
ວັນທີ 17 ພະຈິກ 2023 ນີ້, ສະພາປະຊາຊົນແຂວງ ໄດ້ລົງເຄື່ອນໄຫວຕິດຕາມກວດກາການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດຢູ່ເມືອງໄຊ, ນໍາໂດຍທ່ານ ຄໍາເຜີຍ ງອນວັນຄໍາ ຮອງປະທານສະພາປະຊາຊົນແຂວງ, ມີບັນດາທ່ານປະທານຄະນະກຳມະການ ແລະ ເລຂາທິການ, ຮອງປະທານຄະນະກຳມະການ ແລະ ມີບັນດາທ່ານຄະນະນໍາເມືອງ, ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງ, ຫົວໜ້າຫ້ອງກ່ຽວຂ້ອງ ແລະ ພະນັກງານຫຼັກແຫຼ່ງຂອງເມືອງໄຊ ເຂົ້າຮ່ວມ.





ຈຸດປະສົງ, ຂອງການລົງເຄື່ອນໄຫວຕິດຕາມກວດກາການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຄັ້ງນີ້, ເພື່ອເກັບກຳຂໍ້ມູນບັນຫາຫາງສຽງສັງຄົມ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ເພື່ອເປັນການຊຸກຍູ້ພາກສ່ວນກ່ຽວຂ້ອງໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ທີ່ຈະນໍາມາລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງ ທີ່ຈະໄຂຂຶ້ນໃນມໍ່ໆນີ້.

ພາບ/ຂ່າວ: ສະພາປະຊາຊົນແຂວງ.