ເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນເທື່ອທີ9 ຢູ່ເມືອງລອງ

ກ.ຍ. 8, 2025

ໃນລະຫວ່າວັນທີ 4-5 ກັນຍາ 2025 ທ່ານ ກົງເພັດ ແກ້ວບົວພາ ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ໄດ້ລົງພົບປະປະຊາຊົນ ແລະ ພະນັກງານຫລັກແຫລ່ງ, ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ(ສພຊ) ແລະ ສະພາປະຊາຊົນແຂວງ(ສພຂ) ຢູ່ສະໂມສອນເມືອງລອງ, ບ້ານກົກມ່ວງ, ບ້ານຈ່າແກ້ວ ມີເລຂາພັກເມືອງ, ຮອງເລຂາພັກເມືອງ ສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງ, ພະນັກງານຫລັງແຫລ່ງຂອງເມືອງ, ອຳນາດການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.      ໂອກາດນີ້ ໄດ້ຮັບຟັງສະພາບຫຍໍ້ການຈັດຕັ້ງປະຕິບັດວຽກງານພາຍໃນເມືອງ, ບ້ານ ໃນໄລຍະຜ່ານມາ  ພ້ອມທັງ ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ9 ຂອງ ສພຂ ເຊິ່ງໄດ້ຄົ້ນຄວ້າ, ພິຈາລະນາ ຮັບຮອງບັນຫາສຳຄັນຂອງແຂວງຄື:ໄດ້ພິຈາລະນາ ຮັບຮອງເອົາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2025 ຂອງແຂວງ; ຮັບຮອງເອົາ ຜົນງານການເຄື່ອນໄຫວຂອງພະແນກຍຸຕິທຳແຂວງ ໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານໃຊ້ໄດ້ຢ່າງເດັດຂາດໃນໄລຍະຜ່ານມາ; ຮັບຮອງ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນເທື່ອທີ8 ຫາ ເທື່ອທີ9 ຂອງສະພາປະຊາຊົນແຂວງ; ຮັບຮອງເອົາ ແຜນການເຄື່ອນໄຫວຮອດກອງປະຊຸມສະໄໝສາມັນເທື່ອທີ10 ຂອງ ສພຂ ແລະ ຮັບຮອງເອົາຜົນການປະເມີນການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງເຈົ້າແຂວງ ຈໍານວນ 3 ສະບັບຄື: ຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍການຄຸ້ມຄອງສິ່ງປຸກສ້າງ ແລະ ເຂດສະຫງວນທາງພາຍໃນ ເທດສະບານ ແລະບັນດາຕົວເມືອງຂອງແຂວງຫຼວງນໍ້າທາ; ຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ; ຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍການກໍານົດຫົວໜ່ວຍປະເມີນລາຄາທີ່ດິນແຕ່ລະປະເພດ ຢູ່ພາຍໃນແຂວງ ແລະ ຮັບຟັງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ9 ຂອງສະພາແຫ່ງຊາດຊຸດທີIX ເຊິ່ງກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາວຽກງານສໍາຄັນຂອງປະເທດຊາດຄື: ຮັບຮອງເອົາວຽກງານລັດຖະບານ; ວຽກງານສະພາແຫ່ງຊາດ; ວຽກງານການສ້າງ ແລະ ປັບປຸງກົດໝາຍ ຊຶ່ງກອງປະຊຸມຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 10 ສະບັບ ໃນນີ້ສ້າງໃໝ່ 5 ສະບັບ; ນອກນັ້ນ ຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດເຫັນບັນຫາທີ່ພົບຄວາມຫຍຸ້ງຍາກພາຍໃນເມືອງ, ບ້ານ ເປັນຕົ້ນບັນຫາພື້ນຖານໂຄງລ່າງ ແລະ ອຶ່ນໆ.