ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ເມືອງໄຊ.

ສ.ຫ. 13, 2025

ລະຫວ່າງວັນທີ 12-14 ກໍລະກົດ 2025 ຜ່ານມານີ້, ທ່ານ ເລື່ອມ ສົນສີວິໄລ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 4, ທ່ານ ນ. ທຸມມາ ປັນຍາສິດ ແລະ ທ່ານ ວິລັດ ໄຊຍະວົງ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊ ພ້ອມດ້ວຍຄະນະ, ໄດ້ລົງເຄື່ອນໄຫວພົບປະຜູ້ເລືອກຕັ້ງ ແລະ ເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ເມືອງໄຊ; ລວມໄດ້ 6 ບ້ານຄື: ບ້ານບໍ່, ບ້ານລ້ອງກໍເດື່ອ, ບ້ານມອນໃຕ້, ບ້ານໂຮມສຸກ, ບ້ານຫຼັກ4 ແລະ ບ້ານໜອງແມງດາ, ມີບັນດາຄະນະພັກ, ອົງການປົກຄອງບ້ານ, ອົງການຈັດຕັ້ງຂອງບ້ານ, ເຖົ້າແກ່ແນວໂຮມ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນບ້ານ ເຂົ້າຮ່ວມຮັບຟັງທັງໝົດ 367 ຄົນ, ຍິງ 153 ຄົນ.
ການລົງເຜີຍແຜ່ຄັ້ງນີ້, ໄດ້ຮັບຟັງການລາຍງານສະພາບພົ້ນເດັ່ນຈາກອົງການປົກຄອງແຕ່ລະບ້ານໂດຍຫຍໍ້, ຄໍາຄິດເຫັນ , ຄໍາສະເໜີຂອງຜູ້ເຂົ້າຮ່ວມ ແລະ ໂອກາດດັ່ງກ່າວບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະ ຊາຊົນແຂວງ ໄດ້ສະແດງຄວາມຊົມເຊີຍຕໍ່ອົງການການປົກຄອງບ້ານ ໃນການສຸມໃສເຫື່ອແຮງປະກອບສ່ວນເຂົ້າໃນການພັດທະນາບ້ານຂອງຕົນ ເຮັດໃຫ້ບ້ານມີຄວາມສະຫງົບໂດຍພື້ນຖານ, ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ ແລະ ຫຼັງຈາກນັ້ນ ໄດ້ນໍາເອົາເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II, ບັນດາມະຕິຕ່າງໆ ທີ່ໄດ້ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງຊາດ ແລະ ຂອງແຂວງ, ບົດຊີ້ແຈງຕ່າງໆ ຕໍ່ບັນດາຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ໃນວາ ລະເຂົ້າຮ່ວມ 2 ກອງປະຊຸມດັ່ງກ່າວ.
ພ້ອມດຽວກັນນັ້ນ, ຍັງໄດ້ຊີ້ແຈງຕໍ່ຄໍາສະເໜີຂອງອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນ ສ່ວນຫຼາຍແມ່ນບັນຫາທີ່ຕິດພັນກັບການພັດທະນາພື້ຖານໂຄງລ່າງ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ແລະ ບາງຄໍາສະເໜີແມ່ນຈະໄດ້ສະຫລຸບສັງລວມ ສົ່ງໃຫ້ຄະນະປະຈໍາສະພາປະຊາຊົນແຂວງ ຈັດກອງປະຊຸມເພື່ອຄົ້ນຄວ້າປຶກສາຫາລື ພ້ອມທັງສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງພິຈາລະນາແກ້ໄຂຕາມພາລະບົດບາດ, ສິດ ແລະ ໜ້າທີ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.