(ສພຊ) – ຕອນສວາຍວັນສຸກທີ 9 ມັງກອນຜ່ານມາ, ສະຫະພັນກຳມະບານສະພາແຫ່ງຊາດ (ສກບສພຊ) ໄດ້ຈັດກອງປະຊຸມການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ IX ໂດຍການເປັນປະທານຂອງທ່ານ ວຽງແກ້ວ ວັນນະຈັກ ຮອງປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ, ປະທານຄະນະບໍລິຫານງານ ສກບສພຊ ເຊິ່ງມີບັນດາທ່ານປະທານ-ຮອງປະທານ ແລະ ກຳມະການຂອງກຳມະບານຮາກຖານພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ; ທັງນີ້, ກໍເພື່ອນຳເອົາເນື້ອໃນຈິດໃຈຂອງມະຕິກອງປະຊມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ IX ໂດຍສະເພາະທິດທາງວຽກງານຈຸດສຸມແຕ່ລະດ້ານ (2026-2030) ນຳໄປຈັດຕັ້ງຜັນຂະຫຍາຍບັນດາເປົ້າໝາຍ, ແຜນວຽກຈຸດສຸມ ມາເປັນກິດຈະກຳອັນລະອຽດ ແລະ ເປັນເຈົ້າການຄົ້ນຄວ້າ, ເຜີຍແຜ່, ເຊື່ອມຊຶມ ໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າ ໄດ້ຮັບຮູ້, ເຊື່ອມຊຶມ, ກຳແໜ້ນຢ່າງລະອຽດ, ກວ້າງຂວາງ, ເລິກເຊິ່ງ, ທົ່ວເຖິງ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ.
ທ່ານ ຄຳແທ່ນ ວິລະກຸນ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານສະພາແຫ່ງຊາດ ໄດ້ຂຶ້ນເຜີຍແຜ່ບົດລາຍງານການເມືອງ, ມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ IX ແລະ ບົດສະຫຼຸບແຜນ ພັດທະນາວຽກງານກຳມະບານ 5 ປີ ຄັ້ງທີ IV (2021-2025) ແລະ ທິດທາງແຜນພັດທະນາວຽກງານກຳມະບານ 5 ປີ ຄັ້ງທີ V (2026-2030) ຂອງສະຫະພັນກຳມະບານລາວ; ນອກນັ້ນ, ຍັງໄດ້ຮັບຟັງຄຳເເນະນຳເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສູນກາງສະຫະພັນກຳມະບານລາວ ສະໄໝທີ IX.
(ກົງທະນູຄຳ ພິພັດເສລີ)

