ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ9 ຢູ່ເມືອງສິງ ແຂວງຫຼວງນໍ້າທາ

ກ.ຍ. 4, 2025

ເພື່ອຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ໃນການເປັນຕົວແທນແຫ່ງສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ ໃນຕອນເຊົ້າວັນທີ 3 ກັນຍາ 2025 ສະພາປະຊາຊົນແຂວງຫລວງນໍ້າ ໄດ້ລົງພົບປະປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງ, ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ(ສພຊ) ແລະ ສະພາປະຊາຊົນແຂວງ(ສພຂ) ຢູ່ກຸ່ມບ້ານນາຄໍາ ເມືອງສິງ ນໍາໂດຍທ່ານ ນາງ ອຸ່ນຫລ້າ ອ້ຽງລໍລາດ ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງ, ມີຄະນະພັກຮາກຖານກຸ່ມບ້ານ, ປກສ ກຸ່ມບ້ານ, ອຳນາດການປົກຄອງບ້ານ ພ້ອມດ້ວຍປະຊາຊົນພາຍໃນກຸ່ມບ້ານເຂົ້າຮ່ວມ 50 ກວ່າຄົນ.

​      ໂອກາດນີ້ ໄດ້ຮັບຟັງສະພາບການຈັດຕັ້ງປະຕິບັດຂອງກຸ່ມບ້ານນາຄໍາ ໂດຍມີອົງການປົກຄອງບ້ານຂຶ້ນກັບກຸ່ມຈໍານວນ 8 ບ້ານ ແລະ ທ່ານ ຈັນທະສຸລິນ ໝັ້ນປະດິດ ກໍາມະການຄະນະປະຈໍາ ສພຂ ເລຂາທິການ ສພຂ ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ9 ຂອງສະພາແຫ່ງຊາດຊຸດທີIX ເຊິ່ງກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາວຽກງານສໍາຄັນຂອງປະເທດຊາດຄື: ຮັບຮອງເອົາວຽກງານລັດຖະບານ; ວຽກງານສະພາແຫ່ງຊາດ; ວຽກງານການສ້າງ ແລະ ປັບປຸງກົດໝາຍ ຊຶ່ງກອງປະຊຸມຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 10 ສະບັບ ໃນນີ້ສ້າງໃໝ່ 5 ສະບັບ.

ພ້ອມດຽວກັນ ທ່ານ ຄຳກ້ຽງ ແກ້ວປະເສີດ ສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງສິງ ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ9 ຂອງ ສພຂ ເຊິ່ງໄດ້ຄົ້ນຄວ້າ, ພິຈາລະນາ ຮັບຮອງບັນຫາສຳຄັນຂອງແຂວງຄື:ໄດ້ພິຈາລະນາ ຮັບຮອງເອົາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2025 ຂອງແຂວງ; ຮັບຮອງເອົາ ຜົນງານການເຄື່ອນໄຫວຂອງພະແນກຍຸຕິທຳແຂວງ ໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານໃຊ້ໄດ້ຢ່າງເດັດຂາດໃນໄລຍະຜ່ານມາ; ຮັບຮອງ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນເທື່ອທີ8 ຫາ ເທື່ອທີ9 ຂອງສະພາປະຊາຊົນແຂວງ; ຮັບຮອງເອົາ ແຜນການເຄື່ອນໄຫວຮອດກອງປະຊຸມສະໄໝສາມັນເທື່ອທີ10 ຂອງ ສພຂ ແລະ ຮັບຮອງເອົາຜົນການປະເມີນການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງເຈົ້າແຂວງ ຈໍານວນ 3 ສະບັບຄື: ຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍການຄຸ້ມຄອງສິ່ງປຸກສ້າງ ແລະ ເຂດສະຫງວນທາງພາຍໃນ ເທດສະບານ ແລະບັນດາຕົວເມືອງຂອງແຂວງຫຼວງນໍ້າທາ; ຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ; ຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍການກໍານົດຫົວໜ່ວຍປະເມີນລາຄາທີ່ດິນແຕ່ລະປະເພດ ຢູ່ພາຍໃນແຂວງ.

​      ຕອນແລງຂອງວັນດຽວກັນ ທ່ານ ນາງ ອຸ່ນຫລ້າ ອ້ຽງລໍລາດ ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ຍັງໄດ້ລົງພົບປະປະຊາຊົນຢູ່ກຸ່ມບ້ານນ້ຳແກ້ວຫລວງ ມີຄະນະພັກຮາກຖານກຸ່ມບ້ານ, ປກສ ກຸ່ມບ້ານ, ອຳນາດການປົກຄອງບ້ານ ພ້ອມດ້ວຍປະຊາຊົນພາຍໃນກຸ່ມບ້ານເຂົ້າຮ່ວມ 50 ກວ່າຄົນ.

ທັງນີ້ເພື່ອຮັບຟັງສະພາບການຈັດຕັ້ງປະຕິບັດການພັດທະນາກຸ່ມບ້ານເປັນຕົ້ນການພັດທະນາພື້ນຖານໂຄງຮ່າງນຳເອົາເນື້ອໃນຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ9 ຂອງ ສພຊ ແລະ ສພຂ ເຜີຍແຜ່ໃຫ້ຮັບຮູ້ເຊື່ອມຊຶມ ໂອກາດນີ້ ຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດເຫັນບັນຫາທີ່ພົບຄວາມຫຍຸ້ງຍາກພາຍໃນກຸ່ມບ້ານເປັນຕົ້ນບັນຫາພື້ນຖານໂຄງລ່າງພາຍໃນເມືອງ ແລະ ຜົນກະທົບຈາກໂຄງການ, ບໍລິສັດຕ່າງໆ ເພື່ອສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງໄດ້ຄົ້ນຄວ້າແກ້ໄຂຕາມຄວາມເປັນຈິງ;

 

ໂດຍ ນາງ ວັນນີ ແຝງບົວວັນ