(ສພຊ) – ກອງປະຊຸມເຝິກອົບຮົມໃນຫົວຂໍ້: “ລັດຖະສະພາທີ່ຄໍານຶງເຖິງບົດບາດ ຍິງ-ຊາຍ” ໃຫ້ແກ່ສະມາຊິກສະພາແຫ່ງຊາດ (ສສຊ) ເພດຍິງ ໄດ້ຈັດຂຶ້ນໃນວັນທີ 23-24 ພຶດສະພາ 2025 ທີ່ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກຳມາທິການຍຸຕິທໍາ, ປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ, ມີ ສສຊ ເພດຍິງ ໃນຂອບເຂດທົ່ວປະເທດ, ຜູ້ຕາງໜ້າໂຄງການ WFD ຜູ້ຮັບຜິດຊອບຝ່າຍລາວ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ໄດ້ຮັບຟັງການນໍາສະເໜີຂໍ້ມູນກ່ຽວກັບລັດຖະສະພາທີ່ຄໍານຶງເຖິງບົດບາດຍິງ-ຊາຍ; ການສ້າງແຜນງົບປະມານທີ່ຄໍານຶງເຖິງບົດບາດຍິງ-ຊາຍ; ການສ້າງນິຕິກໍາທີ່ຄໍານຶງເຖິງບົດບາດຍິງ-ຊາຍ; ການເກັບກໍາຂໍ້ມູນທີ່ຄໍານຶງເຖິງບົດບາດຍິງ-ຊາຍ; ບົດຄົ້ນຄວ້າກ່ຽວກັບອຸປະສັກຕໍ່ແມ່ຍິງທີ່ເປັນການນຳໃນເວທີການເມືອງ ທີ່ນໍາສະເໜີໂດຍຊ່ຽວຊານຈາກປະເທດໄທ, ມາເລເຊຍ, ອັງກິດ, ໂຄງການ WFD ໂດຍຜ່ານວິດີໂອທາງໄກ ແລະ ການປະກອບຄວາມຄິດຄວາມເຫັນຢ່າງກົງໄປກົງມາຂອງບັນດາຜູ້ເຂົ້າຮ່ວມ ເຊິ່ງເປັນໂອກາດດີສຳລັບ ສສຊ ເພດຍິງ ໃນການຮ່ວມກັນຄົ້ນຄວ້າ, ປຶກສາຫາລື ແລະ ແລກປ່ຽນບົດຮຽນເຊິ່ງກັນແລະກັນ ໂດຍສະເພາະແມ່ນບົດຮຽນຈາກຊ່ຽວຊານຕ່າງປະເທດ.

ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ເຊິ່ງທ່ານໄດ້ມີບາງຄໍາເຫັນເນັ້ນໜັກເຖິງຄວາມສຳຄັນ ແລະ ຄວາມຈຳເປັນໃນການຮັບປະກັນໃຫ້ແມ່ຍິງໄດ້ມີສ່ວນຮ່ວມປະກອບສ່ວນເຂົ້າໃນຂະບວນການສ້າງກົດໝາຍ, ແຜນງົບປະມານ ແລະ ການຕົກລົງບັນຫາສໍາຄັນຂອງຊາດ; ຍົກສູງບົດບາດຂອງແມ່ຍິງໃນເວທີການເມືອງ ແນໃສ່ເຮັດໃຫ້ສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກ ໄດ້ຮັບການປົກປ້ອງຢ່າງແທ້ຈິງ, ຕ້ອງມີວິທີການ ແລະ ມາດຕະການໃນການສົ່ງເສີມ ແລະ ເຊື່ອມທັດສະນະບົດບາດຍິງ-ຊາຍ ເຂົ້າໃນທຸກຂົງເຂດວຽກງານຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ສຸມໃສ່ສ້າງເງື່ອນໄຂໃຫ້ແມ່ຍິງ ໄດ້ມີໂອກາດເຂົ້າຮ່ວມໃນການຍົກລະດັບຄວາມຮູ້, ຄວາມສາມາດ, ທັກສະ ແລະ ຂໍ້ມູນຂ່າວສານ ກ່ຽວກັບບົດບາດຍິງ-ຊາຍ ໃຫ້ຫຼາຍຂຶ້ນ ໂດຍມີວິທີການ ແລະ ຮູບການທີ່ເໝາະສົມ, ແທດຕົວຈິງ; ສູ້ຊົນໃຫ້ຈໍານວນຂອງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງເພດຍິງ ເພີ່ມຂຶ້ນຮອດ 30%, ຢາກເຮັດໄດ້ຄືແນວນັ້ນ ມີຄວາມຈຳເປັນທີ່ຈະຕ້ອງຄົ້ນຄວ້າ, ຄັດເລືອກເປົ້າໝາຍເພດຍິງທີ່ມີມາດຕະຖານເງື່ອນໄຂ ເພື່ອລົງສະໝັກຮັບເລືອກຕັ້ງ ແລະ ໃນເງື່ອນໄຂທີ່ມີການເຊື່ອມໂຍງກັບສາກົນ, ການມີຄວາມຮູ້ດ້ານພາສາຕ່າງປະເທດ, ກົດໝາຍສາກົນ, ໄອທີ ແມ່ນສຳຄັນຫຼາຍ. ທ່ານຮອງປະທານສະພາແຫ່ງຊາດ ໄດ້ຮຽກຮ້ອງໃຫ້ເອື້ອຍນ້ອງ ສສຊ ມີຄວາມກ້າຫານໃນການຄົ້ນຄວ້າຄິດຫງໍາ, ມີການປະສານສົມທົບ ແລະ ແລກປ່ຽນບົດຮຽນທີ່ດີໃນການສົ່ງເສີມການມີສ່ວນຮ່ວມຂອງແມ່ຍິງຢູ່ໃນເວທີການເມືອງໃຫ້ຫຼາຍຂຶ້ນ.

(ສອນສັກ ວັນວິໄຊ)