(ສພຊ) – ກອງປະຊຸມເຝິກອົບຮົມວຽກງານສາຍດ່ວນໃຫ້ແກ່ພະນັກງານສະພາແຫ່ງຊາດ (ສພຊ) ແລະ ສະ ພາປະຊາຊົນແຂວງ (ສພຂ) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23-25 ພຶດສະພາ 2024 ຢູ່ເມືອງວຽງຄຳ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານວິທະຍາກອນຈາກສະພາແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ອົງການກວດກາແຫ່ງລັດ ພ້ອມດ້ວຍສຳມະນາກອນຈາກບັນດາກົມພາຍໃນ ສພຊ ແລະ ສພຂ 2 ແຂວງຄື: ຫຼວງພະບາງ ແລະ ຄຳມ່ວນ.
ທັງນີ້, ກໍເພື່ອເພີ່ມທະວີ ແລະ ຍົກສູງຄຸນນະພາບຂອງພະນັກງານ ໃຫ້ມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ເປັນເອກະພາບກັນໃນການຈັດຕັ້ງປະຕິບັດວຽກງານຕົວຈິງກ່ຽວກັບຂັ້ນຕອນ, ວິທີການເວົ້າ (ຫຼືຮັບສາຍດ່ວນ 156), ການບັນທຶກ-ສັງລວມເນື້ອໃນຕົ້ນຕໍທີ່ປະຊາຊົນໄດ້ສະເໜີໃຫ້ສະມາຊິກສະພາແຫ່ງຊາດ (ສສຊ) ພິຈາລະນາ, ແກ້ໄຂໃນແຕ່ລະໄລຍະ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ; ຍົກສູງຄວາມສາມາດຜູ້ທີ່ເຮັດວຽກງານສາຍດ່ວນ ໃນການເປັນເສນາທິການຊ່ວຍວຽກບັນດາທ່ານ ສສຊ ໃນຖານະເປັນຕົວແທນແຫ່ງມານະຈິດ, ສິດຜົນປະ ໂຫຍດອັນຊອບທຳຂອງປະຊາຊົນລາວບັນດາເຜົ່າ ພິຈາລະນາ, ແກ້ໄຂບັນຫາທີ່ປະຊາຊົນສະເໜີ ໃຫ້ວ່ອງໄວ ແລະ ຮັບ ປະກັນຄວາມຍຸຕິທຳ.

ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ໄດ້ມີຄຳເຫັນກ່າວເປີດກອງປະຊຸມວ່າ: ວຽກງານສາຍດ່ວນ ເປັນວຽກງານທີ່ສຳຄັນ ເຊິ່ງໄດ້ເລີ່ມຕົ້ນຮັບສາຍດ່ວນມາຕັ້ງແຕ່ສະພາແຫ່ງຊາດຊຸດທີ V ສືບຕໍ່ຮັບມາຮອດປັດຈຸບັນ ແລະ ນິຕິກຳກ່ຽວກັບວຽກງານສາຍດ່ວນໃນໄລຍະຜ່ານມາ ບໍ່ທັນມີເປັນອັນສະເພາະ, ຫາກໍໄດ້ມີການປັບປຸງເປັນຮ່າງແລ້ວ ແລະ ຈະສ້າງເປັນມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍວຽກງານສາຍດ່ວນສະພາແຫ່ງຊາດ ເພື່ອເປັນບ່ອນອີງນຳໃຊ້ໃນການຮັບຄຳສະເໜີຂອງພົນລະເມືອງ, ການຈັດຕັ້ງ ຫຼື ນິຕິບຸກຄົນ ຜ່ານທາງໂທລະສັບສາຍດ່ວນ 156, ສື່ເອເລັກໂຕຣນິກ ແລະ ຕູ້ຮັບຄຳສະເໜີ ກ່ຽວກັບບັນຫາເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ຍຸຕິທຳ ແລະ ການປະຕິບັດສິດ, ໜ້າທີ່ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ. ວຽກງານສາຍດ່ວນ ແມ່ນຄວາມຮັບຜິດຊອບຂອງຄະນະເລຂາທິການສະພາແຫ່ງຊາດ ໂດຍມອບໃຫ້ກົມກວດກາເປັນເສນາທິການໃນການປະຕິບັດວຽກງານດັ່ງກ່າວໃນໄລຍະການດຳເນີນກອງປະຊຸມສະພາແຫ່ງຊາດ; ນອກຈາກນັ້ນ, ບັນດາກຳ ມາທິການ, ສະຖາບັນຄົ້ນຄວ້ານິຕິກຳ ແລະ ຄະນະເລຂາທິການສະພາແຫ່ງຊາດ ກໍເປັນສ່ວນໜຶ່ງໃນການຕິດຕາມ ແລະ ຊຸກຍູ້ບັນດາຄຳສະເໜີທີ່ປະຊາຊົນໄດ້ສະເໜີເຂົ້າມາໃນໄລຍະດຳເນີນກອງປະຊຸມສະພາແຫ່ງຊາດ ໄດ້ຮັບການຈັດຕັ້ງປະ ຕິບັດໃຫ້ໄດ້ຮັບຜົນສຳເລັດເປັນຢ່າງດີ.

ໃນວາລະດຳເນີນການເຝິກອົບຮົມ, ບັນດາທ່ານວິທະຍາກອນໄດ້ສະເໜີບົດຄວາມຮູ້ພື້ນຖານໃນການຟັງ, ວິ ເຄາະຂໍ້ມູນ ເພື່ອສັງລວມເນື້ອໃນຂໍ້ສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນ; ຂັ້ນຕອນ ຫຼື ບາດກ້າວດຳເນີນວຽກງານສາຍດ່ວນ ແລະ ຂ້ໍຫ້າມໃນການຮັບສາຍດ່ວນ; ຂັ້ນຕອນ ແລະ ວິທີການສະຫຼຸບສັງລວມເນື້ອໃນຄຳສະເໜີຂອງປະ ຊາຊົນ, ການເຮັດປຶ້ມປະມວນເນື້ອໃນສາຍດ່ວນ ແລະ ກວດແກ້ໄວຍາກອນ; ຂັ້ນຕອນ ແລະ ວິທີການສົ່ງຄຳສະເໜີຂອງປະຊາຊົນຫາພາກສ່ວນກ່ຽວຂ້ອງ ແລະ ການຕິດຕາມ, ສັງລວມລາຍງານຜົນການແຈ້ງຕອບເນື້ອໃນຄຳສະເໜີຂອງປະຊາຊົນຈາກພາກສ່ວນກ່ຽວຂ້ອງ; ສະພາບການຈັດຕັ້ງປະຕິບັດວຽກງານສາຍດ່ວນ ແລະ ຕູ້ຮັບຄຳສະເໜີຂອງອົງການກວດກາແຫ່ງລັດ; ສະພາບການຈັດຕັ້ງປະຕິບັດວຽກງານສາຍດ່ວນຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ຄວາມໝາຍ, ຄວາມສຳຄັນ ແລະ ສະພາບການຈັດຕັ້ງປະຕິບັດວຽກງານສາຍດ່ວນຂອງສະພາແຫ່ງຊາດ. ຈາກນັ້ນ, ບັນ ດາຜູ້ເຂົ້າຮ່ວມ ກໍໄດ້ຄົ້ນຄວ້າ, ປະກອບຄຳເຫັນ ແລະ ສົນທະນາແລກປ່ຽນບົດຮຽນຮ່ວມກັນຢ່າງເລິກເຊິ່ງ, ກົງໄປກົງມາ, ມີເຫດມີຜົນ, ຍົກໃຫ້ເຫັນການຈັດຕັ້ງປະຕິບັດຕົວຈິງ ເພື່ອຊອກຫາວິທີການ ແລະ ມາດຕະການແກ້ໄຂໃຫ້ດີຂຶ້ນ ແນໃສ່ເຮັດໃຫ້ບົດຮຽນຕ່າງໆທີ່ນຳມາສະເໜີນັ້ນ ສາມາດນຳໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານສາຍດ່ວນ 156 ຂອງ ສພຊ ໃນຕໍ່ໜ້າ ໃຫ້ມີຜົນສຳເລັດຫຼາຍຂຶ້ນກວ່າເກົ່າ.
ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອທາງດ້ານງົບປະມານຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຫຼື ສະເຕັບສ໌ (STEPs), ອົງການ Helvetas ໂດຍຜ່ານກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອລ້າໃຫ້ແກ່ສະພາແຫ່ງຊາດ ສົມທົບກັບງົບປະມານຂອງຄະນະເລຂາທິການສະພາແຫ່ງຊາດ.
(ພາບ ແລະ ຂ່າວ: ນາງ ກຸກກິກ ບຸດດາໄຊ)
(ພາບ ແລະ ຂ່າວ: ນາງ ກຸກກິກ ບຸດດາໄຊ)