ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ, ວິສາມັນ ຢູ່ເມືອງຕົ້ນເຜີ້ງ

ສ.ຫ. 3, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນທີ 25-28 ກໍລະກົດຜ່ານມາ, ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການຍຸຕິທໍາ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 5, ທ່ານ ຄໍາລຸນ ລໍມີໄຊ ຮອງເລຂາພັກເມືອງ, ປະທານຄະນະກວດກາພັກ-ລັດເມືອງ, ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈໍາເຂດເລືອກຕັ້ງເມືອງຕົ້ນເຜີ້ງ ແລະ ທ່ານ ສຽງສະຫວັນ ຊາພັກດີ ສສຂ ປະຈໍາເຂດເລືອກຕັ້ງເມືອງຕົ້ນເຜີ້ງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຜີຍແຜ່ຜົນສໍາເລັດກອງປະຊຸມຂອງສະພາແຫ່ງຊາດ (ສພຊ) ແລະ ສະພາປະຊາຊົນແຂວງ (ສພຂ) ບໍ່ແກ້ວ ຢູ່ບ້ານຫຼວງສິງໃຈ, ບ້ານຫ້ວຍເຜີ້ງ, ບ້ານປ່າສັກ ແລະ ອ້ອມຂ້າງເມືອງຕົ້ນເຜີ້ງ ເຊິ່ງມີການນໍາຂອງເມືອງ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນຜູ້ມີສິດເລືອກຕັ້ງ ເຂົ້າຮ່ວມຮັບຟັງຢ່າງຫຼວງຫຼາຍ.
ໃນການເຜີຍແຜ່ຄັ້ງນີ້, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງໄດ້ພິຈາລະນາຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ເປັນຕົ້ນວຽກງານຂອງລັດຖະບານ, ວຽກງານຂອງ ສພຊ, ການສ້າງ ແລະ ປັບປຸງກົດໝາຍ 10 ສະບັບ ໃນນີ້, ສ້າງໃໝ່ 5 ສະບັບ ແລະ ປັບປຸງ 5 ສະບັບ; ຜົນສໍາເລັດກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງ ເຊິ່ງໄດ້ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງແຂວງບໍ່ແກ້ວຈຳນວນໜຶ່ງ; ເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຂ ເຊິ່ງໄດ້ພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ເປັນຕົ້ນວຽກງານຂອງອົງການປົກຄອງແຂວງ, ວຽກງານຂອງ ສພຂ.
ບັນດາຜູ້ມີສິດເລືອກຕັ້ງ ໄດ້ສະເໜີສະພາບຄວາມຫຍຸ້ງຍາກ, ຂໍ້ຂັດຂ້ອງໝອງໃຈ ແລະ ບັນຫາທີ່ເກີດຂຶ້ນພາຍໃນບ້ານ, ເມືອງຂອງຕົນ ເປັນຕົ້ນ: ການຂັດແຍ້ງລະຫວ່າງພໍ່ແມ່ປະຊາຊົນ ກັບ ເຈົ້າໜ້າທີ່ ທີ່ປັກຫຼັກໝາຍເຂດປ່າສະຫງວນໃນຂອບເຂດທີ່ດິນຂອງບ້ານ, ການສ້ອມແປງເສັ້ນທາງຊອຍໃນບ້ານ, ການກໍ່ສ້າງຕາຝັ່ງເຈື່ອນ, ການຂາດແຄນຄູສອນ, ແຮງງານຊາວຕ່າງຊາດທີ່ມາອອກແຮງງານ ແລະ ສ້າງບັນຫາຄວາມບໍ່ສະຫງົບ ເຊັ່ນ: ຂີ້ລັກງັດແງະ, ການເຊົ່າສໍາປະທານທີ່ດິນຂອງບາງບໍລິສັດ ບໍ່ຜ່ານອໍານາດການປົກຄອງບ້ານ, ນໍ້າລິນເປິເປື້ອນເຮັດໃຫ້ສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນ ທີ່ເກີດຈາກການພັດທະນາຂອງບາງບໍລິສັດ, ການສົ່ງເສີມການປູກຝັງ-ລ້ຽງສັດ, ຮ່ອງລະບາຍນໍ້າຂອງບ້ານອຸດຕັນ, ການສະໜອງທີ່ພັກອາໄສໃຫ້ພະນັກງານທີ່ຈະໄປປະຈໍາການຢູ່ຕາແສງພາຍໃນເມືອງຕົ້ນເຜີ້ງ; ຈາກນັ້ນ, ສສຊ ແລະ ສສຂ ກໍໄດ້ຊີ້ແຈງ, ອະທິບາຍບັນຫາຈໍານວນໜຶ່ງກັບທີ່ ທີ່ກ່ຽວຂ້ອງກັບຄວາມຮັບຜິດຊອບຂອງຕົນ ແລະ ໄດ້ສັງລວມເອົາຄໍາສະເໜີຂອງປະຊາຊົນ ນໍາໄປປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຊອກຫາວິທີແກ້ໄຂໃນຂັ້ນຕອນຕໍ່ໄປ.
ໃນຕອນທ້າຍ, ຄະນະຍັງໄດ້ມອບອຸປະກອນການຮຽນ: ປຶ້ມຂຽນ 200 ຫົວ, ບິກ 200 ກ້ານ, ສໍດໍາ 200 ກ້ານ ໃຫ້ອໍານາດການປົກຄອງເມືອງ ແລະ ແຕ່ລະບ້ານ ເພື່ອມອບໃຫ້ນ້ອງນ້ອຍນັກຮຽນພາຍໃນບ້ານຂອງຕົນ.