
ວັນທີ 30 ພຶດສະພາ 2025 ນີ້, ຢູ່ທີ່ສະໂມສອນເມືອງນາໝໍ້, ທ່ານ ສອນວິໄລ ຕຸລາທອງ ປະທານຄະນະກໍາມະການ ຍຸຕິທໍາ ແລະ ປກຊ-ປກສສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 4 ແລະ ທ່ານ ພັທ ເພັດສະຫວັນ ໄຊອຸ່ນຄໍາ ສະມາຊິກສະ ພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງນາໝໍ້ ໄດ້ເຜີຍແຜ່ຜົນສຳເລັດ ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງ ຊຸດທີ II, ມີຮອງເລຂາພັກເມືອງ, ພະນັກງານ-ລັດຖະກອນ, 2 ກໍາລັງ ປກຊ-ປກສ ແລະ ຫ້ອງການ, ອົງການອ້ອມຂ້າງເມືອງເຂົ້າຮ່ວມ.

ບັນດາເນື້ອໃນທີ່ນໍາມາເຜີຍແຜ່ຄັ້ງນີ້ປະກອບມີ: ມະຕິກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ເປັນຕົ້ນ: ມະຕິວ່າດ້ວຍການຮັບຮອງເອົາການປັບປຸງລັດຖະທໍາມະນູນ ສະບັບປີ 2025; ມະຕິວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງປີ 2025; ມະຕິວ່າດ້ວຍການຮັບຮອງເອົາກົດ ໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງປີ 2025; ມະຕິວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ, ມະຕິວ່າດ້ວຍການຮັບຮອງເອົານະໂຍບາຍສົ່ງເສີມພິເສດສະເພາະໃຫ້ຜູ້ລົງທຶນໃນນິຄົມອຸດສາຫະກໍາອໍາມະຕະ ແລະ ມະຕິກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງ ຊຸດທີ II ຄື: ມະຕິວ່າດ້ວຍການຮັບຮອງການປັບປຸງກົງຈັກການຈັດຕັ້ງຂອງແຂວງ, ມະຕິວ່າດ້ວຍການຮັບຮອງເອົາ ຂໍ້ຕົກລົງເຈົ້າແຂວງ ວ່າດ້ວຍການທົດແທນຄ່າເສຍຫາຍຈາກໂຄງການພັດທະນາປິ່ນອ້ອມສະຖານີລົດໄຟ ເມືອງໄຊ, ໂຄງການກໍ່ສ້າງຫ້ອງການສະພາປະຊາຊົນແຂວງ, ຫໍຫຼັກເມືອງ, ສະໜາມຫຼວງ ແລະ ໂຄງການກໍ່ສ້າງແລວທາງດ່ວນຊ່ວງຜ່ານເທດສະບານເມືອງໄຊ, ແຂວງອຸດົມໄຊ.



