ຮຽບຮຽງເນື້ອໃນກົດໝາຍຄວາມປອດໄພໄຊເບີ

​ກ.ກ. 2, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ເພື່ອຮັບປະກັນທາງດ້ານເນື້ອໃນຂອງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ (ສ້າງໃໝ່) ທີ່ຜ່ານການພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງຍາວນານ, ກຳມາທິການກົດໝາຍ ສົມທົບກັບກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມຮຽບຮຽງເນື້ອໃນຂອງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ ໃນວັນທີ 1 ກໍລະກົດ 2025 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ພົທ. ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ເຂົ້າຮ່ວມມີທ່ານ ຄຳແພງ ວິລະພັນ ປະທານກຳມາທິການກົດໝາຍ, ທ່ານ ນາງ ປິ່ງຄຳ ລາຊະສິມມາ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາທ່ານຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ ສພຊ, ຮອງລັດຖະມົນຕີກະຊວງຍຸຕິທຳ, ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ.
ທ່ານ ພົທ. ສຸວອນ ເລືອງບຸນມີ ໄດ້ມີຄຳເຫັນວ່າ: ກົດໝາຍວ່າດ້ວຍຄວາມປອດໄພໄຊເບີ ຜ່ານການພິຈາລະນາປະກອບຄໍາເຫັນໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 23 ມິຖຸນາ 2025 ເຊິ່ງມີສະມາຊິກສະພາແຫ່ງຊາດ (ສສຊ) ປະກອບຄຳເຫັນ 37 ທ່ານ, ກວມເອົາຊື່ກົດໝາຍ ແລະ 38 ມາດຕາ, ບັນດາຄຳເຫັນເຫຼົ່ານັ້ນ ຄະນະຮັບຜິດຊອບໄດ້ຄົ້ນຄວ້າພິຈາລະນາປັບປຸງເນື້ອໃນເບື້ອງຕົ້ນ ແລະ ລາຍງານຜົນການປັບປຸງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ​ໃນວັນທີ 25 ມິຖຸນາ 2025 ເພື່ອໃຫ້ບັນດາທ່ານ ສສຊ ພິຈາລະນາຮັບຮອງເອົາດ້ວຍຄະແນນສຽງເຫັນດີຫຼາຍກວ່າ 93%; ເຖິງຢ່າງໃດກໍຕາມ, ຍັງມີເນື້ອໃນຈຳນວນໜຶ່ງທີ່ຈະຕ້ອງສືບຕໍ່ຄົ້ນຄວ້າ, ປັບປຸງ ແລະ ຮຽບຮຽງຄືນ ເພື່ອນຳສະເໜີຄະນະປະຈຳສະພາແຫ່ງຊາດ ພິຈາລະນາກ່ອນນໍາສະເໜີປະທານປະເທດ ພິຈາລະນາອອກລັດຖະດໍາລັດປະ ກາດໃຊ້.
ບັນດາຜູ້ເຂົ້າຮ່ວມ ໄດ້ພ້ອມກັນຄົ້ນຄວ້າ, ເລືອກເຟັ້ນເອົາຄຳເຫັນຂອງສະມາຊິກສະພາແຫ່ງຊາດ ທີ່ມີເຫດມີຜົນ ປັບປຸງໃສ່ແຕ່ລະພາກ, ໝວດ, ມາດຕາ ໃນນັ້ນ, ມີຫຼາຍມາດຕາໄດ້ຮັບການປັບປຸງຄຳສັບ, ຄຳເວົ້າ ແລະ ວິທີຂຽນຄືນໃໝ່ ໃຫ້ມີຄວາມຄົບຖ້ວນ ແລະ ສົມບູນ, ຮັດກຸມ, ຈະແຈ້ງ ຕາມຄຳເຫັນຂອງ ສສຊ ແລະ ມີບາງຄຳເຫັນ ທາງຄະນະຮັບຜິດຊອບກໍຮັກສາໄວ້ຄືເກົ່າ.
(ນາງ ສຸພາວັນ ຫອມສະນິດ)