ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຢູ່ເມືອງພີນ

ສ.ຫ. 3, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນທີ 31 ກໍລະກົດ – 1 ສິງຫາຜ່ານມາ, ທ່ານ ພົຈວ. ປອ. ມາລາ ວິລະຈິດ ຮອງປະທານກຳມາທິການ ປກຊ-ປກສ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ແລະ ບັນດາທ່ານປະທານ-ຮອງປະທານຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງພີນ ພ້ອມດ້ວຍຄະນະ ໄດ້ລົງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II ຢູ່ 3 ຈຸດຂອງເມືອງພີນ ຄື: ກຸ່ມບ້ານພັດທະນາທີ 3, ສະໂມສອນໃຫຍ່ຂອງເມືອງ ແລະ ໂຮງຮຽນການທະຫານທ້ອງຖິ່ນ ເຊິ່ງຕັ້ງຢູ່ເຂດບ້ານນາທອງ ກູ່ມບ້ານທີ 10 ໂດຍມີທ່ານ ພູລັດຕະນະ ພົມມະຫາໄຊ ເລຂາຄະນະບໍລິຫານງານພັກເມືອງ ແລະ ທ່ານ ເກດສະໜາ ບຸດຕະວົງ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ ນຳພາເຄື່ອນໄຫວ.
ຕະຫຼອດໄລຍະການເຄື່ອນໄຫວເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9, ບັນດາທ່ານສະມາຊິກສະພາ ໄດ້ຜັດປ່ຽນກັນລາຍງານສະພາບການຈັດຕັ້ງປະຕິບັດວຽກງານຕ່າງໆທີ່ທັງສອງສະພາໄດ້ຮັບຮອງເອົາ ເປັນຕົ້ນແມ່ນການສ້າງ ແລະ ປັບປຸງບັນດາກົດໝາຍ ແລະ ນິຕິກຳ, ການປັບປຸງກົງຈັກການຈັດຕັ້ງນັບທັງຂັ້ນສູນກາງ ແລະ ທ້ອງຖິ່ນ; ພ້ອມດຽວກັນ, ກໍໄດ້ເປີດໂອກາດໃຫ້ຜູ້ມີສິດເລືອກຕັ້ງ ມີຄຳສະເໜີ, ຊັກຖາມຢ່າງກົງໄປກົງມາ ເພື່ອຊອກຫາທິດທາງແກ້ໄຂສະພາບແຕ່ລະບັນຫາຮ່ວມກັນ ແລະ ຮັບເອົາບາງຂໍ້ສະເໜີນຳໄປຄົ້ນຄວ້າເພື່ອແກ້ໄຂ.
(ເພຈ: ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ)