ເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນເທື່ອທີ9 ຢູ່ສະໂມສອນເມືອງສິງ

ກ.ຍ. 5, 2025

  ເພື່ອຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ໃນການເປັນຕົວແທນແຫ່ງສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ ໃນຕອນເຊົ້າວັນທີ 4 ກັນຍາ 2025 ທ່ານ ຄໍາຟອງ ອິນມະນີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ໄດ້ລົງພົບປະພະນັກງານຫລັກແຫລ່ງ, ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ(ສພຊ) ແລະ ສະພາປະຊາຊົນແຂວງ(ສພຂ) ຢູ່ສະໂມສອນເມືອງສິງ, ມີປະທານ, ຮອງປະທານຄະນະກຳມະການປົກຄອງເມືອງ, ສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງ, ພ້ອມດ້ວຍພະນັກງານຫລັງແຫລ່ງເຂົ້າຮ່ວມຢ່າງພ້ອມພຽງ.

​      ໂອກາດນີ້ ໄດ້ຮັບຟັງສະພາບຫຍໍ້ການຈັດຕັ້ງປະຕິບັດວຽກງານພາຍໃນເມືອງ ໃນໄລຍະຜ່ານມາ  ພ້ອມທັງ ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ9 ຂອງ ສພຂ ເຊິ່ງໄດ້ຄົ້ນຄວ້າ, ພິຈາລະນາ ຮັບຮອງບັນຫາສຳຄັນຂອງແຂວງຄື:ໄດ້ພິຈາລະນາ ຮັບຮອງເອົາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2025 ຂອງແຂວງ; ຮັບຮອງເອົາ ຜົນງານການເຄື່ອນໄຫວຂອງພະແນກຍຸຕິທຳແຂວງ ໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານໃຊ້ໄດ້ຢ່າງເດັດຂາດໃນໄລຍະຜ່ານມາ; ຮັບຮອງ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນເທື່ອທີ8 ຫາ ເທື່ອທີ9 ຂອງສະພາປະຊາຊົນແຂວງ; ຮັບຮອງເອົາ ແຜນການເຄື່ອນໄຫວຮອດກອງປະຊຸມສະໄໝສາມັນເທື່ອທີ10 ຂອງ ສພຂ ແລະ ຮັບຮອງເອົາຜົນການປະເມີນການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງເຈົ້າແຂວງ ຈໍານວນ 3 ສະບັບຄື: ຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍການຄຸ້ມຄອງສິ່ງປຸກສ້າງ ແລະ ເຂດສະຫງວນທາງພາຍໃນ ເທດສະບານ ແລະບັນດາຕົວເມືອງຂອງແຂວງຫຼວງນໍ້າທາ; ຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ; ຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍການກໍານົດຫົວໜ່ວຍປະເມີນລາຄາທີ່ດິນແຕ່ລະປະເພດ ຢູ່ພາຍໃນແຂວງ ແລະ ຮັບຟັງເຜີຍແຜ່ຜົນສຳເລັດກອງປະຊຸມສະ

ໄໝສາມັນເທື່ອທີ9 ຂອງສະພາແຫ່ງຊາດຊຸດທີIX ເຊິ່ງກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາວຽກງານສໍາຄັນຂອງປະເທດຊາດຄື: ຮັບຮອງເອົາວຽກງານລັດຖະບານ; ວຽກງານສະພາແຫ່ງຊາດ; ວຽກງານການສ້າງ ແລະ ປັບປຸງກົດໝາຍ ຊຶ່ງກອງປະຊຸມຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 10 ສະບັບ ໃນນີ້ສ້າງໃໝ່ 5 ສະບັບ; ນອກນັ້ນ ຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດເຫັນບັນຫາທີ່ພົບຄວາມຫຍຸ້ງຍາກພາຍໃນເມືອງ, ບ້ານ ເປັນຕົ້ນບັນຫາພື້ນຖານໂຄງລ່າງ ແລະ ອຶ່ນໆ.

ຕອນທ້າຍຍັງໄດ້ຮັບຟັງຄຳເຫັນໂອ້ລົມຂອງທ່ານ ຄຳຟອງ ອິນມະນີ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດພາຍໃນເມືອງ ຍັງໃຫ້ຮູ້ເຖິງກົງຈັກບຸກຄະລາກອນຂອງແຂວງ, ເມືອງ ພ້ອມທັງ ຮຽກຮ້ອງໃຫ້ການນໍາຂອງເມືອງ, ພະນັກງານຫລັກແຫລ່ງທຸກຂົງເຂດຈົ່ງພ້ອມກັນສືບຕໍ່ພັດທະນາເມືອງ, ແຂວງໃຫ້ມີຜົນສໍາເລັດ ແລະ ມີຄວາມຈະເລີນສີວິໄລ