(ສພຊ) – ແຕ່ວັນທີ 12-13 ທັນວາ 2025 ທີ່ແຂວງຄຳມ່ວນ, ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ມະຕິວ່າດ້ວຍການເຄື່ອນໄຫວວຽກງານສາຍດ່ວນຂອງສະພາແຫ່ງຊາດ ແລະ ການແລກປ່ຽນບົດຮຽນ ແລະ ປະສົບການໃນໄລຍະຜ່ານມາ ໃນການຈັດຕັ້ງປະຕິບັດວຽກງານສາຍດ່ວນ ເພື່ອປັບປຸງຮ່າງຄູ່ມືວຽກງານສາຍດ່ວນ ຮ່ວມກັບສະພາປະຊາຊົນ 6 ແຂວງພາກກາງ ແລະ ພາກໃຕ້ ພາຍໃຕ້ການເປັນປະທານຂອງທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສໍາຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ ໂດຍມີການເຂົ້າຮ່ວມຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ບັນດາທ່ານຮອງເລຂາທິການສະພາແຫ່ງຊາດ, ຕາງໜ້າຈາກຄະນະເລຂາທິການສະພາປະຊາຊົນແຂວງແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື ພ້ອມດ້ວຍຕາງໜ້າຈາກຫ້ອງວ່າການປົກຄອງແຂວງ, ບັນດາພະແນກການອ້ອມຂ້າງແຂວງ ແລະ ກອງບັນຊາການປ້ອງກັນຄວາມສະຫງົບແຂວງຄໍາມ່ວນ, ຄະນະຮັບຜິດຊອບກອງປະຊຸມ ແລະ ຕາງໜ້າໂຄງການຊ່ວຍເຫຼືອລ້າຂອງສະພາແຫ່ງຊາດ.

ທັງນີ້, ກໍເພື່ອຍົກສູງຂີດຄວາມສາມາດຂອງພະນັກງານ-ລັດຖະກອນ (ຜູ້ເຮັດວຽກງານສາຍດ່ວນ) ພາຍໃນສະແຫ່ງຊາດ (ສພຊ) ແລະ ສະພາປະຊາຊົນຂັ້ນແຂວງ (ສພຂ) ເພື່ອເປັນເສນາທິການຊ່ວຍວຽກບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ໃນຖານະເປັນຕົວແທນແຫ່ງສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວບັນດາເຜົ່າ, ພິຈາລະນາ ແລະ ແກ້ໄຂບັນຫາຕ່າງໆຂອງປະຊາຊົນ ຜ່ານໂທລະສັບສາຍດ່ວນ ໃຫ້ສຳເລັດທັນຕາມກຳນົດເວລາ; ປຶກສາຫາລືໃນການສ້າງ, ປັບປຸງ ປຶ້ມຄູ່ມືວຽກງານສາຍດ່ວນ; ແລກປ່ຽນບົດຮຽນ ແລະ ປະສົບການຜ່ານມາ ໃນການຈັດຕັ້ງປະຕິບັດວຽກງານສາຍດ່ວນ ລະຫວ່າງຜູ້ເຮັດວຽກງານງານສາຍດ່ວນຢູ່ ສພຊ ແລະ ສພຂ ແລະ ບັນດາພະແນກການທີ່ກ່ຽວຂ້ອງພາຍໃນແຂວງ ແນໃສ່ເຮັດໃຫ້ຄຳສະເໜີຂອງປະຊາຊົນ ໄດ້ຮັບການພິຈາລະນາ, ແກ້ໄຂ ແລະ ການລາຍງານຜົນການແກ້ໄຂ ໃຫ້ແກ່ຄະນະປະຈຳສະພາແຫ່ງຊາດ ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ.

ກອງປະຊຸມໄດ້ຮັບຟັງການເຜີຍແຜ່ມະຕິວ່າດ້ວຍການເຄື່ອນໄຫວວຽກງານສາຍດ່ວນ ສະບັບເລກທີ 167/ຄປຈ, ລົງວັນທີ 6 ມິຖຸນາ 2025 ແລະ ສະເໜີຮ່າງຄູ່ມືວຽກງານສາຍດ່ວນ; ນອກນັ້ນ, ຍັງໄດ້ມີການແລກປ່ຽນບົດຮຽນກ່ຽວກັບຄວາມໝາຍ, ຄວາມສໍາຄັນໃນການຈັດຕັ້ງປະຕິບັດວຽກງານສາຍດ່ວນຂອງສະພາແຫ່ງຊາດໄລຍະຜ່ານມາ; ຄວາມຮູ້ພື້ນຖານກ່ຽວກັບວຽກງານສາຍດ່ວນ; ວິທີການກວດກາເນື້ອໃນ ແລະ ແຍກຂົງເຂດ, ເຮັດປຶ້ມປະມວນສາຍດ່ວນ ແລະ ນໍາສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂຄໍາສະເໜີຂອງປະຊາຊົນ; ການຮ່າງບົດລາຍງານການແຈ້ງຕອບຄໍາສະເໜີຂອງປະຊາຊົນ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນ, ຖອດຖອນບົດຮຽນເຊິ່ງກັນແລະກັນ ໃສ່ບັນດາຫົວຂໍ້ຕ່າງໆທີ່ນໍາມາສະເໜີໃນຄັ້ງນີ້ ເພື່ອເຮັດໃຫ້ບັນດາບົດຕ່າງໆມີເນື້ອໃນອຸດົມສົມບູນຍິ່ງຂຶ້ນ ແລະ ເປັນເອກະພາບກັນທົ່ວປະເທດ, ແທດເໝາະສອດຄ່ອງກັບການນໍາໄປໃຊ້ໃນການປະຕິບັດໜ້າທີ່ວຽກງານຕົວຈິງ.
ກອງປະຊຸມໄດ້ຮັບຟັງການມີຄຳເຫັນໂອ້ລົມຈາກທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເຊິ່ງທ່ານໄດ້ລາຄາສູງຕໍ່ຄວາມເອົາໃຈໃສ່ຂອງທຸກພາກສ່ວນ ທັງສູນກາງ ແລະ ທ້ອງຖິ່ນ ທີ່ໄດ້ໃຫ້ຄວາມຮ່ວມມືສຸມໃສ່ປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍສະພາແຫ່ງຊາດ, ມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງແຕ່ລະພາກສ່ວນ ໂດຍສະເພາະແມ່ນມະຕິວ່າດ້ວຍການເຄື່ອນໄຫວວຽກງານສາຍດ່ວນ. ພ້ອມນັ້ນ, ທ່ານຍັງມີຄຳເຫັນໃຫ້ຜູ້ເຂົ້າຮ່ວມ ຈະຕ້ອງໄດ້ມີການປັບປຸງບາງວຽກງານຕື່ມ ເປັນຕົ້ນ: ກ່ອນອື່ນຕ້ອງເຂົ້າໃຈເຖິງຄວາມສໍາຄັນຂອງວຽກງານສາຍດ່ວນ ເຊິ່ງເປັນບ່ອນທີ່ປະຊາຊົນສາມາດນໍາໃຊ້ສິດໃນການປາກເວົ້າ ສະເໜີມາຍັງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ໂດຍຜ່ານສາຍດ່ວນ; ການຮັບໂທລະສັບສາຍດ່ວນ ຕ້ອງຮັກສາຄວາມລັບກ່ຽວກັບຂໍ້ມູນ; ໃນເວລາຮັບສາຍດ່ວນຕ້ອງຕັ້ງໃຈຟັງໃຫ້ຈະແຈ້ງ, ສາມາດສັງລວມຫຍໍ້ໃຫ້ໄດ້ເນື້ອໃນໃຈຄວາມທີ່ປະຊາຊົນສະເໜີໃຫ້ແກ້ໄຂ; ການຮັບສາຍດ່ວນ ຕ້ອງເວົ້າຈາສຸພາບຮຽບຮ້ອຍ, ຫຼີກລ່ຽງການໃຊ້ອາລົມ ຫຼື ເວົ້າຈາບໍ່ສຸພາບ; ການບັນທຶກ, ສັງລວມຂໍ້ມູນທີ່ໄດ້ຜ່ານສາຍດ່ວນ ຕ້ອງຊັດເຈນ, ແຍກໃຫ້ຖືກຕາມຂົງເຂດບັນຫາ ເພື່ອສົ່ງຕໍ່ໃຫ້ພາກສ່ວນກ່ຽວຂ້ອງ ສອດຄ່ອງກັບຂອບເຂດຄວາມຮັບຜິດຊອບຂອງພາກສ່ວນນັ້ນໆ ເພື່ອພິຈາລະນາແກ້ໄຂ; ເພີ່ມທະວີເອົາໃຈໃສ່ການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຕິດຕາມ ແລະ ຊຸກຍູ້ ການພິຈາລະນາ, ແກ້ໄຂຄໍາສະເໜີຂອງປະຊາຊົນ ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ດຳເນີນໄປຕາມຄວາມເຄັ່ງຮ້ອນ, ຮີບດ່ວນຂອງບັນຫາ; ສະຫຼຸບ, ລາຍງານຜົນການແກ້ໄຂບັນຫາຕາມຄຳສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນ ຕໍ່ຄະນະປະຈໍາສະພາແຫ່ງຊາດ ເປັນປົກກະຕິ ຫຼື ມີຂໍ້ສະເໜີເພື່ອພິຈາລະນາ.
(ສອນສັກ ວັນວິໄຊ)

