
ຕອນເຊົ້າ ເວລາ 8:00 ໂມງ ຂອງວັນທີ 17 ກໍລະກົດ 2025 ສະພາປະຊາຊົນແຂວງ ໄດ້ຈັດຕັ້ງເຊື່ອມຊຶມ ເອກະສານວຽກງານແຂ່ງຂັນ-ຍ້ອງຍໍ ຜົນງານ 5 ປີ (2021-2025) ຂອງສະພາປະຊາຊົນແຂວງຂຶ້ນ, ໂດຍການເປັນປະທານຂອງ ທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີຄະນະປະຈໍາ, ຄະນະເລຂາທິການ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ວິຊາການພາຍໃນເຂົ້າຮ່ວມຢ່າງພ້ອມພຽງ;
ກອງປະຊຸມໄດ້ຜ່ານແຈ້ງການຂອງພະແນກພາຍໃນແຂວງ ສະບັບເລກທີ 774/ພນຂ, ລົງວັນທີ 03 ກໍລະກົດ 2025, ຄໍາແນະນໍາ ການຈັດຕັ້ງປະຕິບັດການແຂ່ງຂັນ ເລກທີ 03/ພນ, ລົງວັນທີ 27 ທັນວາ 2024 ແລະ ຄໍາແນະນໍາ ກ່ຽວກັບການຍ້ອງຍໍ ແລະ ປະດັບຍ້ອງຍໍ ເລກທີ 04/ພນ, ລົງວັນທີ 27 ທັນວາ 2024; ຫຼັງຈາກນັ້ນໄດ້ມີການແລກປ່ຽນຄໍາຄິດ-ຄໍາເຫັນ ຢ່າງກົງໄປກົງມາ ແລະ ໃນວາລະດຽວກັນ ກໍ່ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການຍົກຍ້າຍ-ຊັບປ່ຽນໜ້າທີ ຂອງພະນັກງານ-ລັດຖະກອນ ພາຍໃນສະພາປະຊາຊົນແຂວງ;



ຕອນທ້າຍກອງປະຊຸມ, ປະທານກອງປະຊຸມໄດ້ໂອລົມຕໍ່ບາງບັນຫາທີ່່ຕິດພັນກັບການວຽກງານຍ້ອງຍໍ 5 ປີ ໂດຍເນັ້ນໜັກໃຫ້ ຄະນະຮັບຜິດຊອບວຽກງານແຂ່ງຂັນຍ້ອງຍໍຂອງສະພາປະຊາຊົນແຂວງ ເປັນເຈົ້າການຈັດຕັ້ງປະຕິບັດຕາມແຈ້ງການ ແລະ ຄໍາແນະນໍາ ຂອງພະແນກພາຍໃນ ໂດຍຮັບປະກັນຄວາມຖືກຕ້ອງສອດຄ່ອງກັບການປະເມີນຜົນການຈັດຕັ້ງວຽກງານຕົວຈິງຂອງກົມກອງ ແລະ ຂອງບຸກຄົນ, ຮັບປະກັນໃຫ້ສໍາເລັດຕາມກໍານົດເວລາ.
