮັບຮອງບັນຫາສໍາຄັນພື້ນຖານຂອງແຂວງ ອອກເປັນມະຕິດັ່ງນີ້:

  • ມະຕິກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຂວງ ວ່າ​ດ້ວຍ​ການ​ຮັບ​ຮອງ​ເອົາ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານກວດສອບ ປະຈຳປີ 2022 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2023, ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2021 ຂອງອົງການກວດສອບແຫ່ງລັດປະຈຳພາກເໜືອ;
  • ມະ​ຕິ​ກອງ​ປະ​ຊຸມສະ​ພາ​ປະ​ຊາ​ຊົນ​ແຂວງ ວ່າ​ດ້ວຍ​ການຮັບ​ຮອງ​ເອົາ ບົດລາຍງການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈຳປີ 2023 ແລະ ບົດລາຍງານຜົນຂອງການຕິດຕາມກວດກາ ແລະ ແກ້ໄຂຕາມຜົນຂອງການກວດສອບປະຈຳປີ 2021 ຂອງອົງການກວດກາລັດແຂວງ
  • ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາ ການປັບປຸງຄືນບັນດາຕົວເລກຜິດດ່ຽງ ໃນມະຕິກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນແຂວງ ຊຸດທີ I, ສະບັບເລກທີ 61/ສພຂ.ຜລ, ລົງວັນທີ 24 ທັນວາ 2020 ວ່າດ້ວຍການຮັບຮອງເອົາແຜນການຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມແບບຮອບດ້ານ (2020-2030) ຂອງອົງການປົກຄອງແຂວງ.
  • ມະ​ຕິ​ກອງ​ປະ​ຊຸມສະ​ພາ​ປະ​ຊາ​ຊົນ​ແຂວງ ວ່າ​ດ້ວຍ​ການຮັບ​ຮອງ​ເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ຂອງອົງການໄອຍະການປະຊາຊົນແຂວງ;
  • ມະ​ຕິ​ກອງ​ປະ​ຊຸມສະ​ພາ​ປະ​ຊາ​ຊົນ​ແຂວງ ວ່າ​ດ້ວຍ​ການຮັບ​ຮອງ​ເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ຂອງສານປະຊາຊົນແຂວງ;
  • ມະ​ຕິ​ກອງ​ປະ​ຊຸມສະ​ພາ​ປະ​ຊາ​ຊົນ​ແຂວງ ວ່າ​ດ້ວຍ​ການຮັບ​ຮອງ​ເອົາ ຂໍ້​ຕົກ​ລົງ ວ່າດ້ວຍການຄຸ້ມຄອງການປຸກສ້າງ ທົ່ວແຂວງຜົ້ງສາລີ;
  • ມະ​ຕິ​ກອງ​ປະ​ຊຸມສະ​ພາ​ປະ​ຊາ​ຊົນ​ແຂວງ ວ່າ​ດ້ວຍ​ການຮັບ​ຮອງ​ເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2022 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈຳປີ 2023 ຂອງສະພາປະຊາຊົນແຂວງ;
  • ມະ​ຕິກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຂວງ ວ່າ​ດ້ວຍ​ການ​ຮັບ​ຮອງ​ເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023;
  • ມະ​ຕິກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຂວງ ວ່າ​ດ້ວຍ​ການ​ຮັບ​ຮອງ​ເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023;

ນອກຈາກການພິຈາລະນາ, ຮັບຮອງບັນຫາສໍາຄັນຂອງແຂວງ ຍັງໄດ້ຮັບຟັງ ການລາຍງານ ມະຕິກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງ ສະບັບເລກທີ 58/ຄປຈຂ, ລົງວັນທີ 3 ກຸມພາ 2023 ວ່າດ້ວຍການຮັບຮອງເອົາການສະເໜີແຕ່ງຕັ້ງ ເຈົ້າເມືອງເມືອງໃໝ່ ແຂວງຜົ້ງສາລີ ເຊິ່ງໃນກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງ (ວິສາມັນ) ຄັ້ງທີ 22, ໃນວັນທີ 1 ກຸມພາ 2023 ຄະນະປະຈໍາສະພາປະຊາຊົນແຂວງ ໄດ້ລົງຄະແນນສຽງ ຮັບຮອງເອົາການສະເໜີການແຕ່ງຕັ້ງ ທ່ານ ສອນສະໜຸກ ສີສຸລາດ ຮັກສາການເຈົ້າເມືອງເມືອງໃໝ່ ເປັນເຈົ້າເມືອງເມືອງໃໝ່ ແຂວງຜົ້ງສາລີ ແລະ ໄດ້ຮັບຟັງການຊີ້ແຈງຈາກ 6 ພາກສ່ວນ ຕໍ່ກອງປະຊຸມຄັ້ງນີ້ ກ່ຽວກັບບັນຫາທີ່ພົ້ນເດັ່ນຂອງສັງຄົມ ຊຶ່ງສະພາປະຊາຊົນແຂວງ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ຍົກຂຶ້ນຢູ່ໃນກອງປະຊຸມ ປະກອບມີ:

  1. ພະແນກໂຍທາທິການ ແລະ ຂົນສົ່ງແຂວງ.

ຊີ້ແຈງການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດບ້ວງເງິນກອງທຶນທາງ 20%;

  1. ພະແນກພະລັງງານ ແລະ ບໍ່ແຮ່ແຂວງ.

ຊີ້ແຈງສະພາບການຄຸ້ມຄອງ ແລະ ການບໍລິຫານເຂື່ອນໄຟຟ້ານ້ຳອູ 9 ເຂດບ້ານພໍ້ ເມືອງຍອດອູ ແຂວງຜົ້ງສາລີ ຂອງບໍລິສັດດາລາວັນ ເມກດາລາ;

  1. ພະແນກອຸດສະຫາກໍາ ແລະ ການຄ້າແຂວງ.

ຊີ້ແຈງການຄຸ້ມຄອງ ລາຄາສິນຄ້າ, ວິທີການຄຸ້ມຄອງ ແລະ ມາດຕະການຄຸ້ມຄອງ;

  1. ພະແນກກະສິກໍາ ແລະ ປ່າໄມ້ແຂວງ.

ຊີ້ແຈງການຈັດຕັ້ງນະໂຍບາຍສົ່ງເສີມການຜະລິດ ເພື່ອຫຼຸດຜ່ອນການນໍາເຂົ້າຜະລິດຕະພັນ, ຄວາມສາມາດໃນການສະໜອງ ແລະ ມາດຕະການຄຸ້ມຄອງ, ຕິດຕາມກວດກາ;

  1. ພະແນກສຶກສາທິການ ແລະ ກິລາແຂວງ.

ຊີ້ແຈງສະພາບການຈັດຕັ້ງປະຕິບັດບັນດາຄາດໝາຍທີ່ບໍ່ສາມາດບັນລຸ ໂດຍສະເພາະຄາດໝາຍທີ່ຖົດຖອຍ ແລະ ປະຕິບັດໄດ້ໜ້ອຍ;

  1. ພະແນກສາທາລະນະສຸກແຂວງ.

ຊີ້ແຈ້ງສະພາບການການຈັດຕັ້ງປະຕິບັດ, ການຄຸ້ມຄອງ ແລະ ພັດທະນາຊັບພະຍາກອນມະນຸດທາງການແພດ ແລະ ການກຳນົດແຜນການ.

ພ້ອມກັນນັ້ນ, ໄດ້ຮັບຟັງການຊີ້ແຈງຂອງປະທານອົງການກາລັດແຂວງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຕໍ່ກັນປະກອບຄໍາເຫັນຂອງ ສະມາໍຊິກສະພາປະຊາຊົນແຂວງໃນກອງປະຊຸມ.

ບັນດາທ່ານທີ່ນັບຖື ແລະ ຮັກແພງ!

ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນທີ່ກ່າວມາຂ້າງເທິງນັ້ນ, ໃນໄລຍະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ມີປະຊາຊົນສົ່ງຄໍາຄິດເຫັນ, ຄໍາສະເໜີຜ່ານໂທລະສັບສາຍດ່ວນ ທັງໝົດ 5 ສາຍ ມາຍັງກອງປະຊຸມ. ຊຶ່ງເນື້ອໃນຄໍາສະເໜີດັ່ງກ່າວ ພົວພັນເຖິງການຄຸ້ມຄອງບໍລິຫານລັດຂອງແຂວງ, ເສດຖະກິດ-ສັງຄົມຂອງແຂວງ, ການພັດທະນາ ທີ່ມີຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມແລະ ກົນໄກການຄົ້ນຄວ້າແກ້ໄຂຄໍາຮ້ອງ, ຄໍາສະເໜີ ຂອງພາກສ່ວນກ່ຽວຂ້ອງ. ຕໍ່ກັບຄໍາຄິດຄໍາເຫັນຂອງປະຊາຊົນທີ່ສົ່ງມາທາງ ໂທລະສັບສາຍດ່ວນ ດັ່ງກ່າວ ກອງເລຂາກອງປະຊຸມໄດ້ສັງລວມ, ລາຍງານໃຫ້ຄະນະປະຈໍາສະພາປະຊາຊົນແຂວງ ແລະ ມອບໃຫ້ບັນດາຄະນະກໍາມະການຂອງສະພາປະຊາຊົນແຂວງ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າແກ້ໄຂໃຫ້ຖືກຕ້ອງ, ສອດຄ່ອງຕາມກົດໝາຍ ແລະ ລະບຽບການ.

ອີກເທື່ອໜຶ່ງຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງ ຂ້າພະເຈົ້າ ຂໍຂອບໃຈມາຍັງ ບັນດາທ່ານ ການນໍາພັກ-ລັດທຸກຂັ້ນ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ນັກຮຽນ, ນັກສຶກສາ-ປັນຍາຊົນ, ນັກທຸລະກິດ, ຊາວຜູ້ອອກແຮງານ ແລະ ພໍ່ແມ່ພີ່ນ້ອງປະຊາຊົນບັນດາເຜົ່າ ໃນທົ່ວແຂວງ ທີ່ໄດ້ຕິດຕາມກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ໃນຄັ້ງນີ້.

ຂໍສະແດງຄວາມຂອບໃຈ ແລະ ຊົມເຊີຍຢ່າງຈິງໃຈມາຍັງສື່ມວນຊົນ ຂອງພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແລະ ກອງບັນຊາການທະຫານແຂວງ ທີ່ໄດ້ຕິດຕາມຢ່າງໃກ້ຊິດ ເພື່ອເກັບກໍາຂໍ້ມູນ-ຂ່າວສານ ແລະ ເຜີຍແຜ່ຢ່າງທັນການກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ໃຫ້ແກ່ສັງຄົມຮັບຊາບຢ່າງທົ່ວເຖີງ (ຂໍຂອບໃຈ)”.

ພາບ-ຂ່າວ ນາງ ສຸກສົມພອນ ແກ້ວແສງພະຈັນ