ຕອນເຊົ້າຂອງວັນທີ 27 ມັງກອນ 2025 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ, ກໍາມະບານຮາກຖານສະພາປະຊາຊົນປະຊາຊົນ ໄດ້ເຜີຍແຜ່ມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກຳມະບານລາວ ຄົບຮອບ 69 ປີ(ວັນທີ 1 ກຸມພາ 1956-ກຸມພາ 2025) ໂດຍການເປັນປະທານຂອງສະຫາຍ ທອງໄຊ ທໍ່ຈົງເລຍຈີ ປະທານກໍາມະບານຮາກຖານສະພາປະຊາຊົນແຂວງ, ມີສະຫາຍ ນ. ຄໍາພອນ ພິມມະຈັນ ຄະນະບໍລິຫານງານສະຫະພັນກໍາມະບານແຂວງ, ຄະນະກໍາມະບານ, ສະມາຊິກກໍາມະບານພາຍໃນຮາກຖານ ສະພາປະຊາຊົນແຂວງເຂົ້າຮ່ວມ.
ຈຸດປະສົງ, ເພື່ອເປັນການສະເຫຼີມສະຫຼອງການເຕີບໃຫ່ຍຂະຫຍາຍຕົວຂອງສະຫະພັນກຳມະບານລາວ ໃຫ້ມີເນື້ອໃນຢ່າງເລິກເຊິ່ງ, ກ້ວາງຂວາງທົ່ວສະມາຊິກກຳມະບານ, ຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າ. ກົມໂຄສະນາອົບຮົມ ສູນກາງສະຫະພັນກຳມະບານລາວ ໄດ້ຄົ້ນຄວ້າ ແລະ ປັບປຸງເນື້ອໃນເອກະສານມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກຳມະບານລາວ, ຊຶ່ງໄດ້ຕີລາຄາຄືນທາດແທ້, ຜົນງານອັນພົ້ນເດັ່ນໃນການເຄື່ອນໄຫວ ແລະ ປະກອບສ່ວນໃນພາລະກິດປະຕິວັດຊາດ, ປະຊາທິປະໄຕ, ປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງສະຫະພັນກຳມະບານລາວໃນຕະຫຼອດໄລຍະ 69 ປີ ຜ່ານມາ.
ພ້ອມກັນນັ້ນ, ໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນ ໄຫວວຽກງານປະຈໍາເດືອນ ມັງກອນ ແລະ ວາງທິດ ທາງແຜນການປະຈໍາເດືອນ ກຸມພາ ປີ 2025, ຫລັງຈາກນັ້ນ, ສະມາຊິກກໍາມະບານໄດ້ປະກອບຄໍາຄິດຄໍາເຫັນ, ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ຕື່ມອີກ.
ພາບ/ຂ່າວ: ສພຂ