ຮຽບຮຽງເນື້ອໃນນິຕິກໍາຂອງຄະນະປະຈໍາສະພາແຫ່ງຊາດ

ມ.ນ. 10, 2026

(ສພຊ) – ວັນທີ 4-6 ມີນານີ້ ທີ່ເມືອງວັງວຽງ ແຂວງວຽງຈັນ, ຫ້ອງວ່າການສະພາແຫ່ງຊາດ ໄດ້ຈັດກອງປະຊຸມຮຽບຮຽງເນື້ອໃນຮ່າງນິຕິກໍາ 4 ສະບັບ ຂອງຄະນະປະຈໍາສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສິງຄຳ ວົງພະຈັນ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ເຂົ້າຮ່ວມມີບັນດາທ່ານຮອງປະທານກໍາມາທິການ, ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າ-ຮອງຫົວໜ້າກົມ, ຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນສະພາແຫ່ງຊາດ; ທັງນີ້, ເພື່ອຜັນຂະຫຍາຍແຜນດໍາເນີນງານຂອງຄະນະປະຈໍາສະພາແຫ່ງຊາດ.
ກອງປະຊຸມຄັ້ງນີ້ ໄດ້ຄົ້ນຄວ້າ, ປະກອບຄໍາເຫັນແລກປ່ຽນກັນຢ່າງກົງໄປກົງມາ ກ້າວໄປສູ່ຄວາມເປັນເອກະພາບດ້ານເນື້ອໃນຂອງບັນດານິຕິກໍາດັ່ງກ່າວ ໃນການນໍາສະເຫນີຄະນະປະຈໍາສະພາແຫ່ງຊາດ ລົງລາຍເຊັນໃນເວລາອັນຄວນ ເພື່ອຈະເປັນບ່ອນອີງທີ່ສໍາຄັນໃນການຈັດຕັ້ງປະຕິບັດຂອງແຕ່ລະພາກສ່ວນຢ່າງຄ່ອງຕົວ ແລະ ກົມກຽວກັນ ແນໃສ່ເຮັດໃຫ້ວຽກງານແຕ່ລະຂົງເຂດ ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນ. ກອງປະຊຸມໄດ້ຮັບຟັງບົດຮຽນການສ້າງຄວາມເຂັ້ມແຂງ ແລະ ຍົກສູງບົດບາດວຽກງານຫ້ອງວ່າການ ເປັນຕົ້ນ: ບົດຮຽນ ແລະ ການປະຕິບັດວຽກງານທີ່ດີຂອງປະເທດຟິລິບປີນ, ຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍລະບຽບການດຳເນີນກອງປະຊຸມຄະນະປະທານຄະນະປະຈຳສະພາແຫ່ງຊາດ ແລະ ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ, ຮ່າງມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການປະສານງານລະຫວ່າງຫ້ອງວ່າການສະພາແຫ່ງຊາດ ກັບ ບັນດາກຳມາທິການພາຍໃນສະພາແຫ່ງຊາດ, ຮ່າງມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການສະພາແຫ່ງຊາດ, ແລະ ຮ່າງມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍວຽກງານບໍລິການຈໍລະຈອນເອກະສານຜ່ານປະຕູດຽວ; ຈາກນັ້ນ, ໄດ້ພ້ອມກັນເຊີດຊູຄວາມຮັບຜິດຊອບ, ສຸມສະຕິປັນຍາ ແລະ ປະສົບການໃນການຖ່າຍທອດບົດຮຽນອັນລໍ້າຄ່າ ເພື່ອຄົ້ນຄວ້າ, ປະກອບຄຳເຫັນໃສ່ແຕ່ລະເນື້ອໃນຂອງນິຕິກຳຢ່າງມີຈຸດສຸມ ເຊິ່ງເປັນຂໍ້ມູນສຳຄັນໃຫ້ແກ່ຄະນະຮັບຜິດຊອບ ໄດ້ນຳໄປຄົ້ນຄວ້າ, ວິເຄາະວິໄຈ ແລະ ປັບປຸງເຂົ້າໃສ່ຮ່າງນິຕິກຳແຕ່ລະສະບັບ ສາມາດເຮັດໃຫ້ບັນດານິຕິກຳດັ່ງກ່າວ ມີເນື້ອໃນຊັດເຈນ, ຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ດ້ວຍຄຸນນະພາບສູງ.
ທ່ານ ສິງຄຳ ວົງພະຈັນ ກ່າວວ່າ: ບັນດາ​ນິຕິກໍາທີ່ນໍາມາຄົ້ນຄວ້າໃນຄັ້ງນີ້​ ມີ​ຄວາມ​ສຳຄັນຫຼາຍ ​ເນື່ອງຈາກຕິດພັນກັບການປະຕິບັດໜ້າທີ່ວຽກງານ ທັງແນໃສ່ຍົກສູງຄຸນນະພາບຂອງແຕ່ລະຂົງເຂດ ເພື່ອປະກອບສ່ວນເຮັດໃຫ້ສະພາແຫ່ງຊາດ ສາມາດປະຕິບັດໜ້າຂອງຕົນໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນໃນໄລຍະໃໝ່.