ຮຽບຮຽງເນື້ອໃນບາງມາດຕາຂອງກົດໝາຍສານປະຊາຊົນ

​ກ.ກ. 9, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ເພື່ອພ້ອມກັນຄົ້ນຄວ້າ, ພິຈາລະນາບັນດາຄໍາເຫັນຂອງສະມາຊິກສະພາແຫ່ງຊາດ ທີ່ປະກອບຄໍາເຫັນກວມເອົາຊື່, ໂຄງປະກອບ ແລະ ເນື້ອໃນກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ; ໃນວັນທີ 8 ກໍລະກົດ 2025 ທີ່ເມືອງວັງວຽງ ໄດ້ມີກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ ໂດຍການເປັນປະທານຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການຍຸຕິທຳ, ຮອງປະທານສານປະຊາຊົນສູງສຸດ, ຮອງປະທານກຳມາທິການກົດໝາຍ, ຮອງລັດຖະມົນຕີກະຊວງຍຸຕິທຳ, ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ.
ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ມີຄຳເຫັນຕໍ່ທີ່ປະຊຸມ ເຊິ່ງທ່ານໄດ້ກ່າວວ່າ: ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ ໄດ້ຖືກພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 25 ມິຖຸນາ 2025 ດ້ວຍຄະແນນສຽງເຫັນດີເກືອບ 92% ເຊິ່ງໃນກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າຄືນບັນດາຄໍາເຫັນຂອງສະມາຊິກສະພາແຫ່ງຊາດ ທີ່ໄດ້ຍົກຂຶ້ນ ແລະ ຄະນະຮັບຜິດຊອບ ໄດ້ຄົ້ນຄວ້າປັບປຸງເພື່ອຮັບປະກັນໃຫ້ກົດໝາຍສະບັບນີ້ ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ; ພ້ອມນັ້ນ, ທ່ານຍັງເນັ້ນໜັກຕື່ມອີກວ່າ: ຖ້າຍັງມີບັນຫາໃດທີ່ເນື້ອໃນກົດໝາຍກໍານົດແລ້ວ ແຕ່ຍັງບໍ່ທັນສອດຄ່ອງ, ບໍ່ທັນຈະແຈ້ງ ແລະ ບໍ່ທັນແທດເຖິງ ໃຫ້ຍົກຂຶ້ນມາປຶກສາຫາລືກັນຢ່າງລະອຽດ.
(ນາງ ກຸກກິກ ບຸດດາໄຊ)