ວັນທີ 27-28 ມີນາ 2025 ນີ້ ທີ່ຫ້ອງວ່າການປົກຄອງເມືອງໄຊເສດຖາ ໄດ້ມີກອງປະຊຸມເຝິກອົບຮົມ ພາຍໃຕ້ຫົວຂໍ້: “ການກະກຽມດ້ານເນື້ອໃນກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງ ແລະ ກອງປະຊຸມສະພາປະຊາຊົນແຂວງ, ການຄຸ້ມຄອງ ແລະ ການນໍາໃຊ້ອຸປະກອນໄອທີ, ການຂຽນຂ່າວ, ການອ່ານຂ່າວ ແລະ ການຖ່າຍຮູບ” ໂດຍການເປັນປະທານຂອງທ່ານ ສຸກສໍາລານ ໄຊຍະແສງ ຮອງປະທານສະພາປະຊາຊົນແຂວງ ເຂົ້າຮ່ວມມີວິທະຍາກອນ ແລະ ສໍາມະນາກອນທີ່ເປັນ ສະມາຊິກສະພາປະຊາຊົົນແຂວງ ແລະ ພະນັກງານ-ລັດຖະກອນຂອງສະພາປະຊາຊາຊົນແຂວງ.
ຈຸດປະສົງ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ສະມາຊິກສະພາປະຊາຊົນແຂວງ ແລະ ພະນັກງານ-ລັດຖະກອນຂອງສະພາປະຊາຊົນແຂວງ ທີ່ເປັນເສນາທິການ ມີຄວາມຮັບຮູ້ເຂົ້າໃຈ ແລະ ເປັນເອກະພາບໃນການປະຕິບັດພາລະບົດບາດ,ສິດ ແລະ ໜ້າທີ່ ຂອງສະພາປະຊາຊົນແຂວງ, ຂັ້ນຕອນການກະກຽມ, ວີທີການຈັດຕັ້ງປະຕິບັດ ເພື່ອແນໃສ່ເພີ່ມທະວີ ຄວາມສາມາດ ການກະກຽມດ້ານເນື້ອໃນ, ວຽກໄອທີ ແລະ ວຽກສື່ມວນຊົນ ໃຫ້ມີຄວາມຊໍານານງານດີຂື້ນເປັນກ້າວໆ.
ປະທານກອງປະຊຸມໄດ້ກ່າວວ່າ: ກອງປະຊຸມເຝີກອົບຮົມຄັ້ງນີ້ຈະໄດ້ທຸ້ມເທຄວາມພະຍາຍາມ ແລະ ເອົາໃຈໃສ່ ເພື່ອຍາດແຍ່ງເກັບກໍາ, ຄົ້ນຄວ້າຮຽນຮູ້ ແລກປ່ຽນສົນທະນາບາງບົດຮຽນຮ່ວມກັນ ບົນພື້ນຖານເຫດການຄວາມເປັນຈິງ ໃນການຈັດຕັ້ງປະຕິບັດວຽກງານດ້ານເນື້ອໃນໃຫ້ແກ່ສະພາປະຊາຊົນແຂວງ, ການຮຽນຮູ້ການນໍາໃຊ້ເຕັກໂນໂລຊີ ແລະ ສື່ມວນຊົນ ເປັນວຽກງານທີ່ສໍາຄັນໃນການຮັບໃຊ້ສັງຄົມໃນໄລຍະໃໝ່ ເຂົ້າເປັນກົນໄກ, ປະສານງານ, ຊຸກຍູ້ສົ່ງເສີມ ເຊິ່ງແມ່ນຄວາມຮຽກຮ້ອງຕ້ອງການຢ່າງພາວະວິໄສ ເອົາໃຈໃສ່ໃນການເປັນເສນາທິການ ເຜີຍແຜ່ ແລະ ໂຄສະນາ 3 ພາລະບາດ ຂອງສະພາປະຊາຊົນແຂວງ ແນໃສ່ຍົກສູງໃຫ້ອົງການຈັດຕັ້ງພັກ-ລັດ, ພໍ່ແມ່ປະຊາຊົນລາວບັນດາເຜົ່າ ໃຫ້ຮັບຮູ້ເຂົ້າໃຈຢ່າງກວ້າງຂວາງ ແລະ ເປັນເຄື່ອງມືອັນສໍາຄັນໃນການຂັບເຄື່ອນການປະຕິຮູບຂະບວນການບໍລິຫານໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຂອງສະພາປະຊາຊົນແຂວງ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີປະສິທິພາບ.
ການເຝິກອົບຮົມຄັ້ງນີ້ ໄດ້ຮັບການຊ່ວຍເຫຼືອທາງດ້ານງົບປະມານຈາກມູນນິທິເອເຊຍ (TAF)
(ວິນັດ ສີສຸລາດ)