
ໃນລະຫວ່າງວັນທີ 25-27 ກັນຍາ ປີ 2023 ຜ່ານມານີ້ທ່ານ ນາງຄໍາເສັງ ທຸມມະວົງສາ ກໍາມະພັກແຂວງ ຮອງປະທານສະພາປະຊາຊົນຂັ້ນແຂວງ, ທ່ານ ແສງລາຕີ ຫຼອມຍາເດດ ກໍາມະການຄະນະປະຈໍາ ຮອງເລຂາພັກເມືອງ ປະທານກວດກາລັດ, ພ້ອມດ້ວຍສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໄດ້ລົງຕິດຕາມ, ກວດກາ ແລະ ຜັນຂະຫຍາຍຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງຊຸດທີ II ຢູ່ທີ່ເມືອງທ່າແຕງ ເຊິ່ງລວມມີ 4ຈຸດ ແລະ ໄດ້ພົບກັບຜູ້ມີສິດເລືອກຕັ້ງເຂົ້າຮ່ວມຮັບຟັງຈໍານວ 528 ຄົນ.

ສສຊ ແລະ ສສຂ ລົງຢ້ຽມຢາມໃນຄ້ງນີ້ ເຊິ່ງໄດ້ຮັບຟັງການລາຍງານຫຍໍ້ຂອງອໍານາດການປົກຄອງບ້ານ ແລະ ຄໍາຄິດເຫັນຕ່າງໆຂອງ ພະນັກງານ, ທະຫານ, ຕໍາຫຼວດ ຕະຫລອດຮອດພໍ່ແມ່ປະຊາຊົນ ໃນການດໍາລົງຊີວິດທີ່ໄລຍະຊວງວິກິດຂອງໄພເງິນກີບອ່ອນຄ່າ ແລະ ຄວາມລໍາບາກໃນການໃຊ້ຊິວີດຂອງປະຊາຊົນລາວບັນດາເຜົ່າ ຫລັງຈາກໄດ້ຮັບຟັງການລາຍງານແລະຄໍາສະເຫນີແລ້ວ ບັນດາ ສສຊ ແລະ ສສຂ ໄດ້ເຜີຍແຜ່ຜັນຂະຫຍາຍເນື້ອໃນເອກະສານຕ່າງໆຂອງມິຕິຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ5ສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ໃຫ້ພະນັກງານ, ທະຫານ,ຕໍາຫຼວດ ຕະຫລອດຮອດພໍ່ແມ່ປະຊາຊົນໃຫ້ເຂົ້າກ່ຽວກັບມະຕິຮັບຮອງຂອງສະພາ2ຂັ້ນ, ນອກຈາກນັ້ນຍັງໄດ້ລົງຕິດຕາມ,ກວດກາ ຜົນກະທົບທາງສິ່ງແວວລ້ອມຂອງບໍລິສັດຢາງພາລາທີ່ໄດ້ສໍາປະທານຢູ່ພາຍໃນເມືອງທ່າແຕງອີກດ້ວຍ.

ສຸດທ້າຍ ທ່ານນາງຄໍາເສັງ ທຸມມະວົງສາ ພ້ອມດ້ວຍຄະນະ ຍັງໄດ້ຊຸກຍູ້ໃຫ້ພໍ່ແມ່ປະຊາຊົນໃຫ້ມີຄວາມອຸ່ນອຽງທຸ່ນທ່ຽງເສດຖະກິດເງິນກີບອ່ອນຄ່າ ເຊື່ອໝັ້ນຕໍ່ການມາຊີ້ນໍາ-ນໍາພາຂອງພັກລັດ ແລະ ຍັງໄດ້ປຸກລະດົມໃຫ້ເຂົາເຈົ້າມີຄວາມດຸໜັ້ນຂະຫຍັນພຽນໃນກາທໍາມາຫາກີນ,ການຜະລິດປູກຝັງ,ລ້ຽງສັດໃຫ້ໄດ້ສົ່ງອອກສູ້ທ້ອງຕະຫລາດ.