
ຕອນເຊົ້າຂອງວັນສຸກ, ວັນທີ 24 ມິຖຸນາ 2022, ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງ, ໄດ້ຈັດກອງປະຊຸມຮ່ວມລະຫວ່າງ ສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງຂຶ້ນ, ໂດຍການເປັນປະທານຮ່ວມຂອງທ່ານ ຄໍາເຜີຍ ງອນວັນຄໍາ ກໍາມະການປະຈໍາພັກແຂວງ, ຮອງປະທານ ສພຂ ແລະ ທ່ານ ສົມຈິດ ປັນຍາສັກ ກຳມະການປະຈໍາພັກແຂວງ, ຮອງເຈົ້າແຂວງ ອຸດົມໄຊ, ມີບັນດາທ່ານຄະນະປະຈຳພັກແຂວງ, ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ຄະນະເລຂາທິການ, ຫົວໜ້າພະແນກ/ຮອງພະແນກ, ສະມາຊິກສະພາປະຊາຊົນແຂວງ ແລະ ພະນັກງານວິຊາການຂະແໜງກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.




ຈຸດປະສົງຂອງກອງປະຊຸມກໍ່ເພື່ອປຶກສາຫາລືດ້ານເນື້ອໃນທີ່ຈະນໍາເຂົ້າຜ່ານໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II, ກອງປະຊຸມຄັ້ງນີ້ໄດ້ຮັບຟັງການຜ່ານຂໍ້ຕົກລົງຮ່ວມສະ ບັບເລກທີ 70/ອຊ, ລົງວັນທີ 04 ກຸມພາ 2022 ວ່າດ້ວຍ ການພົວພັນລະຫວ່າງ ສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ ສະເໜີ ໂດຍທ່ານນາງ ອໍາໄພວອນ ປັນຍາລັກ ກໍາມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງ ແລະ ໄດ້ຮັບຟັງການຜ່ານແຜນການກະກຽມ ແລະ ດຳເນີນກອງປະຊຸມກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງ ຊຸດທີ II ສະເໜີ ໂດຍທ່ານ ນາງ ວັນສີ ພວງມະໄລ ກໍາມະການປະຈໍາສະພາປະຊາຊົນແຂວງ, ເລຂາທິການ ສພຂ.




ຫຼັງຈາກນັ້ນປະທານກອງປະຊຸມໄດ້ມີຄໍາເຫັນຊີ້ນຳຕໍ່ແຜນການກະກຽມ ແລະ ດຳເນີນກອງປະຊຸມກອງປະຊຸມສະ ໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງ ຊຸດທີ II ແລະ ບັນດາທ່ານຜູ້ແທນເຂົ້າຮ່ວມກອງປະຊຸມ, ບັນດາທ່ານຫົວໜ້າພະແນກ/ຮອງພະແນກ ໄດ້ພັດປ່ຽນກັນປະກອບຄຳຄິດຄຳເຫັນ ແລະ ມີຄຳສະເໜີແລກປ່ຽນກ່ຽວກັບບັນດາເນື້ອໃນທີ່ຈະນໍາເຂົ້າຜ່ານກອງປະຊຸມດັ່ງກ່າວ ດ້ວຍຄວາມຮັບຜິດຊອບສູງ, ເລິກເຊິ່ງ ແລະ ກົງໄປກົງມາ, ເຊິ່ງປະກອບມີ 10 ເນື້ອໃນ ຈະໄດ້ສຸມໃສ່ ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາດັ່ງນີ້:
1. ບົດລາຍງານໂດຍສັງເຂບຂອງທ່ານເຈົ້າແຂວງ ກ່ຽວກັບວຽກງານການບໍລິຫານລັດ ປະຈຳ 06 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈຳ 06 ເດືອນ ທ້າຍປີ 2022;
2. ບົດລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດສັງຄົມ ປະຈຳ 06 ເດືອນຕົ້ນ ແລະ ທິດທາງແຜນການ ປະຈຳ 06 ເດືອນ ທ້າຍປີ 2022;
3. ບົດລາຍງານການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈໍາ 06 ເດືອນຕົ້ນ ແລະ ທິດທາງແຜນການ ປະຈຳ 06 ເດືອນ ທ້າຍປີ 2022 ແລະ ແຜນດັດແກ້ງົບປະມານແຫ່ງລັດຂອງແຂວງປະຈໍາປີ 2022 ຕິດພັນກັບການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ.
4. ບົດລາຍງານກ່ຽວກັບການແກ້ໄຂບັນຫາເສດຖະກິດ, ການຄຸ້ມຄອງລາຄາສິນຄ້າອຸປະໂພກ -ບໍລິໂພກ ແລະ ສະພາບຄວາມຫຍຸ້ງຍາກທາງດ້ານນໍ້າມັນເຊື້ອໄຟ ພາຍໃນແຂວງອຸດົມໄຊ.
5. ບົດລາຍງານ ການຄຸ້ມຄອງຮ້ານແລກປ່ຽນເງິນຕາ, ການຄຸ້ມຄອງເງິນຕາ ແລະ ການແກ້ໄຂບັນຫາເງິນເຟີ້.
6. ບົດລາຍງານ ການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ແລະ ການເປີດປະເທດ ຕິດພັນກັບການປ້ອງ
ກັນ ແລະ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ 19.
7. ບົດລາຍງານ ການຊົດເຊີຍຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຊ່ວງຜ່ານແຂວງອຸດົມໄຊ
ນອກແລວແດງ ແລະ ການຈັດຕັ້ງປະຕິບັດຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຊົດເຊີຍຜົນກະທົບ ຈາກໂຄງການພັດທະນາແຄມນໍ້າກໍ ເຂດເທດສະບານ ເມືອງໄຊ ແຂວງອຸດົມໄຊ.
8. ບົດລາຍງານ ການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງສະໜາມກິລາ ສະບັບ
ເລກທີ 69/ຈຂ.ອຊ, ລົງວັນທີ 29 ມັງກອນ 2021 ແລະ ການປັບປຸງຄຸນນະພາບລະບົບການຮຽນ-ການສອນ ໃນໄລຍະ.
9. ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ;
10. ບົດລາຍງານຂອງຄະນະປະຈໍາ ສະພາປະຊາຊົນແຂວງກ່ຽວກັບການເຄື່ອນໄຫວວຽກງານ ຂອງ ສພຂ ປະຈຳ 06 ເດືອນຕົ້ນ ແລະ ທິດທາງແຜນການ ປະຈຳ 06 ເດືອນ ທ້າຍປີ 2022 ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ຈໍານວນ 6 ສະບັບ.


ພ້ອມນັ້ນ, ບັນດາທ່ານໃນຄະນະປະຈຳສະພາປະຊາຊົນແຂວງ ກໍ່ໄດ້ມີບາງຄໍາເຫັນເຈາະຈີ້ມ, ແລກປ່ຽນກັບບັນດາພະແນກການເພື່ອເຮັດໃຫ້ເນື້ອໃນທີ່ຈະເຂົ້າຜ່ານໃນກອງປະຊຸມຮັບປະກັນຄວາມຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ ແລະ ເພື່ອເຮັດໃຫ້ຂອດການປະສານງານ, ການສະໜອງຂໍ້ມູນຕ່າງໆ ລະຫວ່າງ ສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ ໃຫ້ມີຄວາມວ່ອງໄວ, ຊັດເຈນ ແລະ ສຳເລັດຕາມແຜນການທີ່ວາງໄວ້ ພ້ອມທັງສົ່ງເນື້ອໃນເອກະສານຕ່າງໆໃຫ້ ຄະນະປະຈຳສະພາປະຊາຊົນແຂວງ ຄົ້ນຄວ້າ, ພິຈາລະນາ ແລະ ນຳເຂົ້າຜ່ານໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງ ຊຸດທີ II ແມ່ນຈະດໍາເນີນໃນລະຫວ່າງວັນທີ 11-12 ສິງຫາ 2022 ນີ້.
