ເຜີຍແຜ່ເອກະສານສໍາຄັນຂອງພັກ ແລະ ສະຫຼຸບ ການສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

ພ.ພ. 27, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ໃນຕອນບ່າຍຂອງວັນທີ 23 ພຶດສະພາ 2024 ຄະນະພັກສະພາແຫ່ງຊາດ (ສພຊ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍເອກະສານສໍາຄັນຂອງພັກ ແລະ ສະຫຼຸບຕີລາຄາການສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ແລະ ວາງທິດທາງແຜນການ ເຄື່ອນໄຫວປີ 2024 ຂອງອົງຄະນະພັກສະພາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ; ມີບັນດາສະຫາຍຄະນະບໍລິຫານງານພັກ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ, ສະມາຊິກພັກສົມບູນ ແລະ ສໍາຮອງ ພ້ອມດ້ວຍພະນັກງານ-ລັດຖະກອນທົ່ວ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມບົດໂອ້ລົມຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປລາວ ຕໍ່ກອງປະຊຸມສະຫຼຸບວຽກງານການເງິນທົ່ວປະເທດ ປະຈໍາປີ 2023 ແລະ ທິດທາງປີ 2024; ເຜີຍແຜ່ມະຕິກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່. ນອກນັ້ນ, ກອງປະຊຸມຍັງໄດ້ຕີລາ ຄາຂະບວນການສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ໄດ້ຜ່ານມະຕິວ່າດ້ວຍການຮັບຮອງເອົາການຈັດປະເພດໜ່ວຍພັກ, ສະມາຊິກພັກ ແລະ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ພາຍໃນອົງຄະນະພັກສະພາແຫ່ງຊາດ ປະຈໍາປີ 2023 ໂດຍໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໃຫ້ແກ່ໜ່ວຍພັກທີ່ຖືກຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຈຳນວນ 15 ໜ່ວຍ ໃນ 18 ໜ່ວຍທີ່ຂຶ້ນກັບຄະນະພັກສະພາແຫ່ງຊາດ; ຕາງໜ້າຮາກຖານພັກ ກໍໄດ້ຂຶ້ນຈັບມືແຂ່ງຂັນເພື່ອສືບຕໍ່ແຂ່ງຂັນສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນປີ 2024 ພ້ອມທັງກ່າວຄໍາປະຕິຍານຕໍ່ກອງປະຊຸມ.
ສະຫາຍ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍສະມາຊິກພັກຍາດໄດ້ໃນປີໜຶ່ງທີ່ຜ່ານມາ ໃນຂະບວນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນແລະ ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ເນັ້ນໜັກບັນດາຄະນະພັກຮາກຖານ ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມແນວຄິດການເມືອງໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ສືບຕໍ່ມີຄວາມໜັກແໜ້ນດ້ານທັດສະນະການເມືອງ, ມີຄວາມອົດທົນຕໍ່ກັບສະພາບທີ່ຫຍຸ້ງຍາກ, ມີຄວາມຕັດສິນໃຈເຮັດລ້ອນໜ້າທີ່ ແລະ ສືບຕໍ່ຮັກສາຄວາມສາມັກຄີເປັນເອກະພາບພາຍໃນ, ໃນຂະບວນການສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນວຽກທີ່ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ຂອງບັນດາຮາກຖານພັກທີ່ຂຶ້ນກັບຄະນະບໍລິຫານງານພັກສະພາແຫ່ງຊາດ ເພື່ອສືບຕໍ່ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກ ຕິດພັນກັບການປະຕິບັດ 5 ແຜນງານ, 29 ໂຄງການ ທີ່ກອງປະຊຸມໃຫຍ່ໄດ້ຮັບຮອງເອົານັ້ນ ໃຫ້ປາກົດຜົນເປັນຈິງ; ເອົາໃຈໃສ່ວຽກງານປະສານງານພາຍໃນຄະນະໜ່ວຍພັກຮາກຖານ ກໍຄືການປະສານງານຂອງຄະ ນະຊ່ວຍວຽກພັກສະພາແຫ່ງຊາດ; ເປັນເຈົ້າການນຳພາ-ຊີ້ນຳບັນດາໜ່ວຍພັກຮາກຖານ ເຮັດສຳເລັດໜ້າທີ່ການເມືອງຂອງຕົນ ເຊິ່ງໃນປີນີ້ ສະພາແຫ່ງຊາດຈະເປັນເຈົ້າພາບກອງປະຊຸມໄອປາ ຄັ້ງທີ 45 ຈົ່ງພ້ອມກັນປຸ້ມລຸມກັນເປັນເຈົ້າພາບທີ່ດີ, ສະເພາະໜ້ານີ້ ແມ່ນການກະກຽມໃຫ້ແກ່ການດຳເນີນກອງປະຊຸມສະໄໝສາ ມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.
(ຂ່າວ: ອານຸສອນ ພູມມີທອນ, ພາບ: ສອນສັກ ວັນວິໄຊ)