
ລະຫວ່າງວັນທີ 17-21 ມັງກອນ 2025 ນີ້, ທ່ານ ຄໍາຈັນ ໂສຕາປະເສີດ ສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ທ່ານ ນ. ທຸມມາ ປັນຍາສິດ ແລະ ທ່ານ ວິລັດ ໄຊຍະວົງ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊ ພ້ອມດ້ວຍຄະນະ, ໄດ້ລົງເຄື່ອນໄຫວເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງ ສພຊ ຊຸດທີ IX ແລະ ສສຂ ຊຸດທີ II ຢູ່ເມືອງໄຊ ໄດ້ 8 ບ້ານຄື: ບ້ານຈອມອອງ, ນໍ້າປຼະ, ມົກຄະ, ນາອ້ອມ, ມົກຈາກ, ຫ້ວຍອຸ່ນ, ທ່າສະເລືອງ ແລະ ບ້ານນາງາມ ມີນາຍບ້ານ, ອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນມີຜູ້ມີສິດເລືອກຕັ້ງເຂົ້າຮ່ວມຮັບຟັງທັງໝົດ 658 ຄົນ, ຍິງ 279 ຄົນ.



ໃນການລົງເຜີຍແຜ່ໄດ້ຮັບຟັງການລາຍງານສະພາບພົ້ນເດັ່ນໂດຍຫຍໍ້ຈາກອົງການປົກຄອງແຕ່ລະບ້ານ ແລະ ຄໍາສະເໜີຂອງຜູ້ເຂົ້າຮ່ວມ; ໄດ້ຮັບຟັງການເຜີຍແຜ່ບົດສັງຫຍໍ້ ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX, ສະພາປະຊາຊົນແຂວງ ຊຸດທີ II ແລະ ໂອກາດດັ່ງກ່າວ ທ່ານ ສສຊ-ສສຂ ໄດ້ສະແດງຄວາມຊົມເຊີຍຕໍ່ອົງການການປົກຄອງບ້ານ, ໃນການສຸມໃສເຫື່ອແຮງປະກອບສ່ວນເຂົ້າໃນການພັດທະນາບ້ານ, ເຮັດໃຫ້ບ້ານມີຄວາມສະຫງົບໂດຍພື້ນຖານ ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ, ພ້ອມດຽວກັນນັ້ນຍັງໄດ້ໃຫ້ທິດຊີ້ນໍາ, ຊີ້ແຈງບາງຄໍາສະເໜີຂອງປະຊາຊົນ ແລະ ຈະສະຫລຸບສັງລວມຄໍາສະເໜີດັ່ງກ່າວ ສົ່ງໃຫ້ຄະນະປະຈໍາສະພາປະຊາຊົນແຂວງ ເພື່ອຄົ້ນຄວ້າ, ປຶກສາຫາລື ພ້ອມທັງອອກໜັງສືນໍາສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງພິຈາລະນາແກ້ໄຂຕາມພາລະບົດບາດ, ສິດ ໜ້າທີຂອງຕົນ ແລະ ໃຫ້ທັນຕາມກໍານົດກັບເວລາ.

