(ສພຊ) – ກອງປະຊຸມຮຽບຮຽງເນື້ອໃນຂອງກົດໝາຍວ່າດ້ວຍສັງຄົມສົງເຄາະ ໄດ້ຈັດຂຶ້ນໃນວັນທີ 15 ກໍລະກົດຜ່ານມາ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ (ສພຊ); ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະທານກໍາມາທິການພາຍໃນ ສພຊ, ຮອງລັດຖະມົນຕີ, ຮອງຫົວໜ້າອົງການ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດ, ຫົວໜ້າ-ຮອງຫົວໜ້າກົມ ແລະ ພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງ.
ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ມີຄຳເຫັນວ່າ: ຮ່າງກົດໝາຍວ່າດ້ວຍສັງຄົມສົງເຄາະ ມີບັນດາສະມາຊິກສະພາແຫ່ງຊາດ (ສສຊ) 38 ທ່ານ ປະກອບຄໍາເຫັນໃສ່ 43 ມາດຕາ ກວມເອົາ 137 ເນື້ອໃນ, ຄະນະຮັບຜິດຊອບປັບປຸງກົດໝາຍ ໄດ້ຄົ້ນຄວ້າພິຈາລະນາປັບປຸງໃນເບື້ອງຕົ້ນ ເຊິ່ງທ່ານຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍໄດ້ລາຍງານຜົນການປັບປຸງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍຂອງວັນທີ 25 ມິຖຸນາ 2025 ຈາກນັ້ນ, ສສຊ ໄດ້ຮັບຮອງເອົາກົດໝາຍສະບັບນີ້ ດ້ວຍຄະແນນສຽງເຫັນດີເກືອບ 98%; ເຖິງຢ່າງໃດກໍຕາມ, ມີຜູ້ແທນປະກອບຄໍາເຫັນຢ່າງຫຼາກຫຼາຍ ແລະ ກົງໄປກົງມາ ຕໍ່ເນື້ອໃນຕ່າງໆຂອງຮ່າງກົດໝາຍ. ສະນັ້ນ, ໃນກອງປະຊຸມຄັ້ງນີ້ ຈະໄດ້ສຸມໃສ່ຄົ້ນຄວ້າຢ່າງລະອຽດ ແລະ ເລິກເຊິ່ງ ເພື່ອເລືອກເຟັ້ນເອົາຄໍາເຫັນຂອງ ສສຊ ມາປັບປຸງໃສ່ເນື້ອໃນກົດໝາຍ ແລະ ເນື່ອງຈາກເປັນການຮຽບຮຽງຄັ້ງສຸດທ້າຍ, ນອກຈາກຄໍາເຫັນຂອງຜູ້ແທນແລ້ວ ຖ້າເຫັນວ່າຍັງມີຈຸດໃດ, ຄໍາສັບຄໍາເວົ້າໃດ ທີ່ບໍ່ທັນຈະແຈ້ງ ແລະ ສອດຄ່ອງ ກໍສາມາດຍົກຂຶ້ນຕື່ມ ເພື່ອເຮັດໃຫ້ຮ່າງກົດໝາຍສະບັບນີ້ ມີເນື້ອໃນຄົບຖ້ວນ, ສອດຄ່ອງ, ຮັດກຸມ ແລະ ສົມບູນ ກ່ອນນໍາສະເໜີປະທານສະພາແຫ່ງຊາດລົງລາຍເຊັນ.
(ນາງ ອາລິນ ສຸພິມມະປະດິດ)
ຮຽບຮຽງເນື້ອໃນກົດໝາຍສັງຄົມສົງເຄາະ
