(ສພຂ) – ວັນທີ 7-8 ພຶດສະພານີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ (ສພຂ) ອັດຕະປື, ກໍາມາທິການກົດໝາຍ ໄດ້ຈັດກອງປະຊຸມເຝິກອົບຮົມການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງນະຄອນຫຼວງ, ແຂວງ ໂດຍການເປັນປະທານຂອງທ່ານ ອໍາໄພ ຈິດມານົນ ຮອງປະທານກໍາມາທິການກົດໝາຍ; ເຂົ້າຮ່ວມມີວິທະຍາກອນ, ຄະນະກົມ, ຄະນະພະແນກ ແລະ ສຳມະນາກອນຈາກ ສພຂ 3 ແຂວງຄື: ອັດຕະປື, ສາລະວັນ ແລະ ເຊກອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງອ້ອມຂ້າງແຂວງອັດຕະປື; ຈຸດປະສົງຕົ້ນຕໍແມ່ນເພື່ອຍົກລະດັບຄວາມຮູ້ກ່ຽວກັບວຽກງານຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງນະຄອນຫຼວງ, ແຂວງ ໃຫ້ແກ່ສະພາປະຊາຊົນຂັ້ນແຂວງ ເພື່ອສາມາດປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ຕິດພັນກັບວຽກງານດັ່ງກ່າວ ຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ເປັນເອກະພາບ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງ.

ໃນການເຝິກອົບຮົມ ໄດ້ຮັບຟັງການນໍາສະເໜີບົດຮຽນການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ (ຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງນະຄອນຫຼວງ, ແຂວງ); ເຜີຍແຜ່ຄໍາແນະນໍາຂອງຄະນະປະຈໍາສະພາແຫ່ງຊາດ ແລະ ຄູ່ມືກ່ຽວກັບການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງນະຄອນຫຼວງ, ແຂວງ; ບົດຮຽນການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂອງກຳມາທິການກົດໝາຍສະພາແຫ່ງຊາດ; ບົດຮຽນການຕິດຕາມກວດກາຂອງຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ທີ່ຕິດພັນກັບການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ພາຍໃນແຂວງຄຳມ່ວນ; ບົດຮຽນການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງຄຳມ່ວນ; ເຜີຍແຜ່ຄຳແນະນຳຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການສ້າງ ແລະ ປັບປຸງກົດໝາຍ ໄລຍະປີ 2026-2030 ສະບັບເລກທີ 03/ຄປຈ, ລົງວັນທີ 5 ມັງກອນ 2024 ແລະ ຄຳແນະນຳຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍ ສະບັບເລກທີ 01/ຄປຈ, ລົງວັນທີ 3 ມັງກອນ 2024 ເຊິິ່ງລ້ວນແລ້ວແຕ່ເປັນເນື້ອໃນທີ່ມີຄວາມໝາຍ ແລະ ຄວາມສຳຄັນຫຼາຍ ຕິດພັນກັບການຈັດຕັ້ງປະຕິບັດວຽກງານ ກໍຄືການປະຕິບັດພາລະບົດບາດຂອງສະພາປະຊາຊົນຂັ້ນແຂວງ.
ການເຝິກອົບຮົມຄັ້ງນີ້ ໄດ້ຮັບການສະໜັບສະໜູນທາງດ້ານງົບປະມານຈາກມູນນິທິ ເວສຕ໌ມິນສ໌ເຕີ ເພື່ອປະຊາທິປະໄຕ (Westminster Foundation for Democracy – WFD).
(ວິນັດ ສີສຸລາດ)