

ໃນພິທີທ່ານ ຄໍາມະນີ ໄຊດວງຕາ ປະທານຄະນະກຳມະການວັດທະນະທໍາ-ສັງ ຄົມ ແລະ ບັນດາເຜົ່າ ໄດ້ຕາງໜ້າຄະນະຮັບຜິດຊອບຜ່ານຮ່າງບົດບັນທຶກ ວ່າດ້ວຍການປະສານງານລະຫວ່າງ ຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ ກັບ ອົງການກາແດງ ແຂວງອຸດົມໄຊ, ເຊິ່ງບົດບັນທຶກດັ່ງກ່າວມີ 4 ໝວດ, 18 ມາດຕາ, ໄດ້ກໍານົດຈຸດປະສົງ, ການປະສານງານ, ຫລັກການປະສານງານ, ຂອບເຂດການນໍາໃຊ້, ເນື້ອ ໃນການປະສານງານ ແລະ ອື່ນໆ.





ຫຼັງຈາກນັ້ນຜູ້ເຂົ້າຮ່ວມພິທີໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດບັນທຶກເພີ່ມເຕີ່ມ ແລະ ໄດ້ເຊັນບົດບັນທຶກດັ່ງກ່າວຢ່າງເປັນທາງການ.


ໂອກາດດັ່ງກ່າວ, ຍັງໄດ້ຮັບຟັງການໂອ້ລົມຈາກປະທານພິທີ ແລະ ໄດ້ມີການມອບໂຊລາແຊວ(ໄຟຟ້າແສງຕາເວັນ) ຈໍານວນ 1 ຊຸດ ໃຫ້ອົງການກາແດງຕື່ມອີກ.
