(ສພຊ) – ຕອນບ່າຍວັນທີ 12 ພະຈິກຜ່ານມາ, ກົມສື່ມວນຊົນ ຮ່ວມກັບຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ (ສພຊ) ໄດ້ຕ້ອນຮັບ ແລະ ນຳພາເຍົາວະຊົນຈາກ 18 ແຂວງທົ່ວປະເທດ ຈຳນວນ 311 ຄົນ ເຊິ່ງນຳໂດຍທ່ານ ສົມບູນ ຄຸນນະວົງ ຮອງຫົວໜ້າກົມເຍົາວະຊົນ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍບັນດາເລຂາ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມ 18 ແຂວງທົ່ວປະເທດ ທີ່ມາທັດສະນະສຶກສາຢ້ຽມຊົມຫໍມູນເຊື້ອ ແລະ ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ.

ການມາທັດສະນະສຶກສາຄັ້ງນີ້, ໄດ້ຮັບຟັງການບັນລະຍາຍໂດຍຫຍໍ້ເຫດການຕ່າງໆໃນປະຫວັດສາດ, ຢ້ຽມຊົມການວາງສະແດງຮູບພາບ ແລະ ວັດຖຸພັນຕ່າງໆ, ຊົມຮູບເງົາປະຫວັດຄວາມເປັນມາຂອງສະພາປະຊາຊົນສູງສຸດ ຊຸດທີ I ເຖິງ ສະພາແຫ່ງຊາດຊຸດປັດຈຸບັນ (ຊຸດທີ IX) ແລະ ນ້ອງນັກຮຽນໄດ້ຕອບຄຳຖາມເພື່ອຮັບປຶ້ມທີ່ລະນຶກຈາກ ສພຊ; ຈາກນັ້ນ, ຍັງໄດ້ຢ້ຽມຊົມຫ້ອງປະຊຸມໃຫຍ່ ແລະ ຮ່ວມຖ່າຍພາບກັບຄະນະປະທານ ແລະ ສະມາຊິກສະພາແຫ່ງຊາດ ໃນໄລຍະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ເຮັດໃຫ້ນ້ອງໆເຍົາວະຊົນ ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການນິຕິບັນຍັດຫຼາຍຂຶ້ນ.
(ນາງ ນິດຕາ ຄຸນປາກດີ)

