ເຝິກທັກສະການລົງໂຄສະນາຫາສຽງໃຫ້ຜູ້ສະໝັກຮັບເລືອກຕັ້ງ ເປັນ ສສຊ ແລະ ສສຂ ເພດຍິງ

ກ.ພ. 2, 2026

(ສພຊ) – ກອງປະຊຸມສຳມະນາເຝິກອົມຮົມໃຫ້ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ທີ່ເປັນເພດຍິງ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 30-31 ມັງກອນ 2025 ທີ່ເມືອງທ່າແຂກ ແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ກຳມະການສູນກາງພັກ, ປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ ຊຸດທີ IX, ໂດຍການເຂົ້າຮ່ວມຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ຜູ້ປະຈຳການຄະນະກຳມະການເລືອກຕັ້ງລະດັບຊາດ, ມີບັນດາທ່ານຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ທີ່ເປັນເພດຍິງ ຈາກ 8 ແຂວງ ຄື: ຊຽງຂວາງ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ, ອັດຕະປື ລວມທັງໝົດ 180 ທ່ານ.
ທ່ານ ນາງ ທຸມມາລີ ວົງພະຈັນ ກ່າວວ່າ: ກອງປະຊຸມເຝິກອົບຮົມຄັ້ງນີ້ ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ ໃນຊີວິດການເມືອງຂອງເພດຍິງ ທີ່ຈະລົງສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ທັງເປັນໂອກາດດີໃຫ້ຜູ້ແທນຈາກ 8 ແຂວງ ໄດ້ເເລກປ່ຽນຄວາມຮູ້, ປະສົບການ ເຊິ່ງກັນແລະກັນ ແລະ ພ້ອມກັນເຊື່ອມຊຶມກ່ຽວກັບທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ກໍຄືສິດ ແລະ ໜ້າທີ່ຂອງສະມາຊິກສະພາແຕ່ລະຂັ້ນ; ເນື້ອໃນສຳຄັນຂອງການເລືອກຕັ້ງ, ເອກະສານທີ່ພົວພັນກັບການເລືອກຕັ້ງ ລວມເຖິງການຍົກລະດັບຄວາມຮູ້ຄວາມເຂົ້າໃຈກ່ຽວກັບການໂຄສະນາ, ພົບປະປະຊາຊົນຜູ້ມີສິດເລືອກຕັ້ງ; ທັກສະການເວົ້າ, ພາສາກາຍ, ມາລະຍາດ, ການນຸ່ງຖື, ທັກສະການໃຫ້ສຳພາດຕໍ່ສື່ມວນຊົນ ແລະ ອື່ນໆ ທີ່ເປັນອົງຄວາມຮູ້ອັນພື້ນຖານຈຳເປັນທີ່ຜູ້ສະໝັກຮັບເລືອກຕັ້ງ ເພື່ອກະກຽມຄວາມພ້ອມລົງສູ່ສະໜາມການເລືອກຕັ້ງ. ພ້ອມນີ້, ຜູ້ແທນກອງປະຊຸມ ຍັງຈະໄດ້ເຝິກປະຕິບັດຕົວຈິງເພື່ອສ້າງຄວາມໝັ້ນໃຈໃຫ້ຜູ້ເຂົ້າຮ່ວມໃນການໂຄສະນາຫາສຽງໃນການເລືອກຕັ້ງ, ແລກປ່ຽນບົດຮຽນ, ປະສົບການ.
ກອງປະຊຸມໄດ້ຮັບຟັງທິດຊີ້ນຳຈາກທ່ານ ປອ. ນາງ ສູນທອນ ໄຊຍະຈັກ ກ່ຽວກັບວຽກງານເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໂດຍສະເພາະແມ່ນໄດ້ເຜີຍແຜ່ເນື້ອໃນມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ຄໍາແນະນໍາຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ສະບັບເລກທີ 16/ຄລຊ, ລົງວັນທີ 12 ມັງກອນ 2026 ກ່ຽວກັບການໂຄສະນາ, ພົບປະປະຊາຊົນຜູ້ມີສິດເລືອກຕັ້ງ ຂອງຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ສະໝັກຮັບເລືອກຕັ້ງ ຈົ່ງສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ເຝິກປະຕິບັດຕົວຈິງ ໃຫ້ສາມາດນຳເອົາບົດຮຽນຈາກກອງປະຊຸມເຝິກອົບຮົມຄັ້ງນີ້ ໄປໝູນໃຊ້ເຂົ້າໃນການລົງສະໝັກຮັບເລືອກຕັ້ງຂອງແຕ່ລະທ່ານ ເກີດຜົນປະໂຫຍດສູງສຸດ ແນ່ໃສເຮັດໃຫ້ການເລືອກຕັ້ງຄັ້ງນີ້ ສາມາດເລືອກໄດ້ ສສຊ ແລະ ສສຂ ເພດຍິງ ໃຫ້ໄດ້ 30% ຕາມລະດັບຄາດໝາຍທີ່ວາງໄວ້.
(ກົງທະນູຄຳ ພິພັດເສລີ)