ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ຢູ່ເມືອງໝື່ນ

ສ.ຫ. 19, 2025

(ສພຂ) – ວັນທີ 12-14 ສິງຫາຜ່ານມາ, ທ່ານ ປອ. ພູທອນ ວໍລະເພັດ ຮອງປະທານກຳມາທິການກົດໝາຍ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 10 ແຂວງວຽງຈັນ ພ້ອມດ້ວຍສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງໝື່ນ ມີທ່ານ ນາງ ວອນ ປາໄຊ ຄະນະປະຈຳພັກເມືອງ, ປະທານກວດກາພັກ-ລັດເມືອງ ແລະ ທ່ານ ບົວແກ້ວ ພອນໄຊສະຫວັດ ໄດ້ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ແລະ ສະພາປະຊາຊົນແຂວງ (ສພຂ) ວຽງຈັນ ຊຸດທີ II ຢູ່ 4 ບ້ານຂອງເມືອງໝື່ນ: ກ້ອນຄຳ, ນາຕາດ, ນ້ຳເພີນ, ນ້ຳເລົ້າ ແລະ ສຳນັກງານປົກຄອງເມືອງ ໂດຍການຕ້ອນຮັບຂອງທ່ານ ສອນໄຊ ຫຼວງອາໄພ ເລຂາພັກເມືອງ ພ້ອມດ້ວຍຄະນະປະຈຳພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສອນໄຊ ຫຼວງອາໄພ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງອົງການປົກຄອງເມືອງໝື່ນໃນໄລຍະຜ່ານມາ. ຈາກນັ້ນ, ທ່ານ ປອ. ພູທອນ ວໍລະເພັດ ໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ເຊິ່ງໄດ້ພິຈາລະນາ, ຮັບຮອງເອົາບັນດາເນື້ອໃນວຽກງານສໍາຄັນຕ່າງໆ ເປັນຕົ້ນ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ 2025; ບົດລາຍງານການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາມັນເທື່ອທີ 8-9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສພຊ; ການສ້າງ ແລະ ປັບປຸງກົດໝາຍ 10 ສະບັບ ໃນນີ້, ສ້າງໃໝ່ 5 ສະບັບ. ທ່ານ ນາງ ວອນ ປາໄຊ ກໍໄດ້ເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ທີ່ໄດ້ພິຈາລະນາ, ຮັບຮອງເອົາບັນຫາສໍາຄັນຕ່າງໆຄື: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານຂອງແຂວງ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025; ສະພາບການພົ້ນເດັ່ນທີ່ເປັນຫາງສຽງສັງຄົມ; ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງສານປະຊາຊົນ ແລະ ອົງການໄອຍະການປະຊາຊົນແຂວງ; ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານຂອງ ສພຂ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025; ການຮັບຮອງເອົາບຸກຄະລາກອນຂອງແຂວງ.
ນອກນີ້, ຍັງໄດ້ຮັບຟັງຄຳສະເໜີ, ຄວາມຂັດຂ້ອງໝອງໃຈ ຂອງພະນັກງານ-ລັດຖະກອນ, ທະຫານຕຳຫຼວດ ແລະ ປະຊາຊົນຜູ້ມີສິດເລືອກຕັ້ງ ເພື່ອນຳໄປຄົ້ນຄວ້າ, ພິຈາລະນາ ແລະ ສະເໜີຕໍ່ໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງ ຄົ້ນຄວ້າແກ້ໄຂຕາມລະບຽບການ.
(ນາງ ວັນນາ)