ຕອນເຊົ້າວັນຈັນທີ 24 ພະຈິກ 2025 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໄດ້ເຜີຍເອກະສານສຶກສາອົບ ຮົມການເມືອງ-ແນວຄິດ ສໍາລັບ ພະນັກງານ, ສະມາຊິກພັກ ເພື່ອດໍາເນີນຊີວິດການເມືອງໃນທົ່ວພັກ, ໂດຍການເປັນປະທານຂອງສະຫາຍ ຄໍາເຜີຍ ງອນວັນຄໍາ ຮອງປະທານສະພາປະຊາຊົນແຂວງ, ມີສະຫາຍ ນ. ຄໍາພອນ ພິມມະຈັນ ຮອງປະທານສະພາປະຊາຊົນແຂວງ, ສະຫາຍ ທອງໄຊ ທໍ່ຈົງເລ່ຍຈີ ເລຂາໜ່ວຍພັກສະພາປະຊາຊົນແຂວງ, ຄະນະພັກ ແລະ ສະ ມາຊິກພັກພາຍໃນໜ່ວຍ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງ, ແມ່ນເພື່ອສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ ຮັບຮູ້, ເຂົ້າໃຈ ແລະ ຮໍ່າຮຽນເອົາແບບແຜນວິທຼີເຮັດວຽກ ແລະ ຄຸນສົມບັດສິນທໍາປະຕິວັດສູງສົ່ງຂອງປະທານ ໄກສອນ ພົມວິຫານ ເພື່ອພ້ອມກັນຕັ້ງໜ້າຄົ້ນຄວ້າ, ສຶກສາຮໍ່າຮຽນ ເອົາເພິ່ນເປັນແບບຢ່າງເພື່ອຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານ, ສະມາຊິກພັກຜູ້ທີ່ດີເດັ່ນ, ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດທີ່ໜັກແໜ້ນ; ເພື່ອສຶກສາອົບຮົມສະມາຊິກພັກ, ພະນັກງານ ໄດ້ຮັບຮູ້, ເຂົ້າໃຈ ມາດຕະຖານຂອງສະມາຊິກພັກ, ພະນັກງານ ຊຶ່ງແມ່ນສິ່ງທີ່ສໍາຄັນ ແລະ ຈໍາເປັນ ທັງແມ່ນປັດໄຈພື້ນຖານໃຫ້ແກ່ການເລືອກເຟັ້ນເອົາພະນັກງານ, ສະມາຊິກພັກເຂົ້າໃນການສັບຊ້ອນ, ຈັດວາງ, ກໍ່ສ້າງ, ບໍາລຸງ ແລະ ທັງເປັນບ່ອນອີງໃຫ້ພະນັກງານ, ສະມາຊິກພັກໄດ້ຝຶກຝົນຫຼໍ່ຫຼອມຕົນເອງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ເພື່ອກ້າວຂຶ້ນເປັນພະນັກງານ, ສະມາຊິກພັກທີ່ມີຄຸນນະພາບ ແລະ ເພື່ອເປັນການປຸກລະດົມຂະບວນການຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ໃນການບຸກບືນສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ່ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີແຫ່ງຊາດ ຄັ້ງທີ IX ແລະ 2 ວາລະແຫ່ງຊາດ ຕິດພັນກັບການສ້າງຜົນງານຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ໃນປີ 2025(ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ); ພ້ອມທັງຕັ້ງໜ້າກະກຽມກອງປະຊຸມໃຫຍ່ຂັ້ນຂອງຕົນ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢ່າງເປັນຂະບວນຟົດຟື້ນ, ແຂງແຮງ ແລະ ເບີກບານມ່ວນຊື່ນ.


ຫຼັງຈາກນັ້ນ, ສະຫາຍເລຂາໜ່ວຍພັກ ໄດ້ເຜີຍແຜ່ເອກະສານ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ(2 ທັນວາ 1975-2 ທັນວາ 2025); ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ(13 ທັນວາ 1920-13 ທັນວາ 2025) ແລະ ຜ່ານຮ່າງບົດສໍາສະຫຼຸບການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກສະພາປະຊາຊົນແຂວງ ປະຈໍາເດືອນ ພະຈິກ ແລະ ທິດທາງແຜນການປະຈໍາເດືອນ ທັນວາ 2025. ພ້ອມນັ້ນ, ບັນດາສະຫາຍສະມາຊິກພັກ ໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວໃຫ້ເນື້ອໃນຄົບຖ້ວນສົມບູນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ, ໄດ້ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ພາຍໃນໜ່ວຍຢ່າງຈິງອົກຈິງໃຈ, ກົງໄປກົງມາ.

ພາບ/ຂ່າວ: ສະພາປະຊາຊົນແຂວງ.