

ໃນກອງປະຊຸມ, ບັນດາທ່ານທີ່ເຂົ້າຮ່ວມໄດ້ພ້ອມກັນສຸມໃສຄົ້ນຄວ້າ ແລະ ແລກປ່ຽນຄຳຄິດຄຳເຫັນ ຢ່າງກົງ ໄປກົງມາ ດ້ວຍຄວາມຮັບຜິດຊອບ ເພື່ອເຮັດໃຫ້ການຮັບ ແລະ ພິຈາລະນາຄຳຮ້ອງຂໍຄວາມເປັນທຳ ຂອງສະພາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ຖືກຕ້ອງ ແລະ ສອດຄ່ອງ ຕາມມະຕິຂອງກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ສະບັບເລກທີ 037/ຄບສພ, ລົງວັນທີ 18 ມີຖຸນາ 2018 ແລະ ມະຕິ ສະບັບເລກທີ 112/ກມສພ, ລົງວັນທີ 02 ມີຖຸນາ 2020 ແນໃສ່ຫັນເອົາການຄຸ້ມຄອງລັດ, ການຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ໃຫ້ເຂົ້າສູ່ລວງເລິກ ແລະ ຊີວິດຕົວຈິງເທື່ອລະກ້າວ ທັງເປັນການເພີ່ມທະວີການຕິດຕາມກວດກາຂອງສະພາແຫ່ງຊາດ ຕໍ່ກັບຄວາມຮັບຜິດຊອບການເມືອງຂອງອົງການທີ່ມີສິດ ແລະ ໜ້າທີ່ ໃນການແກ້ໄຂຄຳຮ້ອງທຸກ ເພື່ອຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ປະຊາຊົນສາມາດເຂົ້າເຖິງຂະບວນການຍຸຕິທຳຫລາຍຂຶ້ນ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ມີຄວາມຍຸຕິທຳ ແລະ ໂປ່ງໃສ.

ກອງປະຊຸມໄດ້ໄຂຂຶ້ນໃນວັນທີ 2 ສິງຫາ 2022 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານກອງປະຊຸມຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ທັງເປັນປະທານກຳມາທິການກົດໝາຍ ສະພາແຫ່ງຊາດ; ມີທ່ານ ຄຳແພງ ວິລະພັນ ປະທານກຳມາທິການຍຸຕິທຳ, ບັນດາທ່ານຮອງປະທານກຳມາທິການຍຸຕິທຳ, ກຳມາທິການກົດໝາຍ, ຄະນະທີ່ປືກສາດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ, ຫົວໜ້າ-ຮອງຫົວໜ້າກົມ ແລະ ພະນັກງານ-ລັດຖະກອນ ຈາກສຳນັກງານປະທານປະເທດ, ສຳນັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທຳ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ອົງການຈັດຕັ້ງມະຫາຊົນ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ສະພາແຫ່ງຊາດ.

(ພາບ ແລະ ຂ່າວ: ນາງ ປາກາລັກ ພົມມີໄຊ)