
ຕອນບ່າຍວັນທີ 28 ພຶດສະພາ 2025 ນີ້, ຢູ່ທີ່ສະໂມສອນເມືອງແບງ, ທ່ານ ຄໍາພອນ ພິມມະລາດ ສະມາຊິກສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງແບງ ໄດ້ເຜີຍແຜ່ຜົນສຳເລັດ ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງ ຊຸດທີ II, ມີຄະນະນໍາ ແລະ ພະນັກງານ-ລັດຖະກອນ, 2 ກໍາລັງ ປກຊ-ປກສ ແລະ ຫ້ອງການ, ອົງການອ້ອມຂ້າງເມືອງເຂົ້າຮ່ວມທັງໝົດ 120 ທ່ານ, ຍິງ 35 ທ່ານ.

ບັນດາເນື້ອໃນທີ່ນໍາມາເຜີຍແຜ່ຄັ້ງນີ້ປະກອບມີ: ບົດສັງລວມຫຍໍ້ຜົນສໍາເລັດກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ບັນດາມະຕິຕ່າງໆ ແລະ ມະຕິກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງ ຊຸດທີ II.


ໂອກາດດັ່ງກ່າວ, ຍັງໄດ້ມີຄໍາເຫັນເພີ່ມເຕີ່ມ, ຮັບຟັງການມີຄໍາຄິດເຫັນ ແລະ ຄໍາສະເໜີຂອງຜູ້ເຂົ້າຮ່ວມຕື່ມອີກ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.