
ຕອນບ່າຍຂອງວັນພຸດທີ 10 ເມສາ 2024 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໄດ້ເຜີຍແຜ່ແຈ້ງການກ່ຽວກັບການຈັດຕັ້ງສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2567, ໂດຍການເປັນປະທານຂອງທ່ານ ນ. ຄໍາພອນ ພິມມະຈັນ ຮອງປະທານສະພາປະຊາຊົນແຂວງ, ມີບັນດາທ່ານຄະນະປະຈໍາ, ຄະນະເລຂາທິການ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານລັດຖະກອນພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.

ບັນດາແຈ້ງການທີ່ນໍາມາເຜີຍແຜ່ປະກອບມີ: ແຈ້ງການຂອງຫ້ອງວ່າການແຂວງ ສະບັບເລກທີ 455/ຫວຂ, ລົງວັນທີ 08 ເມສາ 2024 ເລື່ອງການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2567, ແຈ້ງການຂອງອົງການພັດທະ ນາ ແລະ ບໍລິຫານຕົວເມືອງ ສະບັບເລກທີ 314/ອພບຕ, ລົງວັນທີ 10 ເມສາ 2024 ເລື່ອງການຮັກສາຄວາມສະ ອາດ, ຄວາມເປັນລະບຽບຮຽບຮ້ອຍ ແລະ ການປະດັບປະດາຂອບເຂດຄວາມຮັບຜິດຊອບຂອງແຕ່ລະພາກສ່ວນໃນຊ່ວງໄລຍະບຸນປີໃໝ່ລາວ ພສ 2567 ແລະ ເອກະສານສໍາຄັນອື່ນໆອີກຈໍານວນໜຶ່ງ.



ຕອນທ້າຍ, ປະທານກອງປະຊຸມໄດ້ມີຄໍາເຫັນ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ພະນັກງານລັດຖະກອນ ເປັນເຈົ້າການໃນການຈັດຕັ້ງປະຕິບັດບັນດາແຈ້ງການຕ່າງໆ, ມີສະຕິເຄົາລົບລະບຽບການ, ມາດຕະການ ແລະ ສະຫຼອງບຸນປີໃໝ່ລາວຢ່າງລະມັດລະວັງ ເພື່ອບໍ່ກໍ່ໃຫ້ເກີດຄວາມເສັຍຫາຍດ້ານຕ່າງໆ ຕໍ່ຕົນເອງ, ຄອບຄົວ ແລະ ຕໍ່ສັງຄົມ.

ພາບ/ຂ່າວ: ສະພາປະຊາຊົນແຂວງ.