ເຜີຍແຜ່ເອກະສານ ກົມການເມືອງສູນກາງພັກ.

ກ.ພ. 24, 2023

ຕອນເຊົ້າຂອງວັນພຸດ, ວັນທີ 22 ກຸມພາ 2023 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໜ່ວຍພັກ ສະພາປະຊາຊົນແຂວງອຸດົມໄຊ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານກົມການເມືອງສູນກາງພັກ, ໂດຍການເປັນປະທານຂອງສະຫາຍ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີສະຫາຍ ທອງຄານ ວັດສະດາກອນ ເລຂາໜ່ວຍພັກສະພາປະຊາຊົນແຂວງ, ສະຫາຍ ຄໍາເຜີຍ ງອນວັນຄຳ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ບັນດາສະຫາຍຄະນະພັກ ແລະ ສະມາຊິກພັກສົມບູນ-ສໍາຮອງພາຍໃນໜ່ວຍພັກ ສະພາປະຊາຊົນແຂວງເຂົ້າຮ່ວມ.
ບັນດາເອກະສານທີນໍາມາເຜີຍແຜ່ຄັ້ງນີ້ປະກອບມີ: ມະຕິເລກທີ 21/ກມສພ, ລົງວັນທີ 9 ພະຈິກ 2022 ກົມການເມືອງສູນກາງພັກ ວ່າດ້ວຍ ການຕີລາຄາພະນັກງານ, ແຈ້ງການແນະນໍາຄະນະຈັດຕັ້ງສູນກາງພັກເລກທີ 322/ຄຈສພ, ລົງວັນທີ 2 ພະຈິກ 2022 ເລື່ອງການປະຕິບັດແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ແລະ ເອກະສານປະ ຖະກະຖາວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ ສປປລາວ ຄົບຮອບ 41 ປີ 16 ກຸມພາ 1982-16 ກຸມພາ 2023.
ຫຼັງຈາກນັ້ນ, ສະຫາຍເລຂາໜ່ວຍພັກໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວ ນຳພາ-ຊີ້ນຳ ຂອງຄະນະພັກສະພາປະຊົນແຂວງ ປະຈໍາເດືອນ 2 ປີ 2023 ແລະ ວາງທິດທາງແຜນການ ປະຈໍາເດືອນ 3 ປີ 2023, ຫລັງຈາກນັ້ນ ຜູ້ເຂົ້າຮ່ວມໄດ້ມີຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບການເຄື່ອນໄຫວດັ່ງກ່າວ, ຕໍານິສົ່ງຂ່າວ, ກໍ່ສ້າງເຊິ່ງກັນ ແລະ ກັນ ພາຍໃນໜ່ວຍພັກຢ່າງກົງໄປກົງມາ.
ປະຕິບັດຕາມວະລະ, ກອງປະຊຸມຍັງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາການເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນຈໍານວນ 3 ສະຫາຍຕື່ມອີກ.
ພາບ/ຂ່າວ: ແສງພອນ ອິນນະລົງ.