(ສພຊ) ໃນລະຫວ່າງວັນທີ 25-27 ທັນວາ 2023 ທີ່ເມືອງບົວລະພາ ແຂວງຄໍາມ່ວນ, ກົມ ພົວພັນລັດຖະສະພາສອງຝ່າຍ ແລະ ກົມພົວພັນລັດຖະສະພາຫຼາຍຝ່າຍ, ກຳມາທິການການຕ່າງປະ ເທດສະພາແຫ່ງຊາດ ຮ່ວມກັບ ກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ ໂດຍໄດ້ຮັບການສະໜັບສະໜູນດ້ານງົບປະມານຂອງຄູ່ຮ່ວມພັດທະນາສາກົນພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (STEPS) ໄດ້ເປີດກອງປະຊຸມສໍາມະນາເຜີຍແຜ່ສົນທິສັນຍາສາກົນດ້ານສິດທິມະນຸດ ທີ່ ສປປລາວ ເປັນພາຄີ ໃຫ້ແກ່ສະ ມາຊິກສະພາປະຊາຊົນແຂວງຄຳມ່ວນ ແລະ ບັນດາອົງການປົກຄອງຂັ້ນເມືອງ ໂດຍການເປັນປະທານຮ່ວມຂອງທ່ານ ເພັດລາ ທັນທະວົງສາ ຫົວໜ້າກົມພົວພັນລັດຖະສະພາສອງຝ່າຍ ແລະ ທ່ານ ພູໂຂງ ສີສຸລາດ ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ; ມີວິທະຍາກອນຈາກກົມຊົນເຜົ່າ ແລະ ສາສະໜາ ກະຊວງພາຍໃນ, ສະມາຊິກສະພາປະຊາຊົນແຂວງທົ່ວແຂວງຄຳມ່ວນ, ບັນດາຜູ້ຕາງໜ້າຈາກສຳນັກງານປົກຄອງເມືອງບົວລະພາ ພ້ອມດ້ວຍບັນດາຄະນະກົມ, ຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງຈາກສະພາແຫ່ງຊາດ, ກະຊວງການຕ່າງປະເທດ ແລະ ສະພາປະຊາຊົນແຂວງຄຳມ່ວນ ເຂົ້າຮ່ວມທັງໝົດ 57 ທ່ານ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອເປັນການເຜີຍແຜ່, ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າ ໃຈກ່ຽວກັບການເຄື່ອນໄຫວວຽກງານສິດທິມະນຸດ ຂອງ ສປປລາວ ໃນເວທີພາກພື້ນ ແລະ ສາກົນ ລວມທັງການຈັດຕັ້ງປະຕິບັດພັນທະຕ່າງໆພາຍໃຕ້ສົນທິສັນຍາສາກົນ ທີ່ ສປປລາວ ເປັນພາຄີ, ວຽກງານການຄຸ້ມຄອງສາສະໜາ ຢູ່ ສປປລາວ ເຊິ່ງເປັນວຽກງານໜຶ່ງຕິດພັນກັບວຽກງານສິດທິມະນຸດ ແລະ ພາລະບົດບາດຂອງກຳມາທິການການຕ່າງປະເທດ ຕໍ່ວຽກງານການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍຂົງເຂດການຕ່າງປະເທດ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດພັນທະພາຍໃຕ້ສົນທິສັນຍາສາກົນດ້ານສິດທິມະນຸດ ໃຫ້ແກ່ບັນດາສະມາຊິກສະພາປະຊາຊົນແຂວງ ຄໍາມ່ວນ ແລະ ຕາງໜ້າຈາກອົງການປົກຄອງເມືອງ ທີ່ເຂົ້າຮ່ວມກອງປະຊຸມ ເພື່ອເຂົ້າໃຈແຈ້ງຂຶ້ນຕື່ມ, ເປັນບ່ອນອີງ ແລະ ຄໍານຶງເຖິງໃນການປະຕິບັດໜ້າທີ່ວຽກງານຂອງຕົນ. ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ໄດ້ມີການຄົ້ນຄວ້າລະດົມແນວຄວາມຄິດປະກອບຄຳເຫັນ, ສົນທະນາ ແລະ ແລກປ່ຽນ ຕໍ່ບັນດາເນື້ອໃນທີ່ວິທະຍາກອນໄດ້ນຳມາສະເໜີຢ່າງມີຈຸດສຸມ ແລະ ກົງໄປກົງມາ.
ໃນຕອນທ້າຍ, ຄະນະປະທານຮ່ວມ ໄດ້ຕີລາຄາສູງຕໍ່ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ໄດ້ຮັບຮູ້ຫຼາຍບັນຫາທີ່ສຳຄັນ ເປັນຕົ້ນ: ກົດໝາຍວ່າດ້ວຍສົນທິສັນຍາ ແລະ ສັນຍາສາ ກົນ, ຄວາມຮູ້ພື້ນຖານດ້ານສິດທິມະນຸດ ແລະ ການເຄື່ອນໄຫວວຽກງານສິດທິມະນຸດ, ວຽກງານການຄຸ້ມຄອງສາສະໜາ ຂອງ ສປປລາວ, ພາລະບົດບາດຂອງກຳມາທິການການຕ່າງປະເທດ ຕໍ່ວຽກງານການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍຂົງເຂດການຕ່າງປະເທດ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດພັນທະພາຍໃຕ້ສົນທິສັນຍາສາກົນດ້ານສິດທິມະນຸດ.