ຮ່າງໂຄງການການເມືອງ ສະບັບທີ III ຂອງພັກປະຊາຊົນປະຕິວັດລາວ ສະເໜີໂດຍ: ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ

ມ.ກ. 7, 2026

I. ໂຄງການການເມືອງ ສະບັບທີ III ວ່າດ້ວຍການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ.
1. ຂະບວນວິວັດການປະຕິບັດໂຄງການການເມືອງຂອງພັກ ນັບແຕ່ພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນ, ພັກເຮົາ ໄດ້ວາງໂຄງການການເມືອງ ອອກ 2 ຄັ້ງຄື: ຄັ້ງທີ I ແມ່ນເປັນໂຄງການການເມືອງສະບັບທຳອິດ ທີ່ປະກາດອອກໃນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໃນວັນທີ 22 ມີນາ 1955 ເຊິ່ງເປັນໂຄງ ການການເມືອງທີ່ກຳນົດທິດນໍາຂອງພັກ ແລະ ຖືເປັນແນວທາງກຳນົດໃຫ້ພັກເຮົາພາຍຫຼັງສ້າງຕັ້ງຂຶ້ນ ໄດ້ດໍາເນີນພາລະກິດຕໍ່ສູ້ຕ້ານການຮຸກຮານຈາກຈັກກະພັດລ່າເມືອງຂຶ້ນ ແລະ ລູກມືຂອງພວກເຂົາ; ໂຄງການການເມືອງສະບັບນີ້ ໄດ້ກາຍເປັນແສງສະຫວ່າງເຍືອງທາງນຳພາປະຊາຊົນລາວ ຕໍ່ສູ້ປະຕິວັດ ຈົນເຖິງກອງປະຊຸມໃຫຍ່ຄັ້ງທີ II ຂອງພັກ. ໂຄງການການເມືອງສະບັບທີ II ໄດ້ສ້າງຂຶ້ນໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ II ຂອງພັກ ຈັດຂຶ້ນໃນວັນທີ 03-06 ກຸມພາ 1972; ໂຄງການການເມືອງສະບັບນີ້ ແມ່ນການວາງແນວທາງຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດລ່າເມືອງຂຶ້ນແບບໃໝ່ດ້ວຍຄຳຂວັນ ດຳເນີນການປະຕິວັດຊາດ ປະຊາທິປະໄຕ ເພື່ອນຳເອົາເອກະລາດແຫ່ງຊາດ, ລຶບລ້າງລະບອບລາຊາທິປະໄຕ ກ້າວໄປເຖິງການສະຖາປະນາລະບອບໃໝ່ຂຶ້ນໃນປະເທດລາວ… ໂຄງການການເມືອງທັງສອງສະບັບຂອງພັກ ໄດ້ຮັບການປະຕິບັດຢ່າງມີຜົນສຳເລັດອັນສະຫງ່າລາສີ ເຊິ່ງນຳມາເຖິງການສຳເລັດພາລະກິດປົດປ່ອຍຊາດ, ຍາດໄດ້ເອກະລາດແຫ່ງຊາດ, ອໍານາດອະທິປະໄຕ ແລະ ກ້າວເຖິງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975.
50 ປີ ແຫ່ງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊາຊົນລາວ ຜ່ານມາ ເປັນ 50 ປີທີ່ພັກເຮົາ ໄດ້ກາຍເປັນພັກກຳອຳນາດ, ນຳພາຮຳບາດແຜສົງຄາມ, ຟື້ນຟູເສດຖະກິດຂອງຊາດ ແລະ ໄລຍະຕໍ່ມາ ພັກເຮົາ ພາຍໃຕ້ການນຳຂອງປະທານ ໄກສອນ ພົມວິຫານ ໄດ້ກຳນົດແນວທາງປ່ຽນແປງໃໝ່ ເຊິ່ງເປັນການສ້າງການຫັນປ່ຽນທາງດ້ານຈິນຕະນາການ ໃຫ້ຖືກຕ້ອງສອດຄ່ອງກັບຈຸດພິເສດຂອງປະເທດ ແລະ ການປ່ຽນແປງຂອງໂລກ, ໄດ້ກາຍເປັນທວນໄຟແຫ່ງແສງສະຫວ່າງດວງໃໝ່ທີ່ເກີດຂຶ້ນໃນປະເທດເຮົາ ແລະ ທວນໄຟດວງນີ້ ໄດ້ເປັນເຂັມທິດເຍືອງທາງໃຫ້ພັກເຮົາເດີນຕາມ ໂດຍໃຊ້ເວລາ 40 ປີຜ່ານມາ ແລະ ແນວທາງປ່ຽນແປງໃໝ່ນີ້ ຍັງສືບຕໍ່ເປັນທິດນຳໃຫ້ພວກເຮົາເດີນຕາມຕໍ່ໆໄປຢ່າງບໍ່ທໍ້ຖອຍ ເພາະວ່າແນວທາງປ່ຽນແປງໃໝ່ ເປັນແນວທາງທີ່ກຳນົດອອກມາຢ່າງເປັນລະບົບຄົບຊຸດ ລວມທັງຈຸດເລີ່ມ ແລະ ການຕີຂອບທີ່ຮັດກຸມ ແລະ ຈັດວາງບຸລິມະສິດໃນຂົງເຂດທີ່ຕ້ອງປ່ຽນແປງ, ສ້າງໄດ້ຄວາມຮັບຮູ້ໃໝ່ດ້ານທິດສະດີກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນຂອງປະເທດເຮົາ ຢ່າງແທດເໝາະກັບຄວາມສາມາດທີ່ອຳນວຍໃຫ້ ໃນແຕ່ລະໄລຍະ ເຊິ່ງຖືໄດ້ວ່າ ແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກທີ່ວາງອອກ ແລະ ການທີ່ພັກເຮົານຳພາເຂົ້າສູ່ການປະຕິບັດຜ່ານ 40 ປີມານີ້ ແມ່ນໄດ້ນຳປະເທດເຮົາ ສາມາດຜ່ານພົ້ນພະຍຸລົມແດງ ແລະ ສິ່ງທ້າທາຍທົດສອບອັນລະອິດລະອ້ຽວຂ້ຽວຂາດມາໄດ້, ລະບອບປະຊາທິປະໄຕປະຊາຊົນຂອງພວກເຮົາ ໄດ້ຮັບການບູລະນະໃຫ້ເປັນລະບົບ, ຕໍ່ເນື່ອງ ແລະ ນັບມື້ນັບສົມບູນຍິ່ງໆຂຶ້ນ.
ການສ້າງໂຄງການການເມືອງສະບັບທີ III ຂຶ້ນມານີ້ ແມ່ນການສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ທີ່ປະທານ ໄກສອນ ພົມວິຫານ ເປັນຜູ້ລິເລີ່ມ ແລະ ເປັນສະຖາປະນິກຕົ້ນຕໍ ທີ່ປະໄວ້ໃຫ້ພວກເຮົາສືບທອດຕໍ່ໄປຢ່າງບໍລິສຸດ ແລະ ຈົງຮັກພັກດີ. ຕະຫຼອດໄລຍະ 70 ປີແຫ່ງການນໍາພາຂອງພັກເຮົາ ໃນພາລະກິດຕໍ່ສູ້ກູ້ຊາດ ກໍຄືພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພັກເຮົາ ສາມາດສະຫຼຸບສັງລວມໄດ້ 6 ບົດຮຽນທີ່ມີລັກສະນະເປັນກົດເກນຂອງການປະຕິວັດລາວ ເຊັ່ນ:
ໜຶ່ງ, ການນຳພາຂອງພັກ ແມ່ນປັດໄຈຕັດສິນທຸກໄຊຊະນະຂອງການປະຕິວັດລາວ; ພັກຕ້ອງຢຶດໝັ້ນອຸດົມການສັງຄົມນິຍົມ, ຢຶດຖືເອົາລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ ເພື່ອຊີ້ທິດເຍືອງທາງໃຫ້ແກ່ການເຄື່ອນໄຫວຂອງພັກໃນແຕ່ລະໄລຍະ;
ສອງ, ການສ້າງຄວາມສາມັກຄີເປັນເອກະພາບສູງພາຍໃນພັກ ເປັນໃຈກາງແຫ່ງການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນຂອງທົ່ວປວງຊົນລາວທັງຊາດ;
ສາມ, ຢຶດໝັ້ນແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຕິດພັນກັບແນວທາງມະຫາຊົນຂອງພັກ, ການກໍ່ສ້າງຮາກຖານການເມືອງໃຫ້ໜັກແໜ້ນ, ເຂັ້ມແຂງ;
ສີ່, ການພັດທະນາເສດຖະກິດ ຕ້ອງໝູນໃຊ້ບັນດາກົດເກນພາວະວິໄສຢ່າງຖືກຕ້ອງ ແລະ ນຳໃຊ້ໝາກຜົນຂອງການພັດທະນາວິທະຍາສາດທີ່ທັນສະໄໝ ຢ່າງເໝາະສົມ;
ຫ້າ, ປັບປຸງການບໍລິຫານລັດທີ່ປົກຄອງດ້ວຍກົດໝາຍ ໃຫ້ເຂັ້ມງວດ, ຮັບປະກັນໃຫ້ລັດເປັນລັດຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ ຢ່າງແທ້ຈິງ ພາຍໃຕ້ການນຳພາຂອງພັກ;
ຫົກ, ຍົກສູງນໍ້າໃຈຮັກຊາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕິດພັນກັບການພົວພັນຮ່ວມມືກັບສາກົນຢ່າງຖືກຕ້ອງ.
2. ເນື້ອໃນພື້ນຖານຂອງການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ຢູ່ປະເທດເຮົາ ທີ່ໄດ້ບັນຈຸເຂົ້າໃນໂຄງການການເມືອງ ສະບັບທີ III ຂອງພັກ ໄດ້ແກ່:
1) ຈຸດໝາຍ, ທິດທາງ ໃນການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ:
– ພວກເຮົາ ຕ້ອງມີຄວາມເປັນເອກະພາບ ຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ ແລະ ເລິກເຊິ່ງ ກ່ຽວກັບລະບອບປະຊາທິປະໄຕປະຊາຊົນ ແມ່ນລະບອບຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ, ອຳນາດທັງໝົດເປັນຂອງປະຊາຊົນ ພາຍໃຕ້ການນຳ ພາຂອງພັກ.
– ໃນດ້ານຈຸດໝາຍ: ລະບອບປະຊາທິປະໄຕປະຊາຊົນ ທີ່ປະຊາຊົນລາວບັນດາເຜົ່າ ສູ້ຊົນສ້າງໃນປັດຈຸບັນ ແມ່ນລະບອບສັງຄົມທີ່ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ; ເມື່ອຮອດປີ 2055 ທີ່ເປັນມື້ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 100 ປີ ຈະສູ້ຊົນສ້າງປະເທດເຮົາ ໃຫ້ເປັນປະເທດກຳລັງພັດທະນາ ທີ່ມີລາຍຮັບປານກາງສູງ ແລະ ໃຫ້ຫຍັບເຂົ້າໃກ້ປະເທດທີ່ມີລາຍຮັບສູງ, ມີລະບົບການເມືອງທີ່ເຂັ້ມແຂງ, ມີພື້ນຖານເສດຖະກິດທີ່ທັນສະໄໝ, ກຳລັງການຜະລິດໄດ້ຮັບການພັດທະນາຢ່າງຮອບດ້ານ ໂດຍມີການພົວພັນການຜະລິດ ທີ່ສອດຄ່ອງ ແລະ ກ້າວໜ້າ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ມີພື້ນຖານອັນໜັກແໜ້ນ ກ້າວສູ່ຄວາມອີ່ມໜໍາສຳລານ.
– ທິດທາງຂອງການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ແມ່ນຍົກສູງບົດບາດ ແລະ ຄວາມສາມາດນໍາພາທີ່ເຂັ້ມແຂງຂອງພັກ ແລະ ຄະນະພັກທຸກຂັ້ນ, ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ, ລະດົມກຳລັງແຮງຂອງທົ່ວປວງຊົນ ເຂົ້າໃນການພັດທະນາເສດຖະກິດເອກະລາດເປັນເຈົ້າຕົນເອງ, ສ້າງສັງຄົມທີ່ມີຄວາມສະເໝີພາບ, ສ້າງພື້ນຖານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທີ່ເຂັ້ມແຂງ ແລະ ເປີດກວ້າງການພົວພັນຮ່ວມມື ບົນພື້ນຖານທີ່ຮັບປະກັນດ້ານຫຼັກການ ແລະ ຄວາມເປັນເຈົ້າຕົນເອງ.
2) ສືບຕໍ່ຍູ້ແຮງການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ:
ເພື່ອເຮັດໃຫ້ຈຸດໝາຍ, ທິດທາງ ໃນການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ໄດ້ຮັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທໍາຕົວຈິງນັ້ນ ໂຄງການການເມືອງ ສະບັບທີ III ໄດ້ວາງ 11 ແຜນນະໂຍບາຍໃຫຍ່ ດັ່ງນີ້:
ໜຶ່ງ, ພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ໃຫ້ເປັນລະບົບ, ທັນສະໄໝ, ປະກອບດ້ວຍຫຼາຍພາກສ່ວນເສດຖະກິດ, ຫຼາຍຮູບແບບກຳມະສິດ, ຫຼາຍຮູບການຈັດຕັ້ງຜະລິດທຸລະກິດ ແລະ ຫຼາຍຮູບການແຈກຢາຍ, ໃນນັ້ນ ພາກສ່ວນເສດຖະກິດລັດ ດຳລົງບົດບາດເປັນເຈົ້າພາທາງ, ພາກສ່ວນເສດຖະກິດອື່ນໆ ປະກອບເປັນກຳລັງແຮງຂອງພື້ນຖານເສດຖະກິດແຫ່ງຊາດ.
ສອງ, ຫັນເປັນອຸດສາຫະກໍາ, ຫັນເປັນທັນສະໄໝ, ຫັນເປັນດິຈິຕອນ ບົນພື້ນຖານການຄົ້ນຄວ້າ, ນຳໃຊ້ວິທະຍາສາດ-ເຕັກໂນໂລຊີ, ເສີມຂະຫຍາຍທ່າແຮງໄດ້ປຽບ, ຄວາມສາມາດບົ່ມຊ້ອນຂອງປະເທດ; ນຳໃຊ້ເຕັກໂນໂລຊີດິຈິຕອນ ໃຫ້ກາຍເປັນໂອກາດ, ເປັນກຳລັງແຮງ ແລະ ເປັນພື້ນຖານໃຫ້ແກ່ການຊຸກຍູ້ຂະແໜງການຜະລິດ ແລະ ບໍລິການ ທີ່ເປັນປາຍແຫຼມ.
ສາມ, ການປົກປັກຮັກສາ ແລະ ຟື້ນຟູສິ່ງແວດລ້ອມ, ຮັບມືກັບການປ່ຽນແປງດິນຟ້າອາກາດ; ຢຶດໝັ້ນທິດນຳຖືເອົາຄວາມກົມກຽວລະຫວ່າງການພັດທະນາເສດຖະກິດ-ສັງຄົມ ກັບການປົກປັກຮັກສາສິ່ງແວດລ້ອມຕາມທິດເສດຖະກິດສີຂຽວ, ເສດຖະກິດໝູນວຽນ ແລະ ຍືນຍົງ.
ສີ່, ພັດທະນາວັດທະນະທຳ-ສັງຄົມ, ປະຕິບັດຢ່າງສະເໝີຕົ້ນສະເໝີປາຍແນວທາງປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ; ພັດທະນາສັງຄົມຕາມທິດສັງຄົມມີປະຊາທິປະໄຕ, ຍຸຕິທຳ, ສີວິໄລ; ສ້າງສັງຄົມສາມັກຄີເປັນປຶກແຜ່ນຂອງບັນດາເຜົ່າ; ການເຄົາລົບສິດ-ເສລີພາບຂອງປະຊາຊົນ; ການສ້າງຄວາມເປັນເອກະພາບລະຫວ່າງຊັ້ນຄົນ; ສືບຕໍ່ປະຕິບັດທິດນຳ ເອົາການສຶກສາໄປກ່ອນກ້າວໜຶ່ງ, ເອົາການພັດທະນາວິທະຍາສາດ-ເຕັກໂນໂລຊີ ເປັນຂໍກຸນແຈ ເຮັດໃຫ້ການສຶກສາມີຄຸນນະພາບສູງຂຶ້ນ; ປະຕິບັດນະໂຍບາຍສາທາລະນະສຸກທົ່ວປວງຊົນ ໃຫ້ນັບມື້ທົ່ວເຖິງ ແລະ ມີຄຸນນະພາບສູງ.
ຫ້າ, ພັດທະນາຄົນລາວຢ່າງຮອບດ້ານ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດໃນໄລຍະໃໝ່; ພັດທະນາຄົນລາວໃຫ້ມີນໍ້າໃຈຮັກຊາດອັດດູດດື່ມ ຕິດພັນກັບການຮັກລະບອບໃໝ່, ມີຄວາມກະຕັນຍູຮູ້ບຸນຄຸນຕໍ່ບັນພະບຸລຸດຂອງຊາດ, ສ້າງຄົນລາວໃຫ້ເປັນຄົນສັງຄົມນິຍົມ.
ຫົກ, ສ້າງເຫງົ້າພະລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ທີ່ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ມີແບບແຜນທັນສະໄໝ ດ້ວຍການຢຶດໝັ້ນແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສ້າງຄວາມອາດສາມາດບົ່ມຊ້ອນໃນແຕ່ລະດ້ານ, ສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ພາຍໃຕ້ການນຳພາເດັດຂາດ, ໂດຍກົງ, ຮອບດ້ານ ຂອງພັກ.
ເຈັດ, ຢຶດໝັ້ນແນວທາງການຕ່າງປະເທດຂອງພັກ, ສ້າງເງື່ອນໄຂອຳນວຍໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ; ເປີດກວ້າງການພົວພັນກັບບັນດາປະເທດໃນພາກພື້ນ ແລະ ສາກົນ, ຖືສຳຄັນການຮ່ວມມືຮອບດ້ານກັບປະເທດໃກ້ຄຽງ, ເພື່ອນມິດຍຸດທະສາດ, ດຳເນີນການເຊື່ອມໂຍງ-ເຊື່ອມຈອດ ເຂົ້າກັບພາກພື້ນ ແລະ ສາກົນ ຢ່າງເປັນເຈົ້າການ ແລະ ເປັນເຈົ້າຕົນເອງຂະຫຍາຍການຮ່ວມມືແບບຫຼາຍທິດ, ຫຼາຍຝ່າຍ, ຫຼາຍຮູບແບບ, ຫຼາຍລະດັບ ທັງດ້ານພັກ, ດ້ານລັດ ແລະ ການທູດປະຊາຊົນ.
ແປດ, ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຮັບປະກັນການກຳອຳນາດຂອງພັກ ໃຫ້ມີຄວາມໝັ້ນຄົງ; ສ້າງຄວາມໜັກແໜ້ນດ້ານລະບົບແນວຄິດ-ທິດສະດີຂອງພັກ; ສ້າງອົງການຈັດຕັ້ງພັກແຕ່ລະຂັ້ນໃຫ້ເຂັ້ມແຂງ, ປັບປຸງແບບແຜນວິທີນຳພາ ແລະ ການເຄື່ອນໄຫວຂອງການຈັດຕັ້ງພັກ ຕາມກົດລະບຽບ ຂອງພັກ, ຮັບປະກັນລັກສະນະວິທະຍາສາດ ແລະ ປະຕິວັດ ຢ່າງໜັກແໜ້ນ; ຕໍ່ສູ້ຕ້ານການເສື່ອມຖອຍທາງດ້ານແນວຄິດ-ການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນດຳລົງຊີວິດ, ບັນດາປາກົດການ “ຫັນປ່ຽນດ້ວຍຕົນເອງ”, “ເສື່ອມຄຸນປ່ຽນທາດເອງ” ພາຍໃນພັກ; ສ້າງຖັນແຖວພະນັກງານ, ສະມາຊິກພັກ ໃຫ້ສົມຄູ່ກັບໜ້າທີ່ການເມືອງ; ຍົກສູງປະສິດທິພາບການຕິດຕາມກວດກາການປະຕິບັດວິໄນ ຂອງພັກ, ກົດໝາຍຂອງລັດ ຢ່າງເຂັ້ມງວດ.
ເກົ້າ, ສ້າງລັດປະຊາທິປະໄຕປະຊາຊົນທີ່ປົກຄອງດ້ວຍກົດໝາຍ, ສ້າງລັດທີ່ຖືລັດຖະທຳມະນູນ ແລະ ກົດໝາຍ ມີບົດບາດສູງສຸດ, ສ້າງລັດທີ່ຈັດຕັ້ງ ແລະ ເຄື່ອນໄຫວຕາມຫຼັກການອຳນາດລັດເອກະພາບ, ມີການແບ່ງງານຢ່າງຈະແຈ້ງ, ສ້າງລັດໃຫ້ມີຄວາມໂປ່ງໃສ, ມີຄວາມຮັບຜິດຊອບ ແລະ ເຮັດຫຼ້ອນພັນທະຕໍ່ພົນລະເມືອງທຸກຄົນ ແລະ ຮັບປະກັນໃຫ້ພົນລະເມືອງທຸກຄົນ ປະຕິບັດພັນທະຕໍ່ລັດຢ່າງຄົບຖ້ວນ.
ສິບ, ເສີມຂະຫຍາຍມະຫາສາມັກຄີທົ່ວປວງຊົນ, ປະຕິບັດແນວທາງມະຫາສາມັກຄີທົ່ວປວງຊົນຢ່າງໜັກແໜ້ນ; ປ່ຽນແປງໃໝ່ແບບແຜນວິທີເຮັດວຽກກັບມະຫາຊົນ, ວິທີປຸກລະດົມຂົນຂວາຍມະຫາຊົນ; ສ້າງ ແລະ ແນະນຳອົງການຈັດຕັ້ງມະຫາຊົນ ໃຫ້ເຄື່ອນໄຫວຖືກຕ້ອງຕາມພາລະບົດບາດ, ໜ້າທີ່ຂອງຕົນ.
ສິບເອັດ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນຢ່າງບໍ່ຢຸດຢັ້ງ; ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ໂດຍເປີດໂອກາດໃຫ້ປະຊາຊົນໄດ້ເຂົ້າຮ່ວມໃນການສ້າງ ແລະ ບູລະນະແນວທາງຂອງພັກ ແລະ ກົດໝາຍຂອງລັດ ຕາມທິດທີ່ວ່າ: ໃຫ້ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຂົ້າຮ່ວມຈັດຕັ້ງປະຕິບັດ, ປະຊາຊົນຕິດຕາມກວດກາ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດຢ່າງຊອບທຳ.
ໂຄງການການເມືອງຂອງພັກ ແມ່ນທິດສະດີປະຕິວັດ, ເປັນທວນໄຟອັນສະຫວ່າງສະໄຫວເຍືອງທາງໃຫ້ແກ່ພັກ ແລະ ທົ່ວປວງຊົນ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ; ສ້າງໄດ້ບາດກ້າວເດີນ ແລະ ບາດລ້ຽວທີ່ໜັກແໜ້ນ ໃຫ້ແກ່ພາລະກິດແຫ່ງການສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນກ້າວຂຶ້ນສູ່ສັງຄົມນິຍົມ.
ດ້ວຍເຫດນັ້ນ ຈຶ່ງຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ, ກຳລັງປະກອບອາວຸດທຸກທົ່ວໜ້າ, ປະຊາຊົນລາວບັນດາເຜົ່າ ຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ເດັດດ່ຽວສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບນາໆປະການ, ຍອມເສຍສະຫຼະທຸກໆຢ່າງ ເພື່ອອຸທິດໃຫ້ແກ່ການປະກອບສ່ວນຢ່າງຕັ້ງໜ້າ ເພື່ອເຮັດໃຫ້ໂຄງການການເມືອງຂອງພັກສະບັບນີ້ ສາມາດຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ, ນຳເອົາປະເທດຊາດຂອງພວກເຮົາ ກ້າວຂຶຶ້ນຕາມຈຸດ ໝາຍທີ່ວາງໄວ້ຢ່າງມີໄຊ.