ເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາປະຊາຊົນແຂວງຫລວງນ້ຳທາ

​ກ.ກ. 25, 2025 | ເຂດ 3 ຫຼວງນ້ຳ​ທາ

ເພື່ອຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ໃນການເປັນຕົວແທນແຫ່ງສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ ໃນຕອນເຊົ້າວັນທີ 24 ກໍລະກົດ 2025 ນີ້ສະພາປະຊາຊົນແຂວງຫລວງນໍ້າ ໄດ້ຈັດພິທີເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຢູ່ທີຫໍວັດທະນາທໍາແຂວງ ນໍາໂດຍທ່ານ ພົຕ ປອ ວົງສັກ ພັນທະວົງ ກຳມະການຄະນະປະຈໍາສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ ແລະ ທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍສະມາຊິກສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອາດີດການນໍາຂອງແຂວງ, ຫົວຫນ້າ, ຮອງຫົວໜ້າພະແນກການຂອງແຂວງ ພ້ອມດ້ວຍພະນັກງານຫລັກແຫລ່ງຂອງແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີທ່ານ ທ່ານ ພົຕ ປອ ວົງສັກ ພັນທະວົງ ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ9 ຂອງສະພາແຫ່ງຊາດຊຸດທີIX ເຊິ່ງກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາວຽກງານສໍາຄັນຂອງປະເທດຊາດຄື: ຮັບຮອງເອົາວຽກງານລັດຖະບານ; ວຽກງານສະພາແຫ່ງຊາດ; ວຽກງານການສ້າງ ແລະ ປັບປຸງກົດໝາຍ ຊຶ່ງກອງປະຊຸມຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 10 ສະບັບ ໃນນີ້ສ້າງໃໝ່ 5 ສະບັບ ແລະ ກົດໝາຍປັບປຸງ 5 ສະບັບ

ພ້ອມດຽວກັນ ທ່ານ ຄຳຟອງ ອິນມານີ ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ9 ຂອງສະພາປະຊາຊົນແຂວງ ເຊິ່ງໄດ້ຄົ້ນຄວ້າ, ພິຈາລະນາຮັບຮອງບັນຫາສຳຄັນຂອງແຂວງຄື:ໄດ້ພິຈາລະນາເອົາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແລະ ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2025 ຂອງແຂວງ; ພິຈາລະນາຮັບຮອງເອົາ ຜົນງານການເຄື່ອນໄຫວຂອງພະແນກຍຸຕິທຳແຂວງ ໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານໃຊ້ໄດ້ຢ່າງເດັດຂາດໃນໄລຍະຜ່ານມາ; ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະ ຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ຂອງສະພາປະຊາຊົນແຂວງ; ກອງປະຊຸມເຫັນດີຮັບຮອງເອົາ ແຜນການເຄື່ອນໄຫວຮອດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງ ແລະ ຮັບຮອງເອົາຜົນການປະເມີນການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງເຈົ້າແຂວງ ຈໍານວນ 3 ສະບັບຄື: ຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍການຄຸ້ມຄອງສິ່ງປຸກສ້າງ ແລະ ເຂດສະຫງວນທາງພາຍໃນ ເທດສະບານ ແລະບັນດາຕົວເມືອງຂອງແຂວງຫຼວງນໍ້າທາ; ຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ; ຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍການກໍານົດຫົວໜ່ວຍປະເມີນລາຄາທີ່ດິນແຕ່ລະປະເພດ ຢູ່ພາຍໃນແຂວງ.

ຕອນແລງຂອງວັນດຽວກັນ ສະພາປະຊາຊົນແຂວງ ຍັງໄດ້ລົງພົບປະ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຢູ່ທີ່ຫ້ອງປະຊຸມຂອງກອງບັນຊາການ ປກສ ແຂວງ ນໍາໂດຍທ່ານ ພົຕ ປອ ວົງສັກ ພັນທະວົງ ແລະ ທ່ານ ຄຳຟອງ ອິນມານີ ພ້ອມດ້ວຍຄະນະ ມີຄະນະພັກ 2 ກອງບັນຊາການ ປກຊ -ປກສ ພ້ອມດ້ວຍນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫລວດເຂົ້າຮ່ວມຢ່າງພ້ອມພຽງ.

ທັງນີ້ເພື່ອນຳເອົາເນື້ອໃນຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ9 ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ເຜີຍແຜ່ໃຫ້ຮັບຮູ້ເຊື່ອມຊຶມ ໂອກາດນີ້ ຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດເຫັນບັນຫາທີ່ພົບຄວາມຫຍຸ້ງຍາກເປັນຕົ້ນບັນຫາພື້ນຖານໂຄງລ່າງພາຍໃນແຂວງ, ເພື່ອສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງໄດ້ຄົ້ນຄວ້າແກ້ໄຂຕາມຄວາມເປັນຈິງ;