(ສພຊ) – ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍສະເພາະຄວາມຄືບໜ້າການປະຕິບັດແຜນ ການລົງທຶນຂອງລັດປະຈຳປີ 2025 ເປັນຕົ້ນການຈັດສັນງົບປະມານບ້ວງກອງທຶນທາງ ແລະ ການເກັບໜີ້ສິນ ເຊິ່ງທ່ານໄດ້ຊີ້ແຈງວ່າ:
ຕາມມະຕິສະພາແຫ່ງຊາດໄດ້ຮັບຮອງແຜນການລົງທຶນຂອງລັດປະຈຳປີ 2025 ລວມທັງໝົດ 24,550 ຕື້ກີບ (ລົງທຶນຈາກຕ່າງປະເທດ 18,300 ຕື້ກີບ ແລະ ລົງທຶນພາຍໃນ 6,250 ຕື້ກີບ). ກະຊວງການເງິນໄດ້ຮີບຮ້ອນແຈ້ງແຜນການລົງທຶນ ແລະ ບັນຊີໂຄງການລະອຽດໃຫ້ບັນດາກະຊວງ, ອົງການ ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນເດືອນພະຈິກ 2024 (ບໍ່ລວມກອງທຶນທາງ 800 ຕື້ກີບ) ເພື່ອເປັນພື້ນຖານໃນການຈັດຕັ້ງປະຕິບັດ; ຮອດປັດຈຸບັນ ປະຕິບັດໄດ້ 25% ຂອງແຜນການປີ ເປັນເງິນ 6,094 ຕື້ກີບ ໃນນັ້ນ, ລົງທຶນຕ່າງປະເທດ 22% ເປັນເງິນ 4,091 ຕື້ກີບ (ເປັນການສະຫຼຸບການປະຕິບັດງວດ I) ແລະ ລົງທຶນພາຍໃນ 32% ເປັນເງິນ 2,003 ຕື້ກີບ. ການຈັດຕັ້ງປະຕິບັດວຽກຕົວຈິງແມ່ນມີຄວາມຄືບໜ້າຫຼາຍ ແຕ່ອັດຕາສ່ວນການຊຳລະຍັງຕໍ່າ ເນື່ອງຈາກຂະແໜງການທີ່ກ່ຽວຂ້ອງຕ່າງໆ ຍັງບໍ່ທັນປະກອບເອກະສານເພື່ອຂໍເບີກຈ່າຍຕາມໜ້າວຽກ; ທິດທາງແກ້ໄຂໃນຕໍ່ໜ້າ, ກະຊວງການເງິນຈະໄດ້ສືບຕໍ່ຄົ້ນຄວ້າ, ປັບປຸງຂັ້ນຕອນ ແລະ ກົນໄກການຈັດຕັ້ງປະຕິບັດຄືນໃໝ່.
ສໍາລັບບ້ວງກອງທຶນທາງຈຳນວນ 800 ຕື້ກີບ ມາຮອດຕົ້ນເດືອນມິຖຸນາ ໄດ້ຮັບການສະເໜີຈາກກະຊວງໂຍທາທິການ ແລະ ຂົນສົ່ງ ລວມມີ 694 ໂຄງການ ໃນນັ້ນ, ສາມາດສ້າງເປັນແຜນການລົງທຶນ ແລະ ລາຍງານລັດຖະບານພິຈາລະນາ 614 ໂຄງ ການ ມູນຄ່າ 452.83 ຕື້ກີບ, ສ່ວນທີ່ຍັງເຫຼືອ 80 ໂຄງການ ມູນຄ່າ 347.17 ຕື້ກີບ ທີ່ເປັນໂຄງການໃໝ່ ຍັງບໍ່ສາມາດຄົ້ນຄວ້າສ້າງແຜນການລົງທຶນຂອງລັດໄດ້ ເນື່ອງຈາກການປະກອບເອກະສານຍັງບໍ່ຄົບຖ້ວນຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ; ບັນຫາທີ່ຕິດພັນກັບການຈັດສັນງົບປະມານກອງທຶນທາງຍັງມີຄວາມຊັກຊ້າ ເນື່ອງຈາກສ່ວນຫຼາຍແມ່ນໂຄງການຟື້ນຟູຫຼັງລະດູຝົນ, ເດືອນ 10-11 ແຕ່ລະປີ ຈຶ່ງສາມາດເກັບກຳຜົນເສຍຫາຍມາປະເມີນມູນຄ່າສ້ອມແປງ ແລ້ວຈຶ່ງຄົ້ນຄວ້າກໍານົດເປັນໂຄງການ ເຊິ່ງເກີນໄລຍະເວລາຂອງການສ້າງແຜນລົງທຶນ.
ການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດແບບມີສ່ວນຫຼຸດ: ໃນປີນີ້, ລັດຖະບານໄດ້ເຫັນດີແກ້ໄຂມູນຄ່າປະມານ 800 ຕື້ກີບ ເຊິ່ງປັດຈຸບັນກຳລັງຄົ້ນຄວ້າຫຼັກການ, ເງື່ອນໄຂ ແລະ ຂັ້ນຕອນລະອຽດ ເພື່ອຈະໃຫ້ສາມາດຈັດຕັ້ງປະຕິບັດໄດ້ໃນ 6 ເດືອນທ້າຍປີ.
ການຊຳລະໜີ້ສິນທັງພາຍໃນ ແລະ ຕ່າງປະເທດ ສາມາດປະຕິບັດໄດ້ພຽງ 13.54% ຂອງແຜນການປີ ເປັນພຽງຕົວເລກສະເພາະແຕ່ການຊໍາລະໜີ້ສິນພາຍໃນທີ່ໄດ້ຊຳລະຕົວຈິງໃນໄລຍະ 5 ເດືອນຕົ້ນປີ, ຖ້າທຽບໃສ່ການຊຳລະໜີ້ສິນທັງພາຍໃນ ແລະ ຕ່າງປະເທດທັງໝົດ ສາມາດປະຕິບັດໄດ້ 22.54% ຂອງແຜນປີ ຫຼື ເທົ່າກັບ 64.94% ຂອງແຜນ 6 ເດືອນຕົ້ນປີ ເປັນເງິນປະ ມານ 13,796 ຕື້ກີບ; ຄາດຄະເນຈະສາມາດຊໍາລະໜີ້ສິນໃນ 6 ເດືອນຕົ້ນປີ ໄດ້ 33.54% ຂອງແຜນປີ ຫຼື ເທົ່າກັບ 96.61% ຂອງແຜນ 6 ເດືອນຕົ້ນປີ ເປັນເງິນ 20,525 ຕື້ກີບ. ການຊໍາລະໜີ້ສິນ ສາມາດປະຕິບັດໄດ້ຕາມແຜນແລ້ວ ຖ້າທຽບໃສ່ແຜນ 6 ເດືອນຕົ້ນປີ, ແຕ່ຖ້າທຽບໃສ່ແຜນໝົດປີ ເຫັນວ່າຍັງປະຕິບັດໄດ້ຕໍ່າ ເນື່ອງຈາກພັນທະໜີ້ສິນສ່ວນໃຫຍ່ຈະຄົບກຳນົດຊຳລະໃນໄລ ຍະ 6 ເດືອນທ້າຍປີ ແລະ ຜູ້ຖືຄອງພັນທະບັດຈຳນວນໜຶ່ງ ຍັງບໍ່ທັນໄດ້ປະກອບເອກະສານຄົບຖ້ວນເພື່ອໄຖ່ຖອນພັນທະບັດພາຍໃນທີ່ຄົບກໍານົດຊຳລະ.
ສາມາດເກັບກູ້ໜີ້ສິນຄືນໄດ້ 631 ຕື້ກີບ ເທົ່າກັບ 25% ຂອງແຜນປີ (2,500 ຕື້ກີບ), ໃນນີ້ (1) ເກັບຄືນເງິນກູ້ຢືມຕໍ່ຈາກລັດວິສາຫະກິດ ປະມານ 537 ຕື້ກີບ, (2) ເກັບຄືນໜີ້ເສຍຈາກ 2 ທະນາຄານ 86 ຕື້ກີບ (ສະເພາະຕົ້ນທຶນ) ແລະ (3) ຄ່າທຳ ນຽມການອອກຄໍ້າປະກັນ 8 ຕື້ກີບ; ຄາດຄະເນໝົດປີຈະສາມາດຈັດຕັ້ງປະຕິບັດໄດ້ພຽງແຕ່ 50% ຂອງແຜນການປີ ເນື່ອງຈາກບາງລັດວິສາຫະກິດບໍ່ສາມາດເກັບກູ້ໄດ້ຕາມແຜນການທີ່ກຳນົດ ເປັນຕົ້ນ: ລັດວິສາຫະກິດໄຟຟ້າລາວ (ຟຟລ). ທິດທາງແກ້ໄຂໃນຕໍ່ໜ້າ, ຈະລົງຕິດຕາມກວດກາຕົວຈິງ ແລະ ຊຸກຍູ້ການຈັດຕັ້ງປະຕິບັດການເກັບຄືນເງິນກູ້ຢືມຕໍ່ຢ່າງເຂັ້ມງວດ ແລະ ເປັນປົກກະຕິ ໂດຍສະເພາະ ຟຟລ ທີ່ໄດ້ປັບປຸງໂຄງສ້າງລາຄາໄຟຟ້າຄືນໃໝ່ໃນແຕ່ລະໄລຍະ ເຊິ່ງຈະເປັນພື້ນຖານໃນການປັບໂຄງສ້າງໜີ້ສິນຂອງ ຟຟລ ທີ່ມີຕໍ່ກະຊວງການເງິນ ເພື່ອກ້າວໄປສູ່ການປັບປຸງຖານະການເງິນຂອງ ຟຟລ ໃຫ້ດີຂຶ້ນ ແລະ ເປັນເງື່ອນໄຂໃຫ້ສາມາດຊຳໜີ້ສິນກູ້ຢືມຕ່າງປະເທດໂດຍກົງ ແລະ ກູ້ຢືມຕໍ່ລັດຖະບານ.