(ສພຊ) – ວັນທີ 21-23 ພຶດສະພານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ມີກອງປະຊຸມຮຽບຮຽງເນື້ອໃນມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການພົບປະປະຊາຊົນຂອງສະມາຊິກສະແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ປຶ້ມຄູ່ມືການພົບປະປະຊາຊົນ ແລະ ຮ່າງປຶ້ມຄູ່ມືເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໂດຍການເປັນປະທານຂອງທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ (ກວສຊ); ເຂົ້າຮ່ວມມີບັນດາທ່ານຮອງປະທານ ກວສຊ, ຮອງເລຂາທິການ, ຮອງຫົວໜ້າສະຖາບັນຄົ້ນຄວ້ານິຕິກຳ, ຄະນະຮັບຜິດຊອບ, ຄະນະກົມ ແລະ ພະນັກງານພາຍໃນສະພາແຫ່ງຊາດ (ສພຊ).

ທັງນີ້, ກໍເພື່ອຮັບປະກັນໃຫ້ເນື້ອໃນມີຄວາມຮັດກຸມ, ຄົບຖ້ວນສົມບູນ ແລະ ສອດຄ່ອງກັບກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ແລະ ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ທັງເປັນບ່ອນອີງໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງ ສພຊ ແລະ ສະພາປະຊາຊົນຂັ້ນແຂວງ (ສພຂ) ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
ກອງປະຊຸມໄດ້ສົນທະນາແລກປ່ຽນປະກອບຄຳຄິດຄຳເຫັນໃສ່ເນື້ອໃນມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການພົບປະປະຊາຊົນຂອງສະມາຊິກສະແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ປຶ້ມຄູ່ມືການພົບປະປະຊາ ຊົນ ແລະ ຮ່າງປຶ້ມຄູ່ມືເລືອກຕັ້ງສະມາຊິກສະແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃຫ້ກາຍເປັນນິຕິກຳລະອຽດ ແລະ ເປັນເຄື່ອງມືໃນການຈັດຕັ້ງເຄື່ອນໄຫວວຽກງານຂອງ ສພຊ ແລະ ສພຂ ໂດຍສະເພາະການກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ III ໃຫ້ສຳເລັດຕາມແຜນການທີ່ກຳນົດໄວ້ ທັງຮັບປະກັນການເຄື່ອນໄຫວວຽກງານຂອງສະພາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເປັນກ້າວໆ.

ທ່ານ ສຸບັນ ສະວະບຸດ ກ່າວວ່າ: ບັນດາເນື້ອໃນນິຕິກຳທີ່ນຳມາຮຽບຮຽງຄັ້ງນີ້ ລ້ວນແຕ່ເປັນເນື້ອໃນທີ່ສຳຄັນ ແລະ ຈຳເປັນເລັ່ງດ່ວນ ໃນວຽກງານຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃນໄລຍະນີ້ ເຊິ່ງໄດ້ຮັບຄວາມເອົາໃຈໃສ່ນໍາພາ-ຊີ້ນຳຈາກຄະນະປະຈຳສະພາແຫ່ງຊາດຕະຫຼອດມາ.
ບັນດາຜູ້ເຂົ້າຮ່ວມ ໄດ້ຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າ, ສົນທະນາແລກປ່ຽນ, ປະກອບຄວາມຄິດເຫັນຢ່າງກົງໄປກົງມາ ເພື່ອໃຫ້ເນື້ອໃນນິຕິກຳ ແລະ ປຶ້ມຄູ່ມື ທີ່ມາຜ່ານໃນກອງປະຊຸມຄັ້ງນີ້ ມີລັກສະນະກວ້າງຂວາງ, ເລິກເຊິ່ງ ເຮັດໃຫ້ກອງປະຊຸມບັນລຸຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
(ນາງ ອາລິນ ສຸພິມມະປະດິດ)