(ສພຊ) – ກອງປະຊຸມຮຽບຮຽງເນື້ອໃນປະຫວັດ 50 ປີ ຂອງສະພາແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 3-7 ກັນຍານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ມີທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ພ້ອມດ້ວຍບັນດາທ່ານໃນຄະນະຮັບຜິດຊອບຄົ້ນຄວ້າ ແລະ ຮຽບຮຽງປະຫວັດຂອງສະພາແຫ່ງຊາດ ແລະ ກອງເລຂາຄະນະດັ່ງກ່າວ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ມີຄຳເຫັນວ່າ: ຈຸດປະສົງ ແລະ ເນື້ອໃນຕົ້ນຕໍຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອລະດົມຄວາມຄິດ ແລະ ສຸມສະຕິປັນຍາ ເຂົ້າໃສ່ໃນການຄົ້ນຄວ້າ, ແລກປ່ຽນຂໍ້ມູນດ້ານປະຫວັດສາດ, ຄວາມເປັນມາ ຈາກບັນດາທ່ານທີ່ມີຄວາມຮູ້, ບົດຮຽນ ແລະ ປະສົບການ ເພື່ອຮຽບຮຽງຮ່າງປຶ້ມປະຫວັດສະພາແຫ່ງຊາດ 50 ປີ ໃຫ້ມີເນື້ອໃນຄົບຖ້ວນ, ຖືກຕ້ອງ, ສອດຄ່ອງກັບສະພາບການເຄື່ອນໄຫວຕົວຈິງຂອງສະພາແຫ່ງຊາດ ໃນໄລຍະ 50 ປີທີ່ຜ່ານມາ ພ້ອມກັນນັ້ນ, ໃນໄລຍະນີ້ ສະພາແຫ່ງຊາດ ກຳລັງຫວນຄືນມູນເຊື້ອ 50 ປີ ຂອງສະພາແຫ່ງຊາດ ໃນນີ້, ໄດ້ຄົ້ນຄວ້າ ແລະ ຮຽບຮຽງປະຫວັດສະພາແຫ່ງຊາດ 50 ປີ ແລະ ປຶ້ມ 50 ປີ ສາຍພົວພັນມິດຕະພາບລະຫວ່າງສະພາແຫ່ງຊາດ ແຫ່ງ ສປປລາວ ກັບ ສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ; ຄົ້ນຄວ້າສັງລວມປະມວນເອກະສານທີ່ສໍາຄັນຕ່າງໆ ຂອງສະພາແຫ່ງຊາດ ປະມານ 9-10 ປະມວນ ແນໃສ່ສ້າງຜົນງານເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ການສະເຫຼີມສະຫຼອງວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025), ວັນສ້າງຕັ້ງພັກ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025), ວັນສະຖາປະນາ ສປປລາວ ຄົບຮອບ 50 ປີ (2 ທັນວາ 1975-ທັນວາ 2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ຄົບຮອບ 105 (13 ທັນວາ 1920-13 ທັນວາ 2025).
ຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ຄົ້ນຄວ້າ, ວິເຄາະ, ວິໄຈ, ປະກອບຄຳເຫັນຢ່າງລະອຽດ, ເລິກເຊິ່ງ ຕໍ່ການຂຽນຮ່າງປຶ້ມປະຫວັດຂອງສະພາແຫ່ງຊາດ 50 ປີ ເພື່ອໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ແນໃສ່ໃຫ້ສຳເລັດຮ່າງປຶ້ມໂດຍພື້ນຖານ ເພື່ອລາຍງານຕໍ່ຄະນະປະຈຳສະພາແຫ່ງຊາດ ພິຈາລະນາ ແລະ ຈັດພິມແຈກຢາຍໃຫ້ທັນຕາມກຳນົດເວລາ.
(ສອນສັກ ວັນວິໄຊ)