(ສພຊ) – ວັນຈັນທີ 10 ມີນາຜ່ານມາ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມເຝິກອົບຮົມວຽກງານສື່ມວນຊົນ ພາຍໃຕ້ຫົວຂໍ້: “ການຂຽນຂ່າວໃຫ້ມີມາດຕະຖານສູງ, ໜ້າສົນໃຈ ແລະ ການຕັດຕໍ່ວິດີໂອແບບມືອາຊີບ” ໃຫ້ລັດຖະກອນຂອງຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ (ສພຂ) ແລະ ກົມສື່ມວນຊົນ ຂອງຄະນະເລຂາທິການສະພາແຫ່ງຊາດ (ສພຊ) ໂດຍການເປັນປະທານກ່າວເປີດຂອງທ່ານ ປອ. ພິດສະໄໝ ບຸນວິໄລ ຫົວໜ້າກົມສື່ມວນຊົນ; ເຂົ້າຮ່ວມມີວິທະຍາກອນ, ຄະນະກົມ, ຄະນະພະແນກ ແລະ ສຳມະນາກອນຈາກ ສພຂ 9 ແຂວງຄື: ນະຄອນຫຼວງວຽງຈັນ, ຫຼວງນ້ຳທາ, ອຸດົມໄຊ, ຫົວພັນ, ຊຽງຂວາງ, ບໍລິຄຳໄຊ, ຈຳປາສັກ, ເຊກອງ ແລະ ອັດຕະປື.

ຈຸດປະສົງຕົ້ນຕໍແມ່ນເພື່ອປັບປຸງເຄືອຂ່າຍການຕອບສະໜອງຂໍ້ມູນຂ່າວສານລະຫວ່າງສະພາປະຊາຊົນຂັ້ນແຂວງ (ທ້ອງຖິ່ນ) ກັບ ສະພາແຫ່ງຊາດ (ກົມສື່ມວນຊົນ) ໃນໜ້າໜັງສືພິມ, ລາຍການວິທະຍຸ ແລະ ໂທລະພາບຜູ້ແທນປະຊາຊົນ ໃຫ້ປົກກະຕິ ແລະ ສະໝໍ່າສະເໝີ; ສ້າງທ່າແຮງບົ່ມຊ້ອນ ແລະ ເພີ່ມທະວີຂີດຄວາມຮູ້, ຄວາມສາມາດ ໃນການຂຽນເນື້ອໃນຂ່າວ, ຖ່າຍທຳ-ຕັດຕໍ່ວິດີໂອ ໃຫ້ຜູ້ຮັບຜິດຊອບວຽກງານສື່ມວນຊົນຂອງ ສພຊ ແລະ ສພຂ ມີຄວາມຊໍານານຢ່າງມືອາຊີບ.
ທ່ານ ປອ. ພິດສະໄໝ ບຸນວິໄລ ໄດ້ກ່າວວ່າ: ວຽກງານສື່ມວນຊົນ ເປັນວຽກງານທີ່ສໍາຄັນໃນການຮັບໃຊ້ສັງຄົມໃນໄລຍະໃໝ່ ເຊິ່ງແມ່ນຄວາມຮຽກຮ້ອງຕ້ອງການຢ່າງພາວະວິໄສ ແລະ ສໍາຄັນທີ່ສຸດໃນການຄຸ້ມຄອງສັງຄົມ ເຮັດໃຫ້ທຸກການຄຸ້ມຄອງບໍລິຫານວຽກງານຂອງພັກ ແລະ ລັດ ກາຍເປັນທີ່ຮັບຮູ້, ເຂົ້າໃຈຂອງປວງຊົນລາວທັງຊາດ ເຊິ່ງຍາມໃດພັກ-ລັດ ກໍໄດ້ຖືເອົາວຽກງານສື່ມວນຊົນ ເປັນວຽກຍຸດທະສາດ, ເປັນວຽກງານປະຈັນບານປະເຊີນໜ້າກັບຄວາມທ້າທາຍ ໃນການເຮັດໜ້າທີ່ວຽກງານການເມືອງ-ແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ.
ການເຝິກອົບຮົມຈະດຳເນີນໄປຈົນເຖິງວັນທີ 14 ມີນານີ້, ໂດຍໄດ້ຮັບການຊ່ວຍເຫຼືອທາງດ້ານງົບປະມານຈາກສູນຄົ້ນຄວ້າລັດຖະສະພາແຫ່ງອາຊີ (Parliamentar Centre of Asia, PCAsia).
(ນາງ ອາລິນ ສຸພິມມະປະດິດ)
+8
ดูข้อมูลเชิงลึกและโฆษณา
โปรโมทโพสต์
ความรู้สึกทั้งหมด
คุณ และ คนอื่นๆ อีก 56 คน