ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ແລະ ສພຂ

​ກ.ກ. 28, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນທີ 24 ກໍລະກົດຜ່ານມາ, ທ່ານ ພົທ. ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ (ສພຊ), ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 7 ຮ່ວມກັບທ່ານ ເພັງນິລັນ ຄຳພັນເພັງ ປະທານຄະນະ ສສຊ ປະຈຳເຂດເລືອກຕັ້ງທີ 7, ປະທານສະພາປະຊາຊົນແຂວງ (ສພຂ) ໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ຊຸດທີ IX ແລະ ສພຂ ໄຊຍະບູລີ ຊຸດທີ II ຢູ່ກອງບັນຊາການທະຫານແຂວງ ໂດຍມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ກອງພົນທີ 2, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ພ້ອມດ້ວຍພະນັກງານຫຼັກແຫຼ່ງອ້ອມຂ້າງກອງບັນຊາການທະຫານແຂວງເຂົ້າຮ່ວມ; ທັງນີ້, ກໍເພື່ອໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງ ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ບັນດາມະຕິທີ່ 2 ກອງປະຊຸມໄດ້ຮັບຮອງເອົາ ເພື່ອພ້ອມກັນເປັນເຈົ້າການຜັນຂະຫຍາຍໃຫ້ເກີດຜົນຕົວຈິງ ແລະ ເປັນພື້ນຖານໃຫ້ຄະນະພັກ-ຄະນະບັນຊາ ສືບຕໍ່ນຳໄປສຶກສາອົບຮົມ ແລະ ຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ທັງປັບປຸງ ແລະ ຍົກສູງທັດສະນະຫຼັກໝັ້ນ, ຄຸນທາດການເມືອງ ຂອງພະນັກງານຫຼັກແຫຼ່ງແຕ່ລະຂັ້ນ ໃຫ້ໜັກແໜ້ນ, ມີຄວາມເດັດດ່ຽວ, ເປັນເຈົ້າການຕອບຕ້ານທຸກກົນອຸບາຍມ້າງເພທຳລາຍຂອງພວກອິດທິກຳລັງປໍລະປັກ, ມີແບບແຜນການດຳລົງຊີວິດທີ່ປອດໃສ, ມີຄວາມສາມັກຄີພາຍໃນເປັນເອກະພາບ, ເປັນກ້ອນກຳລັງແຮງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າ.
ໃນໂອກາດນີ້, ທ່ານ ພັອ. ບຸນພົບ ວິໄລສັກ ຮັກສາການຫົວໜ້າການເມືອງກອງບັນຊາການທະຫານແຂວງ ໄດ້ລາຍງານໂດຍສັງເຂບສະພາບການຈັດຕັ້ງປະຕິບັດວຽກງານ; ຈາກນັ້ນ, ທ່ານ ເພັງນິລັນ ຄຳພັນເພັງ ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງໄດ້ພິຈາລະນາຮັບຮອງເອົາຫຼາຍບັນຫາສຳຄັນ ເປັນຕົ້ນ: ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2025; ບົດລາຍງານກ່ຽວກັບນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່; ບົດລາຍງານການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ; ບົດລາຍງານກ່ຽວກັບຜົນການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ; ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາມັນເທື່ອທີ 8 ຫາເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສພຊ ຊຸດທີ IX; ມະຕິຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ 10 ສະບັບ. ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II ໄດ້ພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ເປັນຕົ້ນບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດຂອງແຂວງ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ; ບົດລາຍງານການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດໝາຍ ທົ່ວແຂວງ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030); ການປະເມີນນິຕິກໍາໃຕ້ກົດໝາຍຂອງອົງການປົກຄອງແຂວງ 3 ສະບັບຄື: ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງ, ນໍາໃຊ້ ແລະ ອະນຸລັກຊ້າງບ້ານ; ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ; ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງ, ພັດທະນາ ແລະ ບໍລິຫານຕົວເມືອງໄຊຍະບູລີ ແລະ ການແຕ່ງຕັ້ງປະທານຄະນະກໍາມະການປົກຄອງເມືອງ 11 ເມືອງຂອງແຂວງໄຊຍະບູລີ.
ທ່ານ ພົທ. ສຸວອນ ເລືອງບຸນມີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຮອບດ້ານທີ່ຍາດມາໄດ້ໃນໄລຍະຜ່ານມາ, ຕີລາຄາສູງຕໍ່ການປະກອບສ່ວນໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດຕະຫຼອດມາ ທັງຍົກໃຫ້ເຫັນສະພາບການພົ້ນເດັ່ນຂອງໂລກ ແລະ ພາຍໃນປະເທດ ພ້ອມທັງເນັ້ນໜັກ ແລະ ໃຫ້ທິດຊີ້ນຳຄະນະພັກ-ຄະນະນຳ ກໍຄືນາຍ ແລະ ພົນທະຫານ ຈົ່ງພ້ອມກັນສຶກສາຄົ້ນຄວ້າ, ຖອດຖອນເອົາບົດຮຽນ, ວິເຄາະວິໄຈ ໃຫ້ເຫັນທາດແທ້ ແລະ ພຶດຕິກຳ ເພື່ອມ້າງເພທຸກກົນອຸບາຍທີ່ຫວັງທຳລາຍປະເທດຊາດ ທັງຮັກສາໄດ້ຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ, ຕ້ານປາກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນ, ເອົາໃຈໃສ່ສ້າງເສດຖະກິດກົມກອງ ກໍຄືຄອບຄົວ ມີຄວາມເຂັ້ມແຂງ ເພື່ອເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂຶ້ນເປັນກ້າວໆ.
(ນາງ ອາລິນ ສຸພິມມະປະດິດ)