loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ເຊກອງ ຕ້ອນຮັບຮອງປະທານກຳມາທິການຍຸຕິທໍາ ສະພາແຫ່ງຊາດ

ກ.ຍ. 18, 2024 | ເຂດ 16 ເຊກອງ

ຕອນເຊົ້າວັນທີ 18 ກັນຍານີ້ ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງເຊກອງ, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ໄດ້ຕ້ອນຮັບ ທ່ານ ສີສູນທອນ ສ.ຜາບມີໄຊຍ໌ ຮອງປະທານກຳມາທິການຍຸຕິທໍາ ສະພາແຫ່ງຊາດ ພ້ອມຄະນະ ໃນໂອກາດມາເຄື່ອນໄຫວຕິດຕາມກວດກາວຽກງານຍຸຕິທໍາ ປະຈໍາປີ 2024 ຢູ່ແຂວງເຊກອງ.         ໃນວາລະດັ່ງກ່າວ ທ່ານ ສີສູນທອນ ສ.ຜາບມີໄຊຍ໌ ໄດ້ແຈ້ງຈຸດປະສົງໃນການມາເຮັດຢູ່ແຂວງເຊກອງຄັ້ງນີ້ ເພື່ອ ຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ມະຕິກອງປະຊຸມສະພາແຫ່ງຊາດ ກໍຄືການເຄື່ອນໄຫວວຽກງານ ແລະ ທິດທາງແຜນການເຄື່ອນໄຫວວຽກງານ ຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ; ຕິດຕາມກວດກາ ການຜັນຂະຫຍາຍບາງມາດຕາຂອງກົດໝາຍ ອອກເປັນນິຕິກຳໃຕ້ກົດໝາຍ ແລະ ການ ໂຄສະນາກົດໝາຍ ໃນຂົງເຂດຍຸຕິທຳ; ທັງນີ້ ເພື່ອເປັນການຄົ້ນຄວ້າ, ສະໜອງຂໍ້ມູນໃຫ້ຄະນະປະຈຳສະພາແຫ່ງຊາດ ມີຄໍາເຫັນໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ສະພາແຫ່ງຊາດ ຊຸດທີ IX ກ່ຽວກັບ ການເຄື່ອນໄຫວວຽກງານ ຂອງສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ພາກສ່ວນອື່ນໃນຂົງເຂດຍຸຕິທຳ, ເປັນບ່ອນອີງໃນການປຶກສາຫາລື ແລະສະເໜີພາກສ່ວນກ່ຽວຂ້ອງ ຄົ້ນຄວ້າມາດຕະການແກ້ໄຂ.           ໂອກາດນີ້ ທ່ານ ເຫລັກໄຫລ ສີວິໄລ ກໍໄດ້ສະແດງຄວາມຂອບໃຈມາຍັງ ຮອງປະທານກຳມາທິການຍຸຕິທໍາ ພ້ອມຄະນະ ທີ່ລົງມາຕິດຕາມ ແລະ ຊຸກຍູ້ວຽກງານຢູ່ແຂວງເຊກອງ ແລະໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຍຸຕິທໍາ ຕິດພັນກັບຂົງເຂດກົດໝາຍ, ສະພາບການຈັດຕັ້ງປະຕິບັດກົດໝາຍ ຢູ່ແຂວງເຊກອງໃຫ້ຮູ້ ໂດຍສະເພາະການສັ່ງຟ້ອງຂອງໄອຍະການ, ການຕັດສິນຂອງສານ, ເຊິ່ງຜ່ານມາຄະນະນຳອົງການປົກຄອງແຂວງໄດ້ຖືສຳຄັນຊີ້ນໍາວຽກງານຍຸຕິທໍາ ໃນການສ້າງຄວາມເຂັ້ມແຂງ, ຄວາມຮູ້ຄວາມສາມາດດ້ານກົດໝາຍ, ອັນພົ້ນເດັ່ນ ສາມາດສ້າງນິຕິກຳໃຕ້ກົດໝາຍ ໄດ້ 7 ສະບັບ, ແກ້ໄຂຄໍາຮ້ອງທຸກ ຜ່ານທາງສາຍດ່ວນ ໃຫ້ຫຼຸດນ້ອຍຖອຍລົງເທື່ອລະກ້າວ.

#ຂ່າວ: ພຸດທະສອນ