ເພື່ອເປັນການທົບທວນຄືນມູນເຊື້ອວັນຊາດທີ 2 ທັນວາ ຄົບຮອບ 48 ປີ ໃຫ້ສະມາຊິກພັກ, ພະນັກງານ ພາຍໃນສະພາປະຊາຊົນແຂວງ ໃຫ້ຮັບຮູ້ເຂົ້າໃຈກ່ຽວກັບປະຫວັດສາດ, ມູນເຊື້ອຂອງບັນດາຜູ້ນໍາແນວລາວຮັກຊາດ, ນັກຮົບ ແລະ ປາຊົນລາວບັນດາເຜົ່າ ທີ່ອຸທິດເລືອດເນື້ອເຫື່ອແຮງເພື່ອປະເທດຊາດ, ເພື່ອການປະຕິວັດປົດປ່ອຍຊາດແລະ ເພື່ອເປັນການຮໍ່າຮຽນເອົາຄຸນສົມບັດ, ສິນທຳປະຕິວັດ, ຄຸນງາມຄວາມດີ ຂອງຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ອຸດທິດຕົນເພື່ອການປະຕິວັດ ແລະ ນໍໍາພາປວງຊົນລາວທັງຊາດ ຍາດໄດ້ເອກະລາດມາໃຫ້ແກ່ປະເທດຊາດ. ທັງເປັນການປຸກລະດົມປະຊາຊົນລາວບັນດາເຜົ່າ, ເປັນຕົ້ນຄົນຮຸ່ນຫນຸ່ມໃຫ້ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບມູນເຊື້ອຄວາມເປັນມາ ແລະ ຄວາມຫມາຍສໍາຄັນ ໃຫ້ກວ້າງຂວາງເລິກເຊິ່ງ, ປຸກລະດົມເສີມຂະຫຍາຍມູນເຊື້ອເຂົ້າໃນຂະບວນການເຄື່ອນໄຫວຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ການປະຕິບັດ 2 ວາລະແຫ່ງຊາດ ໃຫ້ປະກົດເປັນຈິງ. ຮັກສາ ແລະ ເສີມຂະຫຍາຍມູນເຊື້ອຮັກຊາດ, ມູນເຊື້ອແຫ່ງຄວາມສາມັກຄີປອງດອງ, ມູນເຊື້ອແຫ່ງການສູ້ຮົບອາດຫານຂອງປວງຊົນລາວທັງຊາດພາຍໃຕ້ການນໍາພາຂອງພັກ ແນໃສ່ສ້າງໃຫ້ສະມາຊິກພັກ, ພະນັກງານ ມີທັດສະນະທີ່ຖືກຕ້ອງເປັນເອກະພາບພາຍໃນພັກ, ພາຍໃນສັງຄົມ ພ້ອມທັງຍົກສູງຄວາມສາມາດນໍາພາ ແລະ ລັກສະນະນໍາໜ້າຂອງພັກ.

ຕອນບ່າຍຂອງວັນທີ 27 ພະຈິກ 2023 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໄດ້ຈັດຕັ້ງເຜີຍແຜ່ເອກະ ສານມູນເຊື້ອວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ໂດຍການເປັນປະທານຂອງສະຫາຍ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີສະຫາຍ ຄໍາເຜີຍ ງອນວັນຄໍາ ກໍາມະການປະຈໍາພັກແຂວງ ຮອງປະທານ, ສະຫາຍ ທອງຄານ ວັດສະດາກອນ ເລຂາໜ່ວຍພັກ, ບັນດາຄະນະພັກ, ສະມາຊິກພັກສົມບູນ ແລະ ສໍາຮອງ ພາຍໃນໜ່ວຍພັກ ສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

ບັນດາເອກະສານທີ່ນໍາມາເຜີຍແຜ່ປະກອບມີ: ເອກະສານໂຄສະນາ-ປະຖະກະຖາ 48 ປີ ແຫ່ງການພັດທະ ນາປະເທດຊາດ ພາຍໃຕ້ການນໍາພາຂອງພັກ(2 ທັນວາ 1975-2 ທັນວາ 2023); ມູນເຊື້ອກອງທັບປະຊາຊົນລາວ 75 ປີ ໃຕ້ການນໍາພາເດັດຂາດໂດຍກົງ ແລະ ຮອບດ້ານ ຂອງພັກປະຊາຊົນລາວປະຕິວັດລາວ; ເອກະສານລະນຶກວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 (13 ທັນວາ 1920-13 ທັນວາ 2023) ແລະ ວັນເກີດປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (8 ກຸມພາ 1924-8 ກຸມພາ 2023) ແລະ ເອກະສານສະພາບລວມບັນຫາພົ້ນເດັ່ນຂອງພາກພື້ນ ແລະ ຂອງໂລກ.



ການເຜີຍແຜ່ເອກະສານໃນຄັ້ງນີ້, ໄດ້ເນັ້ນໜັກໃຫ້ສືບຕໍ່ເສີມຂະຫຍາຍມູນເຊື້ອວັນຊາດ ທີ 2 ທັນວາ ເຂົ້າໃນການພັດທະນາປະເທດຊາດ: ຄະນະພັກແຕ່ລະຂັ້ນ ຕ້ອງສືບຕໍ່ນໍາພາ-ຊີ້ນໍາ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ກໍ່ຄືມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນເຂົ້າສູ່ຊີວິດຕົວຈິງ, ໂດຍສະເພາະການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ໃຫ້ມີຜົນສໍາເລັດຕາມຄາດໝາຍ; ສືບຕໍ່ນໍາພາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໂດຍສະເພາະແມ່ນການສືບຕໍ່ຈັດຕັ້ງປະຕິບັດ 6 ວຽກງານໃຫ້ປະກົດຜົນເປັນຈິງ, ພັດທະນາເສດຖະກິດແຫ່ງຊາດ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຢືນຍົງ, ສ້າງຊັບພະຍາກອນມະນຸດ ມີຄຸນນະພາບສູງຂຶ້ນ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາ, ມີຄວາມສາມາດຄົ້ນຄວ້າ ແລະ ນໍາໃຊ້ວິທະ ຍາສາດເຕັກໂນໂລຢີ ເພື່ອຍົກສູງປະສິດທິພາບ ແລະ ສ້າງມູນຄ່າເພີ່ມໃນການຜະລິດ ແລະ ການບໍລິການ, ປັບປຸງຊີ ວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ, ປົກປັກຮັກສາສິ່ງແວດລ້ອມ ໃຫ້ມີຄວາມສົມດູນ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພພິບັດຕ່າງໆ; ສ້າງໂຄງລ່າງພຶ້ນຖານທີ່ມີຄວາມເຂັ້ມແຂງສາມາດນໍາໃຊ້ທ່າແຮງ, ກາລະໂອກາດ, ທີ່ຕັ້ງ, ເຂົ້າຮ່ວມຂະບວນການຮ່ວມ, ການເຊື່ອມໂຍງ ກັບພາກພຶ້ນ ແລະ ສາກົນຢ່າງເປັນຢ່າງເປັນເຈົ້າການ; ຄຸ້ມຄອງ-ບໍລິການລັດໃຫ້ມີປະສິດທິພາບ, ສັງຄົມມີຄວາມສະເໝີພາບ, ຍຸຕິທໍາ ແລະ ໄດ້ຮັບການປົກປ້ອງຕາມທິດການປົກຄອງດ້ວຍກົດໝາຍທີສັກສິດ ແລະ ເຂັ້ມງວດ; ເພີ່ມທະວີການສຶກສາອົບຮົມການ ເມືອງ-ແນວຄິດໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ເຊີດຊູນໍ້າໃຈຮັກຊາດ, ເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອສ້າງປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ຍຸຕິທໍາ ແລະ ສີວິໄລ; ຄະນະພັກແຕ່ລະຂັ້ນ ຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ຕໍ່ການໂຄສະນາ, ປຸກລະດົມໃຫ້ທົ່ວສັງຄົມຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຂອງພວກຄົນບໍ່ດີ ທີ່ສວຍໃຊ້ຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ເພື່ອມ້າງເພຄວາມສາມັກຄີພາຍໃນປະເທດເຮົາ ຮັບປະ ກັນການປົກປັກຮັກສາ ແລະ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃນສັງຄົມໃຫ້ໜັກແໜ້ນຍິ່ງໆຂຶ້ນ; ສືບຕໍ່ຈັດຕັ້ງປະຕິບັດຢ່າງແຂງແຮງ ຕໍ່ບັນດາຄາດໝາຍສູ້ຊົນໃນທ້າຍສະໄໝທີ່ກອງປະຊຸມໃຫຍ່ອົງຄະນະພັກແຕ່ລະຂັ້ນວາງອອກ ໂດຍຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດໃຫ້ສໍາເລັດຜົນ.

ຄໍາຂວັນໂຄສະນາ-ປຸກລະດົມ:
– ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ ຢ່າງສຸດໃຈ!
– ນໍ້າໃຈວັນຊາດ ທີ 2 ທັນວາ ໝັ້ນຍືນ!
– ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝັ້ນຍືນ!

ພາບ/ຂ່າວ: ສະພາປະຊາຊົນແຂວງ.