
ຕອນເຊົ້າຂອງວັນພະຫັດ, ວັດທີ 15 ທັນວາ 2022 ຢູ່ທີ່ໂຮງຮຽນ ເຕັກນິກ-ວິຊາຊີບແບບປະສົມ ແຂວງອຸດົມໄຊ ຄະນະກຳມະການວັດທະນະທຳສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ ຢູ່ທີ່ໂຮງຮຽນ ເຕັກນິກ-ວິຊາຊີບແບບປະສົມ ແຂວງອຸດົມໄຊ, ນຳໂດຍ ທ່ານ ດຣ ນ. ສິດທິວອນ ຫົງສາຄອນ ຮອງປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ, ຕ້ອນຮັບໂດຍ ທ່ານ ເພັດພະລັງ ປັນຍາວົງ ຄະນະພັກ ພະແນກສຶກສາທິການ ແລະ ກິລາແຂວງ, ອຳນວຍການໂຮງຮຽນ ເຕັກນິກ-ວິຊາຊີບແບບປະສົມ ແຂວງອຸດົມໄຊ, ມີຄະນະທິມງານຈາກ ສະພາປະຊາຊົນແຂວງ ແລະ ຄູອາຈານພາຍໃນໂຮງຮຽນ ເຕັກນິກ-ວິຊາຊີບແບບປະສົມແຂວງ ເຂົ້າຮ່ວມ.



ການເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ໃນຄັ້ງນີ້, ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງໂຮງຮຽນ ເຕັກນິກ-ວິຊາຊີບແບບປະສົມ ແຂວງອຸດົມໄຊ ໃນໄລຍະຜ່ານມາ ແລະ ລາຍ ງານຕາມຄຳຖາມເຈາະຈີ້ມຂອງສະພາປະຊາຊົນແຂວງ, ຫຼັງຈາກນັ້ນ, ບັນດາທ່ານທີ່ເຂົ້າຮ່ວມໄດ້ປະກອບຄຳຄິດເຫັນກັນຢ່າງກົງໄປກົງມາ, ເພື່ອຊອກເຫັນດ້ານດີ-ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ຊອກຫາວິທີ່ແກ້ໄຂໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ຫນ້າ.



ຈຸດປະສົງການລົງເຄື່ອນໄຫວຄັ້ງນີ້ແມ່ນ: ເພື່ອຕິດຕາມກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານຂອງພາກສ່ວນກ່ຽວຂ້ອງ, ປະຕິບັດຕາມແຜນການເຄື່ອນໄຫວຂອງຄະນະກຳມະການ ແລະ ເພື່ອເປັນການເກັບກຳຂໍ້ມູນໃຫ້ຄະນະກຳມະການວັດທະນະທຳສັງຄົມ ແລະ ບັນດາເຜົ່າ ໃນການກະກຽມບັນດາເນື້ອໃນ ແລະ ດຳເນີນກອງປະຊຸມຄົບຄະນະປະຈໍາປີ 2022.
