loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ເຜີຍແຜ່ຜົນສຳເລັດກອງປະຊຸມສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ

​ກ.ກ. 27, 2024 | ເຂດ 3 ຫຼວງນ້ຳ​ທາ

ເພື່ອປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ໃນການເປັນຕົວແທນແຫ່ງສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນບັນດາເຜົ່າ ໃຫ້ສຳເລັດ ໃນຕອນເຊົ້າວັນທີ 26 ກໍລະກົດ 2024 ຢູ່ທີ່ຫໍວັດທະນາທໍາແຂວງຫລວງນໍ້າທາ ໄດ້ຈັດພິທີເຜີຍແຜ່ເນື້ອໃນຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ7 ຂອງສະພາແຫ່ງຊາດຊຸດທີIX ແລະ ສະໄໝສາມັນເທື່ອທີ7 ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທິ II ໂດຍພາຍໃຕ້ການເປັນປະທານຂອງທ່ານ ພົຕ ປອ. ວົງສັກ ພັນທະວົງ ຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການ ປກຊ-ປກສ ,ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງແຂວງຫລວງນ້ຳທາ, ເຂົ້າຮ່ວມມີບັນດາທ່ານຄະນະປະຈຳພັກແຂວງ,ອາດີດສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ອາດີດການນຳແຂວງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ,​ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, 2 ກຳລັງ ປກຊ-ປກສ ແຂວງ, ພ້ອມດ້ວຍພະນັກງານລັດຖະກອນອ້ອມຂ້າງແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີຍັງໄດ້ຮັບຟັງການເຜີຍແຜ່ເນື້ອໃນຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ7ຂອງສະພາແຫ່ງຊາດຊຸດທີ IX; ຊຶ່ງກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນຂອງປະເທດຊາດຄື: ພິຈາລະນາ,​ຮັບຮອງບົດລາຍງານຂອງລັດຖະບານ  ກ່ຽວການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ,  ແຜນເງິນຕາຕິດພັນການຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ 2024 ກອງປະຊຸມສະແດງຄວາມຊົມເຊີມ ຕໍ່ວາມພະຍາຍາມຂອງລັດຖະບານໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນດ້ວຍການຜັນຂະຫຍາຍແນວທາງນະໂຍບາຍຂອງພັກທີ່ວາງອອກໃນແຕ່ລະໄລຍະ ; ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດາໂຄງການລົງທຶນແຮ່ທາດໃນໄລຍະຜ່ານມາ; ພິຈາລະນາຮັບຮອງເອົາບົດລາຍງານ ຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍຂອງວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄຍລະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຄື: ການສ້າງຄອບຄົວພົ້ນທຸກ ແລະ ບ້ານພົ້ນທຸກ; ການສ້າງຄອບຄົວພັດທະນາ ແລະ ບ້ານພັດທະນາ; ການສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດ; ການຈັດສັນພູມລໍາເນົາ ແລະ ບ່ອນຢູ່ອາໄສ, ການຈັດສັນທີ່ດິນທໍາການຜະລິດ ແລະ ການ ການຈັດສັນອາຊີບ; ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດກ່ຽວກັບການແກ້ໄຂຜົນການກວດສອບປະຈໍາປີ 2023; ພິຈາລະນາແລະຮັບຮອງເອົາບົດລາຍງານກ່ຽວກັການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາມັນເທື່ອທີ 6 ຫາເທື່ອທີ 7  ແລະ  ແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX; ຮັບຟັງການລາຍງານກ່ຽວກັບການກະກຽມປັບປຸງບາງເນື້ອໃນລັດຖະທໍາມະນູນ ແຫ່ງ ສປປລາວ ສະບັບປີ 2015 ໂດຍກົມການເມືອງສູນກາງພັກ ໄດ້ອອກມະຕິແຕ່ງຕັ້ງຄະນະກໍາມະການລະດັບຊາດ ປັບປຸງລັດຖະທໍາມະນູນ ປີ 2015, ນໍາເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ຕາມຄາດໝາຍ; ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 13 ສະບັບ ໃນນີ້, ມີກົດໝາຍສ້າງໃໝ່ 2 ສະບັບ; ຮັບຟັງການຊີ້ແຈງຂອງບັນດາສະມາຊິກລັດຖະບານ ຕໍ່ຄໍາຊັກຖາມຂອງສະພາແຫ່ງຊາດໂດຍມີທ່ານນາຍົກລັດຖະມົນຕີ, ທ່ານຮອງນາຍົກລັດຖະມົນຕີ ເພື່ອພ້ອມກັນຊອກຫາວິທີແກ້ໄຂ ບັນດາສິ່ງທ້າທາຍທີ່ ສປປ  ລາວ ພວມປະເຊີນໜ້າໃນປັດຈຸບັນ ແລະ ຮັບຟັງຜູ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ລາຍງານຜົນການພິຈາລະນາ ແລະ ຕົກລົງຂອງກອງປະຊຸມຄະນະປະຈໍາສະພາແຫ່ງຊາດສະໄໝວິສາມັນ ເພື່ອລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX;

ພ້ອມດຽວກັນ ຍັງໄດ້ຮັບຟັງການເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອ 7 ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທິ II ຊຶ່ງໄດ້ພິຈາລະນາ, ຮັບຮອງເອົາ ບັນຫາສໍາຄັນຂອງແຂວງຄື: ພິຈາລະນາ, ຮັບຮອງເອົາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາ 6 ເດືອນຕົ້ນປີ  2024; ພິຈາລະນາຮັບຮອງເອົາບົດລາຍ​ງານ​ຂອງ​ອົງການ​ປົກຄອງແຂວງ ໃນການຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດປະຈຳ 06 ເດືອນຕົ້ນປີ 2024 ແລະ ຄາດຄະເນປະຕິບັດໝົດປີ 2024 ຕາມການລາຍງານ ຂອງອົງການປົກຄອງແແຂວງ; ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍວຽກງານພັດທະນາຊົນນະບົດແລະ ແກ້ໄຂຄວາມທຸກຍາກ 6 ເດືອນຕົ້ນປີ 2024  ແລະ ທິດທາງແນການ 6 ເດືອນຕົ້ນ ປີ 2024 ແລະ ໄດ້ພິຈາລະນາຮັບຮອງເອົາລາຍງານການຈັດຕັງປະຕິບັແຜນການເຄື່ອນໄຫວວຽກງານແຕ່ກອງປະ ຊຸມສະໄໝສາມັນ ເທື່ອທີ 6 ຫາ ເທື່ອທີ 7 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ II

                                                                                                                                                                        ພາບ ແລະ ຂ່າວ ໂດຍ ນັກຂ່າວສພຂຫຼວງນໍ້າທາ