ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ເມືອງຫຼາ.

ສ.ຫ. 13, 2025

ລະຫວ່າງວັນທີ 12-14 ກໍລະກົດ 2025 ຜ່ານມານີ້, ທ່ານ ນິສິດ ແກ້ວປັນຍາ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 4, ທ່ານ ນ. ໄລວອນ ຈັນທະລາ ແລະ ທ່ານ ສີພອນ ອິນຕະວົງ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫຼາ ພ້ອມດ້ວຍຄະນະ, ໄດ້ລົງເຄື່ອນໄຫວພົບປະຜູ້ເລືອກຕັ້ງ ແລະ ເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ເມືອງຫຼາ; ລວມໄດ້ 7 ຈຸດຄື: ຈຸດສະໂມສອນກອງບັນຊາການທະຫານເມືອງຫຼາ, ບ້ານຫົວແກງ, ບ້ານຫ້ວຍຈາຍ, ບ້ານຫ້ວຍແພ, ບ້ານຫາດນິກ, ບ້ານຫາດແອນ ແລະ ບ້ານປາກກໍ, ມີພະນັກງານຫຼັກແຫຼງຂອງ 2 ກໍາລັງ ປກຊ-ປກສ, ນາຍບ້ານ, ອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນ ເຂົ້າຮ່ວມຮັບຟັງທັງ ໝົດ 302 ຄົນ, ຍິງ 174 ຄົນ.
ການລົງເຜີຍແຜ່ຄັ້ງນີ້, ໄດ້ຮັບຟັງການລາຍງານສະພາບພົ້ນເດັ່ນຈາກອົງການປົກຄອງແຕ່ລະບ້ານໂດຍຫຍໍ້, ຄໍາຄິດເຫັນ , ຄໍາສະເໜີຂອງຜູ້ເຂົ້າຮ່ວມ ແລະ ໂອກາດດັ່ງກ່າວບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ໄດ້ສະແດງຄວາມຊົມເຊີຍຕໍ່ອົງການການປົກຄອງບ້ານ ໃນການສຸມໃສເຫື່ອແຮງປະກອບສ່ວນເຂົ້າໃນການພັດທະນາບ້ານຂອງຕົນ ເຮັດໃຫ້ບ້ານມີຄວາມສະຫງົບໂດຍພື້ນຖານ, ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ ແລະ ຫຼັງຈາກນັ້ນ ໄດ້ນໍາເອົາເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II, ບັນດາມະຕິຕ່າງໆ ທີ່ໄດ້ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງຊາດ ແລະ ຂອງແຂວງ, ບົດຊີ້ແຈງຕ່າງໆ ຕໍ່ບັນດາຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ໃນວາລະເຂົ້າຮ່ວມ 2 ກອງປະຊຸມດັ່ງກ່າວ.
ພ້ອມດຽວກັນນັ້ນ, ຍັງໄດ້ຊີ້ແຈງຕໍ່ຄໍາສະເໜີຂອງອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນ ຕໍ່ບັນຫາຕ່າງໆໃນການຄຸ່ມຂອງບໍລິຫານລັດ ຂອງສະມາຊິກລັດຖະບານ, ສະມາຊິກອົງການປົກຄອງແຂວງ ແລະ ຈະໄດ້ສະຫລຸບສັງລວມຄໍາສະເໜີດັ່ງກ່າວ ສົ່ງໃຫ້ຄະນະປະຈໍາສະພາປະຊາຊົນແຂວງ ຈັດກອງປະຊຸມເພື່ອຄົ້ນຄວ້າປຶກສາຫາລື ພ້ອມທັງສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງພິຈາລະນາແກ້ໄຂຕາມພາລະບົດບາດ, ສິດ ແລະ ໜ້າທີ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.