
ລະຫວ່າງວັນທີ 17-21 ມັງກອນ 2025 ນີ້, ທ່ານ ນິສິດ ແກ້ວປັນຍາ ສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ທ່ານ ນ. ແສງອາລຸນ ປັນຍາລໍ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງນາໝໍ້ ພ້ອມດ້ວຍຄະນະ, ໄດ້ລົງເຄື່ອນໄຫວເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງ ສພຊ ຊຸດທີ IX ແລະ ສສຂ ຊຸດທີ II ຢູ່ເມືອງນາໝໍ້ລວມໄດ້ 10 ບ້ານຄື: ບ້ານຕືກາ, ເພ້ຍໄມ້ໃຫຍ່, ຜາຄໍາ, ສະປຶ, ເພ້ຍໄມ້ນ້ອຍ, ນໍ້າເງິນ, ນໍ້າຍອນ, ນໍ້າແດງ, ຫົວນາ ແລະ ບ້ານຫ້ວຍຫຼັກ ມີນາຍບ້ານ, ອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນມີຜູ້ມີສິດເລືອກຕັ້ງເຂົ້າຮ່ວມຮັບຟັງທັງໝົດ 1.012 ຄົນ, ຍິງ 481 ຄົນ.




ໃນການລົງເຜີຍແຜ່ໄດ້ຮັບຟັງການລາຍງານສະພາບພົ້ນເດັ່ນໂດຍຫຍໍ້ຈາກອົງການປົກຄອງແຕ່ລະບ້ານ ແລະ ຄໍາສະເໜີຂອງຜູ້ເຂົ້າຮ່ວມ; ໄດ້ຮັບຟັງບົດສັງຫຍໍ້ ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX, ສະພາປະຊາ ຊົນແຂວງ ຊຸດທີ II ແລະ ໂອກາດດັ່ງກ່າວ ທ່ານ ສສຊ-ສສຂ ໄດ້ສະແດງຄວາມຊົມເຊີຍຕໍ່ອົງການການປົກ ຄອງບ້ານ ໃນການສຸມໃສເຫື່ອແຮງປະກອບສ່ວນເຂົ້າໃນການພັດທະນາບ້ານ, ເຮັດໃຫ້ບ້ານມີຄວາມສະຫງົບໂດຍພື້ນຖານ ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ, ພ້ອມດຽວກັນນັ້ນຍັງໄດ້ໃຫ້ທິດຊີ້ນໍາ, ຊີ້ແຈງບາງຄໍາສະເໜີ ແລະ ຈະສະຫລຸບສັງລວມຄໍາສະເໜີດັ່ງກ່າວ ສົ່ງໃຫ້ຄະນະປະຈໍາສະພາປະຊາຊົນແຂວງ ເພື່ອຄົ້ນຄວ້າ, ປຶກສາຫາລື ພ້ອມທັງອອກໜັງສືນໍາສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງພິຈາລະ ນາແກ້ໄຂຕາມພາລະບົດບາດ, ສິດໜ້າທີ ແລະ ໃຫ້ທັນກັບເວລາ.




ພ້ອມນັ້ນ, ການລົງເຜີຍແຜ່ໃນຄັ້ງນີ້ ຍັງໄດ້ນໍາເອົາເຄື່ອງນຸ່ງຫົມຈໍານວນໜຶ່ງ ມອບໃຫ້ປະຊາຊົນຕື່ມອີກ

ຂ່າວ: ສພຂ.