loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ເປີດເວັບໄຊກອງປະຊຸມໄອປາ ຄັ້ງທີ 45

​ກ.ກ. 1, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ວັນທີ 01 ກໍລະກົດ 2024 ສະພາແຫ່ງຊາດ ໄດ້ເປີດນຳໃຊ້ເວັບໄຊຂອງກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45 (https://www.aipa45.gov.la) ຢ່າງເປັນທາງການ ໂດຍມີທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ປະທານໄອປາ ຄັ້ງທີ 45, ບັນດາທ່ານຮອງປະທານ ແລະ ກໍາມະການຄະນະປະຈໍາສະພາແຫ່ງຊາດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນພິທີ, ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກຳມາທິການການຕ່າງປະເທດ, ໄດ້ລາຍງານໃຫ້ຮູ້ວ່າ: ອະນຸກໍາມະການກອງເລຂາແຫ່ງຊາດ ໄດ້ສົມທົບກັບອະນຸກຳມະການເຕັກໂນໂລຊີ-ຂໍ້ມູນຂ່າວສານ ແລະ ສື່ມວນຊົນ ເພື່ອອອກແບບ ແລະ ພັດທະນາເວັບໄຊຂອງກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45 ໂດຍມີຈຸດປະສົງເພື່ອເຜີຍແຜ່ຂໍ້ມູນ-ຂ່າວສານ, ຂໍ້ມູນພື້ນຖານ, ການຕິດຕາມເອ ກະສານ, ແຜນການປະຕິບັດງານ, ແຜນການເຄື່ືອນໄຫວຕ່າງໆ ແລະ ຄວາມຄືບໜ້າຂອງການກະກຽມກອງປະຊຸມເປັນແຕ່ລະໄລຍະ ອອກສູ່ສາທາລະນະ ໃຫ້ບັນດາລັດຖະສະພາປະເທດສະມາຊິກໄອປາ, ປະເທດຜູ້ສັງເກດການ ແລະ ອົງ ການກ່ຽວຂ້ອງ ເຂົ້້າເຖິງເນື້ອໃນເອກະສານທີ່ກ່ຽວຂ້ອງກັບກອງປະຊຸມໄອປາຄັ້ງນີ້ ພ້ອມທັງເຜີຍແຜ່, ໂຄສະນາ, ປຸກ ລະ ດົມ ເພື່ອໃຫ້ປະຊາຊົນໃນທົ່ວສັງຄົມ ຮັບຊາບ ແລະ ເຂົ້າໃຈກ່ຽວກັບຄວາມໝາຍຄວາມສໍາຄັນຂອງການເປັນເຈົ້າພາບຈັດກອງປະຊຸມໄອປາ ແລະ ການປະກອບສ່ວນເຂົ້າໃນການຮ່ວມກັນເປັນເຈົ້າພາບທີ່ດີ.
ສຳລັບໂຄງຮ່າງໜ້າເວັບໄຊ ອອກແບບເປັນພາອັງກິດ, ເນື້ອໃນປະກອບມີ: ໜັງສືເຊີນ, ຮ່າງວາລະດໍາເນີນກອງປະຊຸມ, ຮ່າງຕາຕະລາງການດໍາເນີນກອງປະຊຸມ, ຂໍ້ມູນທົ່ວໄປ, ບົດສະເໜີຂອບແນວຄວາມຄິດ, ຮ່າງມະຕິກອງປະຊຸມ, ແບບຟອມການລົງທະບຽນ ແລະ ເນື້ອໃນເອກະສານກ່ຽວຂ້ອງທີ່ຈຳເປັນອື່ນໆ.
(ຂ່າວ-ພາບ: ສອນສັກ ວັນວິໄຊ)