



ບັນດາເນື້ອໃນທີ່ນໍາມາເຜີຍແຜ່ຄັ້ງນີ້ປະກອບມີ: ມະຕິກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ເປັນຕົ້ນ: ມະຕິວ່າດ້ວຍການຮັບຮອງເອົາການປັບປຸງລັດຖະທໍາມະນູນ ສະບັບປີ 2025; ມະຕິວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງປີ 2025; ມະຕິວ່າດ້ວຍການຮັບຮອງເອົາກົດ ໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງປີ 2025; ມະຕິວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ, ມະຕິວ່າດ້ວຍການຮັບຮອງເອົານະໂຍບາຍສົ່ງເສີມພິເສດສະເພາະໃຫ້ຜູ້ລົງທຶນໃນນິຄົມອຸດສາຫະກໍາອໍາມະຕະ ແລະ ມະຕິກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງ ຊຸດທີ II ຄື: ມະຕິວ່າດ້ວຍການຮັບຮອງການປັບປຸງກົງຈັກການຈັດຕັ້ງຂອງແຂວງ, ມະຕິວ່າດ້ວຍການຮັບຮອງເອົາ ຂໍ້ຕົກລົງເຈົ້າແຂວງ ວ່າດ້ວຍການທົດແທນຄ່າເສຍຫາຍຈາກໂຄງການພັດທະນາປິ່ນອ້ອມສະຖານີລົດໄຟ ເມືອງໄຊ, ໂຄງການກໍ່ສ້າງຫ້ອງການສະພາປະຊາຊົນແຂວງ, ຫໍຫຼັກເມືອງ, ສະໜາມຫຼວງ ແລະ ໂຄງການກໍ່ສ້າງແລວທາງດ່ວນຊ່ວງຜ່ານເທດສະບານເມືອງໄຊ, ແຂວງອຸດົມໄຊ.



ໂອກາດດັ່ງກ່າວ, ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ຍັງໄດ້ມີຄໍາເຫັນເພີ່ມເຕີ່ມ, ຮັບຟັງການມີຄໍາຄິດເຫັນ ແລະ ຄໍາສະເໜີຂອງຜູ້ເຂົ້າຮ່ວມ, ພ້ອມດຽວກັນນັ້ນຍັງໄດ້ຊີ້ແຈງຕໍ່ຄໍາສະເໜີດັ່ງກ່າວ ແລະ ບາງຄໍາສະເໜີແມ່ນຈະສືບຕໍ່ຄົ້ນຄວ້ານໍາສະເໜີໃຫ້ພາກສ່ວນກ່ຽວຂ້ອງພິຈາລະນາ ແລະ ແກ້ໄຂຕາມລະບຽບການ.
